ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-04 21:36:44    
ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຈະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ກັບ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ4​ເມສາ,ຢູ່​ທີ່​ປັກ​ກິ່ງ,ທ່ານ​ອູ​ປ່າງກົວະ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​​ແຫ່ງ​ຊາດ​ຈີນ​ໄດ້​ພົບ​ປະ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ທີ່​ນຳ​ໂດຍ​ທ່ານ​ຈວງກວງດັກ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ພ້ອມ​ດ້ວຍ​ຄະນະ.ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ,ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ລະຫວ່າງ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ກັບ​ສະພາ​ແຫ່ງ​ຊາດ​ຫວຽດນາມ.

ທ່ານ​ອູ​ປ່າງກົວະ​ໄດ້​ຕີ​ລາຄາ​ການ​ພົວພັນ​ຈີນ​ຫວຽດນາມ​ຢ່າງ​ຕັ້ງໜ້າ.ທ່ານ​ກ່າວ​ວ່າ,​ໃຕ້​ສະພາບ​ແວດ​ລ້ອມ​ສາກົນ​ແລະ​ພາກ​ພື້ນ​ອັນ​ໃໝ່,ການຂະຫຍາຍ​ການ​ພົວພັນ​ມິດ​ຕະ​ພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ແລະ​ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ຈີນ​ຫວຽດ​ນາມ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ສອງ​ລັດ​​ແລະ​ປະຊາຊົນ​ສອງ​ປະ​ເທດ,​ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​​ແລະ​ຂອງ​ໂລກ.​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ,​ປະ​ກອບ​ສ່ວນ​ໃໝ່​ເຂົ້າ​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ​ຫວຽດ​ນາມ.

ທ່ານຈວງກວງ​ດັກ​ເວົ້າວ່າ,ຝ່າຍ​ຫວຽດນາມ​ຫວັງ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ທຸກ​ຂົງ​ເຂດ​ລະ​ຫວ່າງ​ສອງ​ຝ່າຍ,​ຊຸກ​ຍູ້​ໃຫ້​​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ສອງ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ.