ຝ່າຍຄ້ານຂອງໄທທວງໃຫ້ທ່ານທັກສິນລາອອກຈາກຕຳແໜ່ງກ່ອນທ້າຍເດືອນເມສາ
cri
ຕາມຂ່າວCRI,ຕອນເດຶກຂອງຄືນວັນທີ4ເມສາ, ພັນທະມິດປະຊາຊົນເພື່ອປະຊາທິປະໄຕເຊິ່ງເປັນຝ່າຍຄ້ານຂອງໄທໄດ້ອອກຖະແຫຼງການ,ທວງໃຫ້ທ່ານທັກສິນ ຊິນນະວັດ ນາຍົກລັດຖະມົນຕີຮັກສາການຂອງໄທຕ້ອງລາອອກຈາກຕຳແໜ່ງກ່ອນທ້າຍເດືອນເມສານີ້.
ຕອນຄ່ຳວັນທີ4ເມສາ,ທ່ານທັກສິນກ່າວວ່າ,ທ່ານຈະບໍ່ຮັບຕຳແໜ່ງນາຍົກລັດຖະມົນຕີໃນລັດຖະບານຊຸດໃໝ່ຫຼັງການເລືອກຕັ້ງທົ່ວໄປ,ແຕ່ຈະສືບຕໍ່ດຳລົງຕຳແໜ່ງນາຍົກລັດຖະມົນຕີລັດຖະບານຮັກສາການ,ຈົນຮອດລັດຖະບານຊຸດໃໝ່ກຳເນີດຂຶ້ນ.ຫຼັງຈາກນັ້ນ, ພັນທະມິດປະຊາຊົນເພື່ອປະຊາທິປະໄຕໄດ້ໄຂກອງປະຊຸມດ່ວນ,ແລະສະເໜີຄຳທວງດັ່ງກ່າວຫຼັງຈາກອັດກອງປະຊຸມ,ແລ້ວໄດ້ອອກຖະແຫຼງການ.ພ້ອມກັນນັ້ນ,ອົງການດັ່ງກ່າວຍັງກ່າວວ່າ,ຈະສະຫງວນສິດສະເໜີໃຫ້ດຳເນີນການສຳຫຼວດທີ່ກ່ຽວຂ້ອງຕໍ່ທ່ານທັກສິນ, ຫ້າມ ທ່ານທັກສິນ ໃຊ້ຖານະປະທານພັກໄທຮັກໄທເຮັດໃຫ້ລັດຖະບານຊຸດໃໝ່ສືບຕໍ່ປະຕິບັດນະໂຍບາຍເດີມຂອງເຂົາ.ພາຍຫຼັງປະກອບລັດຖະບານຊຸດໃໝ່ແລ້ວ.
ແຕ່ເດືອນກຸມພາປີນີ້ເປັນຕົ້ນມາ, ພັນທະມິດປະຊາຊົນເພື່ອປະຊາທິປະໄຕໄດ້ຈັດງານໂຮມຊຸມນຸມສະແດງກຳລັງຢ່າງຂະໜາດໃຫຍ່ຫຼາຍເທື່ອ,ທວງໃຫ້ທ່ານທັກສິນລາອອກຈາກຕຳແໜ່ງ.
|
|