|
 |
(GMT+08:00)
2006-04-06 11:32:20
|
 |
ສະມາຄົມມິດຕະພາບຫວຽດນາມຈີນໄປໂຄລົບສຸສານນັກລົບຈີນທີ່ເສຍສະຫຼະໃນການຊ່ອຍເຫຼືອຫວຽດນາມ
cri
Author: cai
ຕາມຂ່າວສານຊີນຮວາ:ວັນທີ 5 ເມສາ,ໃນເວລາທ່ານວູຄາວຝານ ຮອງປະທານສະມາຄົມມິດຕະພາບຫວຽດນາມຈີນໄປໂຄລົບສຸສານນັກລົບຈີນທີ່ເສຍສະຫຼະໃນການຊ່ອຍເຫຼືອຫວຽດນາມທີ່ເຂດເກຍລຳ ນະຄອນຫຼວງຮາໂນຍຫວຽດນາມ,ທ່ານເວົ້າວ່າ,ປະຊາຊົນຫວຽດນາມຈະຈື່ຈຳຈົນເທົ້າໃດໆຕໍ່ຄຸນງາມຄວາມດີຂອງນັກລົບຈີນທີ່ໄດ້ເສຍສະຫຼະເພື່ອໄຊຊະນະຂອງສົງຄາມຕໍ່ຕ້ານຝະຣັ່ງແລະຕ້ານອາເມລິກາຂອງປະຊາຊົນຫວຽດນາມ.
ວັນທີ 5 ເມສາແມ່ນບຸນໄຫວ້ບັນພະບູລຸດ ບຸນປະເພນີຂອງຈີນ.ໃນເວລາທ່ານວູຄາວຝານໃຫ້ສຳພາດຕໍ່ສື່ມວນຊົນຢູ່ສຸສານ,ທ່ານເວົ້າວ່າ,ຜູ້ເສຍສະຫຼະຂອງຈີນໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນໄມຕີຈິດຮ່ວມມືທີ່ມີມູນເຊື້ອລະຫວ່າງຫວຽດນາມຈີນໃຫ້ຂະຫຍາຍຕົວ.ໃຕ້ເງື່ອນໄຂປະຫວັດສາດອັນໃໝ່,ພວກເຮົາຄວນເສີມຂະຫຍາຍມິດຕະພາບທີ່ມີມູນເຊື້ອລະຫວ່າງຫວຽດນາມຈີນທີ່ລ້ຳຄ່າເຊິ່ງແມ່ນນັກລົບຈີນແລກເອົາມາດ້ວຍຊີວິດຂອງຕົນ,ແລ້ວສືບທອດກັນໄປທຸກເຊັ່ນຄົນ.
|
|
|