ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-06 20:38:39    
[ຫຼີຫຼົງຈີ່]

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຫຼີຫຼົງຈີ່ ​ເຈົ້າຈັກກະ ພັດລາ​ຊະ​ວົງ​ຖາງ​ແມ່ນ​ຮ້ອງ​ເຕ້ອົງ​ໜຶ່ງ​ທີ່​ມີ​ຊື່​ສຽງ​ດົ່ງ​ດັງ​ໃນ​ປະຫວັດສາດ​ຈີນ, ​ໃນ​ເຄິ່ງຊີວິດ​ຕອນ​ຕົ້ນ, ພະ​ອົງ​ດຸ​ໝັ່ນ​ຂະຫຍັນ​ພຽນ, ໄດ້​ສ້າງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງທີ່​ສະຫງ່າ​ລາສີ​ຂອງ​ຈີນ​ໃນ​ປະຫວັດສາດ. ​ແຕ່​ເຄິ່ງຊີວິດ​ຕອນ​ປາຍ ຖາງ​ສວນ​ຈົ່ງ​ຫຼີຫຼົງຈີ່ພັດ​ຊຸດ​ໂຊມ​ເປື່ອຍ​ເຍື່ອຍ, ພາ​ໃຫ້​ກຳລັງ​ແຫ່ງ​ຊາດ​ຊຸດ​ໂຊມ​ລົງ​ຢ່າງ​ວ່ອງ​ໄວ. ​ໃນ​ລາຍການ​ອາລະຍະ​ທຳ​ຈີນ​ພາກ​ນີ້, ຂ້າພະ​ເຈົ້າຂໍ​ສະ​ເໜີຫຼີຫຼົງຈີ່ ​ເຈົ້າຈັກກະພັດ​ສວນ​ຈົ່ງຂອງ​ລາຊະວົງ​ຖາງສູ່​ທ່ານ​ຟັງ.

ຕະຫຼອດຊີວິດ​ຂອງຫຼີຫຼົງຈີ່​ມີ​ສີສັນ​ຄວາມອັດສະຈັນ​ທີ່​ສຸດ, ​ໃນ​ໄລຍະ​ທີ່​ພະ​ອົງ​ຍັງ​​ເຍົາ​ໄວ ກໍ່​ແມ່ນ​ໄລຍະ​ທີ່​ລາຊະວົງ​ຖາງ​ຕົກ​ຢູ່​​ໃນ​ສະພາບ​ປັ່ນ​ປ່ວນວຸ້ນວາຍ​. ​ຫຼີຫຼົງຈີ່​ປະສູດເມື່ອປີ 685, ​ຢຸ້ຍຈົ່ງ​ຮ້ອງ​ເຕ້ ພະບິດາ​ຂອງ​ພະ​ອົງ​ຫາ​ກໍ່​ຂຶ້ນຄອງ​ລາຊະ​ສົມບັດ​ໄດ້​ໜຶ່ງ​ປີ. ຕໍ່​ມາ​ບໍ່​ເທົ່າ​ໃດ​ປີ, ພະ​ລາຊະ​ຊົນນະນີ​ບູ​ເຊັກ​ທ່ຽນ​ໄດ້​ປົດ​ພະບິດາ​ຂອງ​ພະ​ອົງ​ອອກ​ຈາກ​ລາຊະ​ບັນລັງ ​ແລະ​ຍຸບລາຊະວົງ​ຖາງ, ສ້າງ​ລາຊະວົງ​ໂຈ່​ວຂຶ້ນ, ພະ​ລາຊະ​ຊົນນະນີ​ບູ​ເຊັກ​ທ່ຽນ​ຂຶ້ນ​ເປັນ​ຈັກກະພັດ​ດິນີ. ​ເພື່ອ​ປັບປຸງ​ອຳນາດ​​ຂອງ​ຕົນ, ບູ​ເຊັກ​ທ່ຽນ​ໄດ້​ໂຈມ​ຕີ​ພະ​ບໍລົມ​ມະ​ວົງສາ​ນຸວົງລາຊະວົງ​ຖາງ​ຢ່າງໂຫດ​ຫ້ຽມ. ​ເມື່ອຫຼີຫຼົງຈີ່ມີ​ພະ​ຊົນມາຍຸ 8 ພັນ​ສາ, ພະ​ມານ​ດາ​ຖືກ​ບູ​ເຊັກ​ທ່ຽນ​ປົງ​ພະ​ຊົນ. ຫຼີຫຼົງຈີ່​ຕັດສິນ​ພະ​ໄທ​ຢ່າງ​ລັບໆ​ວ່າ ຕ້ອງ​​ຟື້ນ​ຟູ​ລາ​ຊະ​ວົງ​ຖາງ. ​ກ່ອນ​ບູ​ເຊັກ​ທ່ຽນສິ້ນ​ພະ​ຊົນ ​ໄດ້​ມອບ​​ອຳນາດ​ຄືນໃຫ້​ລາຊະ​ວົງ​ຖາງ, ​ແຕ່​ການ​ຕໍ່​ສູ້​ທາງ​ການ​ເມືອງ​ພາຍ​ໃນ​ລາຊະ​ສຳນັກ​ພັດດຸ​ເດືອດທີ່​ສຸດ. ປີ 710, ຫຼີຫຼົງຈີ່​ທີ່​ມີ​ພະ​ຊົນ​ມາ​ຍຸ 25 ພັນ​ສາໄດ້​ໃຊ້​ມາດ​ຕະການຢ່າງ​ເດັດຂາດ, ນຳພາ​ກອງ​ປ້ອງ​ກັນ​ຫຼວງກໍ່​ລັດ​ຖະ​ປະ​ຫານ, ​​ໃຫ້​ຖາງ​ຢຸ້ຍຈົ່ງ ພະ​ບິດາ​ຂື້ນ​ຄອງ​ລາຊະ​ສົມບັດ​ຄືນ​ໃໝ່. ຖາງ​ຢຸ້ຍຈົ່ງ​ຄອງ​ອຳ​ນາດ​ພຽງ​ແຕ່ 2 ປີ ກໍ່​ສະຫຼະລາຊະ​ບັນລັງ​ໃຫ້ຫຼີຫຼົງຈີ່, ຫຼີຫຼົງຈີ່​​ທີ່​ມີ​ພະ​ຊົນມາຍຸ 27 ພັນ​ສາໄດ້​ຂຶ້ນຄອງ​ລາຊະ​ສົມບັດ, ​ຫຼີຫຼົງຈີ່​ຖືກ​ເອີ້ນ​ເປັນ​ຖາງ​ສວນ​ຈົ່ງ ຫຼື ຖາງ​ໝິງ​ຫວງ.

