ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-06 16:43:20    
ຈີນ​ເພີ່ມ​ທະວີ​ການ​ອົບ​ຮົມ​ເຈົ້າ​ໜ້າ​ທີ່​​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກ​ແລະ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ

cri Author: lm

ຕາມ​ຂ່າວCRI: ​ເຈົ້າໜ້າ​ທີ່ທີ່​ມາ​ຈາກ​ເຂດ​ພາກ​ຕາ​ເວັນ​ຕົກ​ແລະ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ຈີນ 450 ກວ່າ​ທ່ານຈະ​​ໄດ້ຮັບ​ການ​ອົບຮົມຢູ່​ພາກສ່ວນ​ລັດຖະບານ​ກາງ​ແລະ​ເຂດ​ເສດ​ຖະ​ກິດ​ພັດທະນາ​ເປັນ​ເວລາ 6 ​ເດືອນ​, ​ເພື່ອ​ຍົກ​ລະດັບ​ວິທະຍາ​ສາດ​ເຕັກ​ນິກ​ແລະ​ການ​ຄຸ້ມ​ຄອງ​ຂອງ​ພວກ​ເຂົາ​ເຈົ້າ​ໃຫ້​ສູງຂຶ້ນ, ຊຸກ​ຍູ້​ເຂດ​ດ້ອຍ​ພັດທະນາ​​ໃຫ້ມີ​ການ​ພັດ​ທະ​ນາ​ດີກ​ວ່າ​ເກົ່າ.

ຕາມ​ສະ​ເໜີ​ວ່າ, ​​ໃນເຈົ້າໜ້າ​ທີ່​ທີ່​ຮັບ​ການ​ອົບຮົມ​ເທື່ອ​ນີ້, ​ເຈົ້າໜ້າ​ທີ່​ເຜົ່າ​ສ່ວນ​ໜ້ອຍ​ໄດ້​ກວມ​ກວ່າ​ເຄິ່ງໜຶ່ງ​, ​ເພດ​ຍິງ​​ກວມ 1/3. ພວກ​ເຂົາ​ເຈົ້າຈະ​ຮັບ​ການ​ອົບຮົມ​ໃນ​ຂົງ​ເຂດ​ການ​ເງິນ ວິທະຍາສາດ​ເຕັກນິກ ການວາງ​ແຜນ​ແລະ​ການ​ຄຸ້ມ​ຄອງ​ເປັນຕົ້ນ.

ນັກ​ວິ​ເຄາະ​ເຫັນ​ວ່າ, ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ​ທີ່​ບໍ່​ໄດ້​ຮັບ​ການ​ອົບຮົມ​ແບບ​ແຜນ​ຄວາມ​ຮູ້​ດ້ານ​ການ​ຄຸ້ມ​ຄອງ​ແລະ​ຄວາມ​ຮູ້ດ້ານ​ການ​ນຳພາ​ຢ່າງ​ວິທະຍາສາດ, ​​ແມ່ນບໍ່​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ແຫ່ງ​ການ​ສ້າງສາ​ເສດຖະກິດ​ແລະ​ການ​ປະຕິ​ຮູບ​ຂອງ​ຈີນ​ແລ້ວ. ​ເລີ່​ມ​ແຕ່​ປີ 1990 ​ເປັນ​ຕົ້ນ​ມາ, ລັດຖະບານ​ຈີນ​ໄດ້​ຈັດ​ການ​ອົບຮົມ​ປະ​ເພດ​ຄ້າຍຄື​ກັນ​ໃຫ້​ເຈົ້າໜ້າ​ທີ່​ເຂດ​ພາກ​ຕາ​ເວັນ​ຕົກ​ແລະ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ເສດຖະກິດ​ດ້ອຍ​ພັດທະນາ, ນັບ​ລວມ​ແລ້ວ, ຜູ່​ໄດ້​ຮັບ​ການ​ອົບ​ຮົມມີ​ເກືອບ 4000 ຄົນ.