ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-04 22:43:57    
ຈີນ​ຍິນ​ດີ​ສືບ​ຕໍ່​ລົງ​ເລິກ​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ກັບ​ອາ​ຊຽນ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ4​ເມສາ,ຢູ່​ທີ່​ປັກ​ກິ່ງ,​ໃນ​ເວລາ​ພົບ​ປະ​​ເຈົ້າຍິງ​ຮາ​ຈາ ມາ​ຊາ ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ທີ່​ບໍ່​ມີ​ບ່ອນ​ປະ​ຈຳ​​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ການ​ຄ້າ​ບຼູ​ໄນ​ທີ່​ມາ​ຢ້ຽມ​ຢາມ,​ທ່ານ​ທາງ​ເຈຍ​ຊວນ ທີ່​ປຶກສາ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,ຈີນ​ຍິນ​ດີ​​ສືບ​ຕໍ່​ລົງ​ເລິກ​ແລະ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ກັບ​ອາ​ຊຽນ,​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ກັນ​ໃນ​ບັນ​ຫາ​ພາກ​ພື້ນ​ແລະ​ສາ​ກົນ,​ປະ​ກອບ​ສ່ວນ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ເຂດ​ອາ​ຊີ​ປາ​ຊິ​ຟິກ.

ທ່ານ​ເວົ້າວ່າ,ປີ​ນີ້​ແມ່ນ​ຈີນກັບ​ບຼູ​ໄນ​ສ້າງສາ​ຍສຳພັນ​ທາງ​ການ​ທູດ​ຄົບຮອບ15​ປີ,​ລັດ​ຖະ ບານ​ຈີນ​ຈະ​ສືບ​ຕໍ່​ສຸມ​ກຳລັງ​ເຂົ້າ​ໃນ​ການ​ສ້າງ​ການ​ພົວ​ພັນ​ຈີນ​ບຼູ​ໄນ​ເປັນ​ແບບ​ຢ່າງ​ທີ່​ປະ​ເທດ​ນ້ອຍ​ໃຫຍ່​ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ​​ແລະ​​ຮ່ວມ​ມື​ກັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍດ.​ທ່ານ​ຂອບ​ອົກ​ຂອບ​ໃຈ​ນຳ​ຝ່າຍ​ບຼູ​ໄນ​ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ອັນ​ລ້ຳ​ຄ່າ​ແກ່​ຈີນ​ໃນ​ບັນ​ຫາ​ໄຕ້​ຫວັນ,​ແລະ​ຕັ້ງ​ໜ້າ​ຕີ​ລາ​ຄາ​ບົດ​ບາດ​ອັນ​ສຳ​ຄັນ​ຂອງ​ບຼູ​ໄນ​ໃນ​ດ້ານ​ຊຸກ​ຍູ້​ການ​ພົວ​ພັນ​ຈີນ​ກັບ​ອາ​ຊຽນ.

​ເຈົ້າ​ຍິງ​ຮາ​ຈາ ມາ​ຊາ​ຊົງ​ກ່າວ​ວ່າ,ຝ່າຍ​ບຼູ​ໄນ​ຕັດສິນ​ໃຈ​ພ້ອມ​ກັບ​ຝ່າຍ​ຈີນ,ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ,​ເຮັ​ດ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ​ມີ​ໄມຕີ​ຈິດ​ຕໍ່​ກັນ​ທຸກ​ເຊັ່ນ​ຄົນ.