​ໃນ​ເວລາຫຼີຫຼົງຈີ່​ຂຶ້ນຄອງ​ລາຊະ​ສົມບັດ, ພະ​ອົງ​​ໄດ້​ປະ​ເຊີນ​​ກັບສະພາບ​ຫຍຸ້ງຍາກ​ຍ້ອນ​ຄວາມ​ປັ່ນ​ປ່ວນ​ວຸ້ນວາຍ​ເປັນ​ເວລາ​ຍາວ​ນານຂອງ​ສັງຄົມ, ພະ​ອົງ​ດຸ​ໝັ່ນ​ຂະຫຍັນ​ພຽນ, ຕັດສິນ​ພະ​ໄທ​ດຳ​ເນີນ​ການ​ປະຕິຮູບ, ນຳ​ໃຊ້ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ການ​ປົກຄອງ​ປະ​ເທດ,​ເລື່ອນ​ຊັ້ນ​ໃຫ້​ຂຸນ​ນາງ​ທີ່​ກ້າ​ຕັກ​ເຕືອນ​, ລົງ​ໂທດ​ປະກົດ​ການ​ຊຸດ​ໂຊມ​ເປື່ອຍ​ເຍື່ອຍຢ່າງ​ເຂັ້ມງວດ, ຫຼຸດຜ່ອນ​ການ​ຫາບ​ແບກ​ຂອງ​ປະຊາຊົນ. ​ເມື່ອ​ໄດ້​ປົວ​ແປງມາ​ເປັນ​ເວລາ 20 ກວ່າ​ປີ, ລາຊະວົງ​ຖາງ​ທີ່​ເຄີຍ​ເກີດ​ການ​ປັ່ນ​ປ່ວນ​ດ້ານ​ການ​ເມືອງ ​ເສດຖະ​ກິດ​ຊຸດ​ໂຊມ ກຳລັງ​ປ້ອງ​ກັນຊາ​ຍ​ແດນ​ອ່ອນ​ແອນັ້ນ ​ໄດ້ຟື້ນ​ຟູ​ຄວາມ​ຈະ​ເລີ​ນ​ເຂັ້ມ​ແຂງ​ຂຶ້ນອີກ. ​ເສັ້ນທາງ​ຜ້າ​ໄໝ​ ຊ່ອງ​ທາງ​ການ​ຄ້າທີ່​ເຊື່ອມ​ຕໍ່​ລາຊະທານີສາງ​ອ່ານກັບ​ອາຊີ​ກາງ ອາຊີ​ຕາ​ເວັນ​ຕົກ​ແລະອາຊີ​ໃຕ້ ຕະຫຼອດຮອດເອີ​ລົບ​ເຂົ້າກັນນັ້ນລຸ​ລ່ວງ​ດີ, ການ​ເດີນ​ເຮືອ​ທາງ​ທະ​ເລ​ໄດ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ທູຕານຸທູດ​ຕ່າງປະ​ເທດມາ​ຢາມ​ລາ​ຊະ​ວົງ​ຖາງ​ຢ່າງ​ບໍ່​ຂາດ​ສາຍ, ພຽງ​ແຕ່​ໃນ​ເມືອງ​ສາງ​ອ່ານ ຊາວ​ຕ່າງປະ​ເທດ​ກໍ່​ລື່ນ​ກາຍ 1 ລ້ານ​ຄົນ​, ລາຊະວົງ​ຖາງ​ໄດ້​ກາຍ​ເປັນ​ສູນ​ແລກປ່ຽນ​ທາງ​ເສດຖະກິດ​ແລະ​ວັດທະນະທຳຂອງ​ອາຊີ.

ພາຍຫຼັງຫຼີຫຼົງຈີ່​ຄອງ​ອຳນາດ​ມາ​ໄດ້ 20 ກວ່າ​ປີ, ພະ​ອຸປະນິ​​ໄສ​ຂອງພະ​ອົງ​ຊົງມີ​ການ​ປ່ຽນ​ແປງ​ຢ່າງ​ຫຼວງຫຼາຍ, ພະ​ອົງ​ຊົງວາງ​ພະ​ໄທ​ນຳ​​ເສນາ​ບໍດີໃຈ​ຄົດ, ບໍ່​ມັກ​ເສນາ​ບໍດີ​ທີ່ຕັກ​ເຕືອນ​ແບບ​ກົງ​ໄປ​ກົງ​ມາ​ອີກ. ພະ​ອົງ​ຊົງດຳລົງ​ຊີວິດ​ຢູ່ໃນ​ລາຊະ​ວັງ​ແບບຊຸດ​ໂຊມ​ເປື່ອຍ​ເຍື່ອຍ, ​ເມົາ​ແຕ່ຫຼິ້ນກິນ​ຢູ່​ທຸກ​ມື້ມາ​ເປັນ​ເວລາຫຼາຍປີ.

