ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-06 11:02:48    
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ່​ໃຫມ່​ຂອງ​ປາ​ເລັສ​ຕິນ​ກ່າວ​ວ່າ​ຈະ​ຕິດ​ຕໍ່​ພົວພັນກັບ​ອິສ​ລາ​ແອນ​ໃນ​ຂົງ​ເຂດ​ຄວາມ​ແພ່ງ

cri Author: sayvanny

ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 5 ​ເມສາ ທ່ານ​ຮາ​ນີ​ຢາ ນາ​ຍົກ​ລັດ​ຖະ ມົນ​ຕີ​ລັດ​ຖະ​ບານ​ປາ​ເລັສ​ຕິນ​ປົກ​ຄອງ​ຕົນ​ເອງ​​ໄດ້​ອອກ​ຖະ​ແຫລງ​ການ​ກ່າວ​ວ່າ, ​ໃນ​ຂົງ​ເຂດ​ກ່ຽວ​ພັນ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ປະ​ຈຳ​ວັນ​ຂອງ​ປະ​ຊາ​ຊົນ​ປາ​ເລັສ​ຕິນ, ລັດຖບະ​ນ​ໃຫມ່​ບໍ່​ຄັດຄ້ານ​ຕິດ​ຕໍ່​ພົວ​ພັນ​ກັບ​ອິສລາ​ແອນ.

ມື້​ດຽວ​ກັນ, ທ່ານ​ຮາ​ນີຢາ​ໄດ້​​ຮຽກ​ໂຮມ​ສະ​ມາ​ຊິກ​ລັດ​ຖະ​ບານ​ຈັດ​ກອງ​ປະ​ຊຸມ​ທາງ​ໂທ​ລະ​ພາບ​ຢູ່​ເມືອງ​ລາມາ​ລາ​ແລະ​ກາຊາ.ຫລັງຈາກ​ອັດ​ກອງ​ປະ ຊຸມ​ແລ້ວ, ທ່ານ​ຮາ​ນີຢາ​ເວົ້າຕໍ່​ສື່​ມວນ​ຊົນ​ວ່າ, ທ່ານ​ບໍ່ຄັດຄ້ານ​ເຈົ້າຫນ້າ​ທີ່​ຕົ້ນຕໍ​ຂອງ​ພາກສ່ວນ​ຕ່າງໆ​ຕິດ​ຕໍ່​ພົວ​ພັນ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ອິສລາ​ແອນ​ໃນ​ຂົງ​ເຂດ​ຊີວິດ​ການ​ເປັນ​ຢູ່ປະຈຳ​ວັນ,​ໃນ​ຖານ​ເປັນ​ລັດ​ຖະ​ບານ, ການ​ຕິດ​ຕໍ່​ພົວ​ພັນ​ກັບ​ອິສລາ​ແອນ​ຈະ​ບໍ່​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ປາ​ເລັສຕິນ.

​ເມື່ອ​ກ່າວ​ເຖິງ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ປາ​ເລັສ​ຕິນ​ອິສ​ລາ​ແອນ, ທ່ານ​ຮາ​ນີຢາ​ກ່າວ​ເນັນວ່າ​ຂະ​ບວນ​ການ​ເຈລະຈາ​ການ​ເມືອງ​ແມ່ນ​ບັນຫາ​ທັດ​ສະ​ນະ​ຄະຕິ​ດ້ານ​ກາ​ເມືອງ, ລັດ​ຖະ​ບານ​ປາ​ເລັສ​ຕິນ​ໃຫມ່​ຈະ​ບໍ່​ຫາບ​ແບກ​ຫນ້າ​ທີ່​ຮັບ​ຜິດ​ຊອບ​ແລະ​ພັນ​ທະ​ດ້ານ​ການ​ເມືອງ​ໃດໆ​ຕໍ່​ບັນຫາ​ນີ້.