ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-06 20:38:44    
ຈີນ​ຍິນ​ດີ​ສືບ​ຕໍ່​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ເຂດ​ອ່າວ​ເປີ​ເຊຍ​ຕາ​ເວັນ​ອອກ​ກາງ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ6​ເມສາ,​ຢູ່​ທີ່​ປັກ​ກິ່ງ,ໃນ​ເວລາ​ເຈລະຈາກັບ​ທ່ານ​ອາລີ ອາບ​ດູ​ນລາ ຊາ​ເລຣ໌ ປະ​ທາ​ນາ​ທິ​ບໍ​ດີ​ອີ​ເອ​ເມນ​ທີ່​ມາ​ຢ້ຽມ​ຢາມ,​ທ່ານ​ຫູ​ຈິ​ນທ່າວ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ,​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບປະ​ເທດ​ອາ​ລາບ​ແລະ​ສະ​ມາ​ຊິກ​ອື່ນໆ​ຂອງ​ປະ​ຊາ​ຄົມ​ໂລກ,​ສືບ​ຕໍ່​ປະ​ກອບ​ສ່ວນ​ເພື່ອ​ສັນ​ຕິ​ພາບ​ແລະ​ການ​ພັດທະນາ​ຂອງ​ເຂດ​ອ່າວ​ເປີ​ເຊຍ​ຕາ​ເວັນ​ອອກ​ກາງ.

ກ່ຽວ​ກັບ​ສະຖານະ​ການ​ເຂດ​ອ່າວ​ເປີ​ເຊຍ​ຕາ​ເວັນ​ອອກ​ກາງ,ທ່ານ​ຫູ​ຈິນທ່າວ​ເວົ້າວ່າ,ຈີນ​​ໄດ້ ຊຸກຍູ້​​ໂດຍ​ຕະ​ຫຼອດ​ໃຫ້​ສະ​ຖາ​ນະ​ການ​ເຂດ​ດັ່ງ​ກ່າວ​ຂະ​ຫຍາຍ​ໄປ​ສູ່​ທິດ​ຜ່ອນ​ຄາຍ​ແລະ​ມີ​ສະ​ຖຽນ​ລະ​ພາບ;​ມີ​ເຈດ​ຈຳ​ນົງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ອີງ​ຕາມ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ຫະ​ປະ​ຊາ​ຊາດ,​​ແກ້​ໄຂ​ການ​ວິ​ວາດ​ກັນ​ຢ່າງ​ທ່ຽງ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​ດ້ວຍ​ການ​ເຈ​ລະ​ຈາ​ໂດຍ​ສັນ​ຕິ;​ລິ​ເລີ່ມ​ໃຫ້​ອາ​ລະ​ຍະ​ທຳ​ທີ່​ຕ່າງ​ກັນ​ໂຄ​ລົບ​ເຊິ່ງ​ກັນ​ແລະ​ກັນ​ແລະ​ພ້ອມ​ກັນ​ກ້າວ​​ໄປ​ໜ້າ.​ທ່ານ​ຊາ​ເລຣ​ກ່າວ​ວ່າ,​ອິເອ​ເມນ​ແລະ​ປະ​ເທດ​ອາ​ລາບ​ຍ້ອງ​ຍໍ​ຈີນ​ທີ່​ຖື​ຫຼັກ​ໝັ້ນ​ອັນ​ທ່ຽງ​ທຳ​ໃນ​ບັນຫາ​ຕາ​ເວັນ​ອອກ​ກາງ​ແລະ​​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ສັນ​ຕິ​ພາບ​ຂອງ​ຕາ​ເວັນ​ອອກ​ກາງ.

ກ່ຽວ​ກັບ​ການ​ພົວພັນ​ຈີນ​ກັບ​ອີເອ​ເມນ,ຜູ້ນຳ​ສອງ​ປະ​ເທດ​ກ່າວ​ວ່າ,ຈະ​ຊຸກ​ຍູ້​ການ​ສົນ​ທະ​ນາ​ແລະ​ແລກ​ປ່ຽນ​​ໃນ​ທຸກ​ລະ​ດັບ​ລະ​ຫວ່າງ​ສອງ​ປະ​ເທດ,​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ພະ​ລັງ​ງານ​ເປັນ​ຕົ້ນ.