ຫຼີຫຼົງຈີ່​ຊຳນານ​ດົນຕີ​ທີ່​ສຸດ, ​ແລະ​ຊົງມັກ​ລູກ​ໄພ້ຢາງ​ອີ້​ຫວນທີ່​ຊ່າງ​ຟ້ອນຊ່າງ​ລຳ, ​ເມື່ອ​ມີພະ​ຊົນມາຍຸ 59 ພັນ​ສາ, ໄດ້​ຊົງຕັ້ງ​ໃຫ້​ນາງ​ຢາງ​ອີ້​ຫວນ​ເປັນ​ສະໜົມ​ເອກ​ຂອງພະ​ອົງ​​ເອງ, ​ເມົາມົວ​ນຳ​ສຽງ​ຟ້ອນສຽງ​ທຳ. ພະ​ອົງ​ຊົງໂປດ​ຮັກ​ສະໜົມ​ຢາງ​ອີ້​ຫວນທີ່​ສຸດ, ຕາມ​ການ​ບັນ​ທຶກ​ໃນ​ໜັງສື​ປະຫວັດສາດ, ສະໜົມ​ຢາງມັກ​ກິນໝາກ​ລິນ​ຈີ່​ທີ່​​ເກີດຢູ່​ພາກ​​ໃຕ້​ຂອງ​ຈີນ​​ນັ້ນເປັນ​ພິ​ເສດ, ​ເພື່ອ​ເຮັດ​ໃຫ້​ສະໜົມ​ຢາງ​ໄດ້​ກິນ​ໝາກ​ລິນ​ຈີ່​ສົດ​​ທຸກ​ມື້, ພະ​ອົງ​ໄດ້​ຕັດ​ສັ່ງ​ໃຫ້​ພວກ​ບໍລິພານ​ຂີ່​ມ້າ​ແລ່ນ​ທັງ​​ເວັນ​ທັງ​ຄືນ, ​ເພື່ອ​ຂົນ​ສົ່ງ​ໝາກ​ລິນ​ຈີ່​ສົດ​ຈາກ​ພາກ​ໃຕ້​ຈີນ​ມາ​ຮອດ​ລາຊະທານີ​ທີ່​ຢູ່​ພາກ​ເໜືອ​ຈີນ​ໃນ​ເວລາ​ສັ້ນທີ່​ສຸດ. ຍ້ອນ​ສະໜົມ​ຢາງ​ໄດ້​ຮັບ​ຄວາມ​ໂປດ​ຮັກ​ຈາກ​ຖາງ​ສວນຈົ່ງ, ຍາດ​ພີ່ນ້ອງ​ຂອງ​ສະໜົມ​ຢາງ​ຈຶ່ງ​ໄດ້​ດຳລົງ​ຕຳ​ແໜ່ງ​ສຳ​ຄັນ, ຢາງ​ໂກ​ຈົ່ງ ພະ​ເຊ​ດຖາ​ຂອງ​ສະໜົມ​ຢາງ​ໄດ້​ເປັນ​ອັກຄະມະຫາ​ເສນາ​ບໍດີ, ຢາງ​ໂກ​ຈົ່ງ​ຈອງຫອງ​ທີ່​ສຸດທັງ​ເຮັດ​ໄປ​ຮູ​ດຽວ​ຕາມ​ໃຈ​ໂຕ.

