ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-05 16:19:41    
ຝ່າຍ​ຄ້ານ​ຂອງ​ໄທ​ຊົມ​ເຊີຍ​ທ່າ​ທີ​ຂອງ​ທ່ານ​ທັກ​ສິນ​ ຊິນ​ນະ​ວັດ​ທີ່​ບໍ່​ຮັບ​ຕໍາ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ລັດ​ຖະ​ບານ​ຊຸດ​ໃໝ່

cri

ຕາມ​ຂ່າວສານ​ຊິ​ນຮວາ:ວັນ​ທີ5 ​ເມສາ,3ພັກ​ຝ່າຍຄ້ານ​ຂອງ​ໄທ​ກ່າວສະ​ແດງ​ວ່າ​ຊົມ​ເຊີຍ​ທ່ານ​ທັກສິນ ຊິນນະ​ວັດ ນາຍົກລັດຖະມົນຕີ​ຂອງ​ໄທ​ສະ​ແດງ​ທ່າ​ທີ​ທີ່​ບໍ່​ຮັບ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖ​ະມົນຕີ​ໃນ​ລັດຖະບານ​ຊຸດໃໝ່​ໃນ​ຕອນ​ຄ່ຳ​ວັນ​ທີ4 ​ເມສາ,​ເຫັນ​ວ່າການ​ຕົກລົງ​ທີ່​ຄຳ​ນຶງ​ເຖິງ​ພາກສ່ວນ​ໃຫຍ່​ຂອງ​ທ່ານ​ແມ່ນ​ຢາ​ດີ​ທີ່​ສິ້ນ​ສຸດ​ວິ​ກິດ​ການ​ການ​ເມືອງ​ຂອງ​ໄທ,​ແຕ່"ກຸ່ມພັນທະ​ມິດ​ປະຊາຊົນ​ເພື່ອ​ປະຊາທິປ​ະ​ໄຕ"ພຽງ​ແຕ່​ສະ​ແດງຄວາມ​ເພີງພໍ​ໃຈ​ທີ່​ມີ​ຄວາມສະຫງວນ.

ປັດຈຸ​ບັນ,ພັກ​ປະຊາທິປັດ,​ພັກຊາດ​ໄທ​ແລະພັກ​ມາຫາ​ຊົນລ້ວນ​​ແຕ່​ສະ​ແດງຢ່າງ​ເປີດ​ເຜີຍວ່າ​ຮັບ​ເອົາການ​ຕົກລົງ​ຂອງ​ທ່ານ​ທັກສິນ ຊິນນະ​ວັດ.​​ແຕ່​ກຸ່ມ"ພັນທະ​ມິດ​ປະຊາຊົນ​ເພື່ອ​ປະຊາ​ທິປະ​ໄຕ"​ໃນ​ຂະນະ​ຊົນ​ເຊີນ​ການ​ຕົກລົງ​ຂອງ​ທ່ານ​ທັກສິນ​ນັ້ນ​ຍັງ​ກ່າວ​ວ່າ,ທ່ານ​ທັກສິນ ຊິນນະ​ວັດ​ຄວນ​ບໍ່​ດຳລົງ​ຕຳ​ແໜ່ງນາຍົກລັດຖະມົນຕີລັດຖະບານຣັກສາ​ການກ່ອນ​ທ້າຍ​ເດືອນ​ນີ້ອີກ,ຖ້າ​ບໍ່​ດັ່ງ​ນັ້ນຍັງ​ຈະ​ຈັດ​ຕັ້ງ​ການສະ​ແດງ​ກຳລັງ​ເພື່ອ​​ໃຊ້​ກຳລັງ​ໜີບ​ໃສ່ທ່ານ​ທັກສິນ ຊິນນະ​ວັດ.

ຜູ້​ແທນວົງ​ການ​ອຸດ​ສາ​ກຳ​ການ​ຄ້າ​ຂອງ​ໄທ​ກໍ​ໄດ້​ຮັບຮອງ​ເອົາການ​ຕົກລົງ​ຂອງ​ທ່ານ​ທັກສິນ ຊິນນະ​ວັດ,ກ່າວ​ວ່າ​ນີ້​ຈະ​ມີຜົນ​ດີ​ຕໍ່​ປະ​ເທດ​ກັບ​ຄືນສູ່​ໂຄຈອນ​ອັນ​ເປັນປົກກະຕິ.