ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-06 16:37:40    
ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເຕືອນ​ໃຫ້​ຄົນ​ຈີນ​ທີ່​​ໄປ​ຕັດ​ໄມ້​ແລະ​ຂຸດ​ຄົ້ນ​ບໍ່​ແຮ່​ຢູ່​ມຽນ​ມາ ຕ້ອງ​ເອົາ​ໃຈ​ໃສ່​ນຳ​ການ​ກຳ​ນົດ​ຂອງ​ມຽນ​ມາ

cri Author: lm

ຕາມ​ຂ່າວສານ​ຈີນ: ວັນ​ທີ 5 ​ເມສາ, ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຜ່ານ​ຈາກ​ເວັບ​ໄຊ​ກະຊວງອອກ​ຄຳເຕືອນ​ຕໍ່ວິ​ສາ​ຫະກິດ​ແລະ​ພົນລະ​ເມືອງ​ຈີນວ່າ, ​ໄປ​​ເຮັດ​ທຸລະ​ກິດ​​ແລະ​ສົ່ງ​ແຮງ​ງານ​ໄປຂ້ອງ​ຢູ່​ມຽນມານັ້ນ, ຕ້ອງ​ໂຄລົບ​ກົດໝາຍ​ຂອງ​ມຽນມາ, ​ເພື່ອຫຼີກ​ເວັ້ນບໍ່​ໃຫ້​ວິ​ສາ​ຫະ​ກິດ​ແລະ​ສ່ວນ​ຕົວ​ປະສົບ​ຄວາມ​ເສຍ​ຫາຍ.

ກົມ​ກົງ​ສຸນ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ອອກ​ຄຳເຕືອນ​ຕໍ່​ວິ​ສາ​ຫະກິດ​​ແລະ​​ເອກ​ກະ​ຊົນ​ທີ່​​ກ່ຽວຂ້ອງວ່າ, ມຽນມາ​ຖື​ປ່າ​ໄມ້​ແລະ​ບໍ່​ແຮ່​ເປັນ​ຊັບພະຍາກອນ​ສຳຄັນ​ແຫ່ງລັດ, ຂໍ້​ຜູກ​ພັນ​ພັດ​ທະ​ນາຊັບພະຍາກອນ​ໃດໆຈະ​ຖືກ​​ຖຶເປັນ​ຂໍ້ຜູກ​ພັນ​​ໂມ​ຄະກ່ອນໄດ້​ຮັບ​ການ​ອະ​ນຸ​ຍາດ​ຈາກ​ລັດ​ຖະບານ​ກາງ​ມຽນມາ​, ບໍ່​ຖືກ​ປົ​ກປ້ອງຈາກ​ກົດໝາຍ​; ການ​ເຄື່ອນ​ໄຫວ​ຕັດ​ໄມ້​ແລະ​ຂຸດ​ຄົ້ນບໍ່​ແຮ່ໃດໆ ຈະ​ຖືກ​ຖືເປັນການ​ກະທຳ​ຜິດ​ກົດໝາຍກ່ອນ​ໄດ້​ຮັບ​ການ​ອະນຸຍາດ​ຈາກ​ລັດ​ຖະ​ບານ​ກາງ​ມຽນມາ, ຜູ່​ທີ່​ມີ​ການ​ກະທຳ​ຜິດ​ກົດໝາຍ​ກໍລະນີດັ່ງກ່າວຈະ​ຖືກ​ຈັບ, ​ແລະ​ອາດ​ຈະ​ຖືກ​ລົງ​ໂທດ​ຈຳ​ຄຸກ​ເປັນ​ເວລາ​ຍາວ​ນານ.

ຕາມ​ໄດ້​ຊາບ, ​ເພື່ອ​ສະກັດ​ກັ້ນຄົນ​ຈີນ​ລັກລອບ​ເຂົ້າ​​ມຽນມາ​ຕັດໄມ້​ແລະ​ຂຸດ​ຄົ້ນບໍ່​ແຮ່​ຢ່າງ​ຜິດ​ກົດໝາຍ, ​ຫວ່າງ​ມໍ່ໆ​ນີ້ ແຂວງ​ຢຸນນານ​ຈີນ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ມຽນມາ​ໄດ້​ຢຸດ​ຕິ​ການ​ຄ້າ​ໄມ້​ ​​ແລະ​ຫີນແຮ່​ຊະນິດ​ຕ່າງໆ​ກັບ​ມຽນມາ​ຊົ່ວຄາວ. ກະຊວງ​ການ​ຄ້າ​ຈີນ​ກໍ່​ຈະ​ເຈ​ລະ​ຈາ​ກັບ​ລັດຖະບານ​ມຽນມາ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານການ​ຄ້າ​​ໄມ້​​ແລະ​ຫີນ​ແຮ່​ໃນ​ໄວໆ​ນີ້.