ຖາງ​ສວນ​ຈົ່ງ​ບໍ່​ຂຶ້ນວ່າ​ລາຊະການ​, ພາ​ໃຫ້ການ​ປົກຄອງ​​ແຫ່ງ​ລັດ​ຊຸດ​ໂຊມ​ເປື່ອຍ​ເຍື່ອຍ, ທະຫານ​ຕ່າງ​ແດນບຸກ​ເຂົ້າຊາຍ​ແດນ​ເລື້ອຍໆ, ຄັງ​ຊາດ​ເປົ່າ​ຫວ່າງ, ສາມັນ​ຊົນ​ຕົກທຸກ​ໄດ້​ຍາກ, ນາຍທະຫານ​ທີ່​ເຝົ້າຮັກສາ​ຢູ່​​ເຂດ​ຊາຍ​ແດນ​ນັ້ນມີ​ອຳນາດອິດ​ທິພົນ​ເປີດ​ກວ້າງ​ອອກຢ່າງ​ບໍ່​ຢຸດ​ຢັ້ງ​, ຄວາມ​ຂັດແຍ່ງທາງ​ສັງຄົມກໍ່​ດຸ​ເ​ດືອດຂຶ້ນ. ປີ 755, ນາຍ​ທະຫານ​ທີ່​ເຝົ້າຮັກສາ​ຢູ່​​ເຂດຊາຍ​ແດນ​ໄດ້​ກໍ່​ການ​ກະບົດ, ​ແລະ​ມຸ່ງ​ໜ້າສູ່​ເມືອງ​ສາງ​ອ່ານ. ຖາງ​ສວນ​ຈົ່ງ​ພາ​ສະໜົມ​ຢາງ​​​ແລະຂ້າ​ລາຊະ​ບໍລິພານ​ທັງຫຼາຍໂຕນ​ໜີ​ອອກ​ຈາກ​ເມືອງ​ສາງ​ອ່ານ. ຢູ່​ກາງ​ທາງ, ນາຍ​ແລະ​ພົນທະຫານ​ທີ່​ອາລັກຂາ​ໄດ້​ຂ້າ​​ເສນາ​ບໍດີ​ໃຈ​ຄົດຢາງ​ໂກ​ຈົ່ງ​ຕາຍ​ຍ້ອນ​ຄວາມ​ຄຽດ​​ແຄ້ນ, ​ແລະ​ບັງຄັບ​ໃຫ້ຖາງ​ສວນ​ຈົ່ງ​ຂ້າ​ສະໜົມ​ຢາງ​. ​ເພື່ອ​ຄວາມໝັ້ນ​ຄົງ​ຂອງ​ອຳນາດ​ການ​ເມືອງ, ຖາງ​ສວນ​ຈົ່ງ​ຈຳ​ເປັນ​ຕ້ອງ​ພະລາ​ຊະ​ທານ​ໃຫ້​ສະ​ໜົມ​ຢາງ​ຂ້າ​ຕົວ​ຕາຍ, ​ແລ້ວ​ໜີ​ໄປ​ສູ່​ເສ​ສວນທີ່​ຢູ່ພາກ​​ໃຕ້​. ພາຍຫຼັງມາ, ​ເຖິງ​ວ່າການ​ກະ​ບົດ​ດັ່ງ​ກ່າວ​ຖືກ​ປາບລົງ​ຢ່າງ​ຮາບ​ຄາບກໍ່ຕາມ, ​ແຕ່​ຫຼັງຈາກ​ນັ້ນ ລາຊະວົງ​ຖາງທີ່​ເຄີຍ​ຈະ​ເລີນ​ຮຸ່ງ​ເຮືອງ​ນັ້ນກໍ່​​ເລີ່​ມຊຸດ​ໂຊມ​ລົງ, ​ແລະ​ເດີນ​ໄປ​ສູ່​ຄວາມ​ຫາ​ຍະ​ນະ​ເທື່ອ​ລະ​ກ້າວ.

​ໃນ​ການ​ປັ່ນ​ປ່ວນ​ເທື່ອ​ນີ້, ຖາງ​ສວນ​ຈົ່ງ​ຖືກ​ບັງຄັບ​ສະຫຼະລາຊະ​ບັນລັງ​ໃຫ້​ລາຊະ​ທາຍາດ, ​ແລະສິ້ນ​ພະ​ຊົນ​ເມື່ອພະ​ຊົນມາຍຸ​ໄດ້ 78 ພັນ​ສາ.