ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-05 21:01:10    
ທ່ານ​ນາງ​ອູ​ອີ​ກ່າວ​ວ່າ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ກົກ​ຮາກ​ຂອງ​ສອງ​ປະ​ເທດ

cri
ຕາມ​ຂ່າວສານ​ຊີນຮວາ,​ວັນ​ທີ3​ເມ​ສາ​ຢູ່​ລັດ​ຮາ​ວາຍ​ອາ​ເມ​ລິ​ກາ,​ທ່ານ​ນາງ​ອູ​ອີ ຮອງ​ນາ​ຍົກ​ລັດ​ຖະມົນ​ຕີຈີນທີ່​ພວມ​ຢ້ຽມຢາມ​ອາ​ເມ​ລິ​ກາ​ກ່າວ​ວ່າ,​ລັກສະ​ນະ​ຕາບ​ຈູນ​ກັນດ້ານ​ເສດ​ຖະກິດ​ແລະ​ລັກ​ສະ​ນະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແຫ່ງ​ການ​ຮ່ວມ​ມື​ເສດຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ແມ່ນ​ພື້ນ​ຖານ​ແລະ​ກຳ​ລັງ​ດັນ​ໃຫ້​ການ​ພົວ​ພັນ​ເສດ​ຖະ ກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ຂະຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ​ແລະ​ຍືນ​ຍົງ,​ທ່ານ​ນາງ​ອູ​ອີ​ກ່າວ​ວ່າ ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະ​ກິດການ​ຄ້າ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍດກົກ​ຮາກ​ຂອງ​ສອງປະ​ເທດ​ແລະ​ປະຊາຊົນ​ສອງ​ຊາດ.

ທ່ານ​ເຊື່ອ​ໝັ້ນ​ວ່າ,​ໂດຍ​ຜ່ານ​ຈາກ​ການ​ແລກປ່ຽນ​ອັນ​ຕັ້ງໜ້າ​ແລະ​ການປຶກສາ​ຫາລືດ້ວຍ​ໄມ​ຕີ​ຈິດ,ກອງ​ປະຊຸມ​ຄະນະ​ກຳມະການ​ຮ່ວມ​ເສດຖະກິດ​ການ​ຄ້າ​ຄັ້ງ​ທີ17ຈະ​ໄດ້​ຮັບ​ໝາກຜົນ​ອັນ​ຕັ້ງ​ໜ້າ,​ແລະ​ສ້າງ​ບັນຍາກາດ​ອັນ​ຕັ້ງໜ້າ​ໃຫ້​ແກ່​ການ​ຮັກສາພາກ ສ່ວນ​ໃຫຍ່​ຂອງການ​ພົວພັນ​ເສດຖະກິດ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ແລະ​ການ​ພົບ​ປະລະ ຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ.

ທ່ານ​ນາງ​ອູ​ອີ​ເວົ້າ​ວ່າ,ການ​ພົວພັນ​ເສດຖະ​ກິດ​ການ​ຄ້າຈີນ​ອາ​ເມ​ລິ​ກາ​ແມ່ນ​ພື້ນຖານ​ສຳຄັນ​ແຫ່ງ​ການພົວພັນ​ຈີນ​ອາ​ເມ​ລິ​ກາ,ການ​ພົວພັນ​ເສດຖະກິດ​ການ​ຄ້າ​ທີ່​ສະ​ເໝີ​ພາບ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ຈີນ​ອາ​ເມ​ລິ​ກາ​ຢ່າງຮອບດ້ານ​ແລະ​ປ​ອດ​ໄສ​ໃນ​ສະຕະວັດ​ໃໝ່.