ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-05 20:32:21    
ທ່ານ​ເວີນ​ເຈຍ​ປາວ​ກ່າວ​ວ່າ,​ຈີນ​ຈະ​ໃຊ້​ຫຼາຍ​ມາດ​ຕະ​ການ​ຊ່ອຍ​ປະ​ເທດ​ເກາະ​ດອນ​ປາ​ຊີ​ຟິກ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອບ​ດ້ານ

cri Author: MO


ທ່ານເວີ່ນເຈ່ຍປາວພົບປະທ່ານໂຊມາເລ ນາຍົກລັດຖະມົນຕີປາປົວນິວກີເນ

ຕາມ​ຂ່າວCRI:ວັນ​ທີ5ເມສາ,​ຢູ່​ເມືອງ​ນາ​ດີ​ແຫ່ງ​ຟີ​ຈີ, ທ່ານ​ເວີນ​ເຈຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ກ່າວ​ວ່າ,​ຝ່າຍ​ຈີນ​ຈະ​ໃຊ້​ນະ​ໂຍບາຍ​ແລະ​ມາດ​ຕະການ​ໃຫ້​ສິດທິ​ພິ​ເສດ​ຕ່າງໆ,​ສະ​ໜັບ​ສະ​ໜູນ​ແລະ​ຊ່ອຍ​ເຫຼືອ​ປະ​ເທດ​ເກາະ​ດອນ​ປາ​ຊີ​ຟິກ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​​ແລະ​ຮອບ​ດ້ານ​ໃນ​ດ້ານ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​.


ທ່ານເວີ່ນເຈ່ຍປາວກ່າວຄຳປາໄສໃນເວທີປາໄສການຮ່ວມມືພັດທະນາເສດຖະກິດ ຈີນ-ປະເທດເກາະດອນປາຊິຟິກ

ໃນ​ເວ​ລາ​ທ່ານ​ເວີນ​ເຈຍ​ປາວ​ພົບ​ປະ​ທ່ານ​ໂຊ​ມາ​ເລ ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ປົວ​ນິວ​ກີ​ເນ ປະ​ເທດ​ປະ​ທານ​ຝຽນ​ເວທີ​ປາ​ໄສ​ປະ​ເທດ​ເກາະ​ດອນ​ປາ​ຊີ​ຟິກ,​ທ່ານ​ເວົ້າ​ວ່າ, ​ເວທີ​ປາ​ໄສ​ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ເກາະ​ດອນ​ປາ​ຊີ​ຟິກ​ແມ່ນ​ແທ່ນ​ສຳ​ຄັນ​ທີ່​ລົງ​ເລິກ​ການ​ຮ່ວມ​ມື​ຮອບ​ດ້ານ​ຂອງ​ສອງ​ຝ່າຍ, ​ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ພ້ອມ​ກັນ.​ລັດ​ຖະ​ບານ​ຈີນ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະ​ກິດ​ສອງ​ຝ່າຍ​ດຳ​ເນີນ​ການ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ ກະ​ສິ​ກຳ​ປ່າ​ໄມ້​ແລະ​ການ​ປະມົງ, ​ໂທລະ​ຄົມ, ການບິນ​ແລະ​ການ​ສ້າງ​ສາ​ພື້ນ​ຖານ​ໂຄງ​ລ່າງ​ເປັນ​ຕົ້ນ.

1  2