ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-06 18:10:27    
ທ່ານ​ຊັດ​ດາມ​ຖືກ​ໄຕ່​ສວນ​ກ່ຽວ​ກັບ​ຄະ​ດີ​ບ້ານ​ດູ​ຈາ​ອິນ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ5​ເມສາ,ທ່ານ​ຊັດ​ດາມ ອະດີດ​ປະທານາ​ທິ​ບໍ​ດີ​ອີ​ຣັກ​ໄດ້​ຖືກ​ໄຕ່​ສວນ​ກ່ຽວ​ກັບ​ຄະ​ດີ​ບ້ານ​ດູ​ຈາ​ອິນ,​ຕາມ​ເວົ້າ​ວ່າ,​ທ່ານ​ໄດ້​ອະນຸມັດ​ຄຳ​ສັ່ງ​ໃຫ້​ຂ້າ​ໄທ​ບ້ານ​ນິ​ກາຍ​ຊີ​ອິດ​ຂອງ​ບ້ານ​ດູ​ຈາ​ອິນ,​ເພາະ​ວ່າ​ທ່ານ​ເຊື່ອ​ວ່າ​ມີ​ຫຼັກ​ຖານ​ຢືນ​ຢັນ​ວ່າ​ໄທ​ບ້ານ​ເຫຼົ່າ​ນັ້ນ​ໄດ້​ມ້ວນ​ເຂົ້າ​ກົນ​ອຸ​ບາຍ​ທີ່​ເຈຕະ​ນາ​ລອບ​ຄາ​ຕະ​ກຳ​ທ່ານ.

​ໃນ​ວັນ​ທີ5​ເມສາ,ທ່ານ​ຊັດ​ດາມ​ໄດ້ຖືກ​ໄຕ່​ສວນ​ໃນ​ຖານ​ເປັນ​ຈຳ​ເລີຍ​ພຽງ​ຜູ້​ດຽວ.​ໃນ​ເວ​ລາ ທ່ານ​ມຸດ​ຊາ​ວີ ​ອະທິໄອ​ຍະ​ການ​ຖາມ​ທ່ານ​ຮູ້​ບໍ່​ວ່າ​ໃນ​ໄທ​ບ້ານ​ທີ່​ຖືກ​ຂ້າ​ຕາຍ​ມີ​28​ຄົນ​ອາ​ຍຸ​ບໍ່​ເຕັມ​18​ປີ​ແລະ​ໄດ້​​ແຈ້ງ​ບັດ​ປະ​ຈຳ​ຕົວ​ຂອງ​ພວກ​ເຂົາ​ເຈົ້າ,​ທ່ານ​ຊັດ​ດາມ​ກ່າວ​ວ່າ,​ບັດ​ປະ​ຈຳ​ຕົວ​ເຫຼົ່າ​ນັ້ນ​ແມ່ນ​ເຮັດ​ປອມ.