ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-06 21:13:38    
ໃຫ້​ເດັກ​ນ້ອຍ​ຊົນ​ນະ​ບົດ​ເຂົ້າ​ຮຽນ​ຢ່າງ​ເບົາ​ຈິດ​ເບົາ​ໃຈ​(ສຽງ)

cri Author: shuo

​​​​
ນັບ​ມາຮອດ​ທ້າຍ​ປີ2005,ຢູ່​ເຂດ95%ຂອງຈີນ​ ເຊິ່ງ​ເປັນ​ປະ​ເທດ​ທີ່​ມີ​ປະຊາກອນ​ຫຼາຍ​ກວ່າ​ໝູ່​ໃນ​ໂ​ລກ​​ໄດ້​ເຜີຍ​ແຜ່​ການ​ສຶກສາ​ພາກ​ບັງ​ຄັບ​9​ປີ​ຄືແຕ່​ໂຮງຮຽນ​ປະຖົມ​ຮອດ​ໂຮງ​ຮຽນ​ມັດ ທະ​ຍົມ​ຕົ້ນ​ໃຫ້​ທົ່ວ​ເຖິງ​ກັນ,​ແຕ່​ວ່າ​ອີກ​5%​ທີ່​ຍັງ​ບໍ່​ທັນ​ໄດ້​ປະ​ຕິ​ບັດ​ການ​ສຶກ​ສາ​ພາກ​ບັງ​ຄັບ​ນັ້ນ​ລ້ວນ​ແຕ່​ໂຮມ​ສູນ​ຢູ່​ຊົນ​ນະ​ບົດ​ທີ່​ເສດ​ຖະກິດ​ດ້ອຍ​ພັດ​ທະ​ນາ.​ໂດຍ​ປະ​ເຊີນ​ກັບ​ບັນ​ຫາ​ດັ່ງ​ກ່າວ,​ລັດ​ຖະ​ບານ​ຈີນ​​ໄດ້​ພິ​ຈາ​ລະ​ນາ​ເປັນ​ແນວ​ໃດ?​ເຮັດ​ແນວ​ໃດ​ຈຶ່ງ​ສາ​ມາດ​ເຮັດ​ໃຫ້​ເດັກ​ນ້ອຍ​ໃນ​ຊົນ​ນະ​ບົດ​ເຫຼົ່າ​ນີ້​ກໍ​ເຂົ້າ​ຮຽນ​ໄດ້,​ແລະ​ສຳ​ເລັດ​ການ​ສຶກ​ສາ​ພາກ​ບັງ​ຄັບ​ຢ່າງ​ສະ​ດວກ​ໄດ້?​

ພໍ​ເຂົ້າສູ່ລະ​ດູ​ໃບ​ໄມ້​ປົ່ງ,ໂຮງຮຽນ​ປະຖົມ​ແລະ​ໂຮງຮຽນ​ມັດທະ​ຍົມ​ຕ່າງ​ຂອງ​ເມືອງ​ຈ້າວ​​ເຈ່ຍ​ແຂວງ​ເຊ​ສວນ​ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ໄດ້​ທະ​ຍອຍ​ກັນ​ເປີດ​ຮຽນ​ແລ້ວ.​ພໍ່​ແມ່​ກໍ​ໄດ້​ຂຸ້ນ​ຂ້ຽວ​ກຽມ​ຄ່າ​ໃຊ້​ຈ່າຍ​ຊະ​ນິດ​ຕ່າງໆ​ໃຫ້​ລູກ,​ແຕ່​ສິ່ງ​ທີ່​​ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ຄິດ​ຮອດ​ນັ້ນ​ແມ່ນ,​ແຕ່​ພາກ​ຮຽນ​ນີ້​ເປັນຕົ້ນ​ໄປ​ບໍ່​ຕ້ອງ​ເສຍ​ຄ່າ​ຮຽນ​​ແລະ​ຄ່າ​ສາ​ລະ​ພັດ​ອີກ​ແລ້ວ.​ທັງ​ນີ້​ໄດ້​ເຮັດ​ໃຫ້​ພໍ່​ແມ່​ຫຼາຍ​ຄົນ​ດີ​ໃຈ​ທີ່​ສຸດ.

"​​ເສຍ​ເງິນ​ໜ້ອຍ​ແລ້ວ​ແນ່ນອນ​ຈະ​ດີ​ໃຈ​ຫຼາຍ,​ເພາະວ່າ​ທັງນີ້​ໄດ້​ຫຼຸດການ​ຫາບ​ແບກ​ຂອງ​ພວກ​ເຮົາ​ໃຫ້​ໜ້ອຍ​ລົງ.​ເວົ້າ​ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ,ມີ​ລູກ3​ຄົນ,ຜູ້​ໜຶ່ງ​ຮຽນ​ຢູ່​ໂຮງ​ຮຽນ​ມັດ​ຖະຍົມ​ປາຍ,​ຜູ້​ໜຶ່ງ​ຮຽນ​ຢູ່​ໂຮງຮຽນ​ປະຖົມ,​ແລະ​ອີກ​ຜູ້​ໜຶ່ງ​ຮຽນ​ຢູ່​ໂຮງຮຽນ​ມັດ​ທະ​ຍົມ​ຕົ້ນ, ຖ້າ​ຄ່າ​ຮຽນ​ຫຼາຍ,​ຂ້າ​ພະ​ເຈົ້າ​ກໍ​ຫາບ​ແບກ​ບໍ່​ໄດ້."

ລັດຖະບານ​ຈີນ​ໄດ້ປະກາດໃຊ້ນະ​ໂຍບາຍ​ໃໝ່​ດັ່ງກ່າວທີ່​ເຮັດ​ໃຫ້​ພໍ່​ແມ່​ທັງ​ຫຼາຍ​ຮູ້​ສຶກ​ດີ​ໃຈ​ຫຼາຍ​​ໃນ​ທ້າຍ​ປີ​2005,​ເຊິ່ງ​ມີ​ເນື້ອ​ໃນ​ຄື ​ແຕ່​ພາກຮຽນ​ໃໝ່​ຫຼັງ​ຈາກ​ພັກ​ຮຽນ​ລະ​ດູ​ໜາວ​ປີ​ນີ້​ເປັນ​ຕົ້ນ​ໄປ,ຍົກ​ເລີກ​ຄ່າ​ຮຽນ​ແລະ​ຄ່າ​ສາ​ລະ​ພັດ​ທັງ​ໝົດ​ຂອງ​ນັກ​ຮຽນ​ໃນ​ໄລ​ຍະ​ການ​ສຶກ​ສາ​ພາກ​ບັງ​ຄັບ​ຂອງ​ເຂດ​ຊົນ​ນະ​ບົດ​ພາກ​ຕາ​ເວັນ​ຕົກ;​ໃນ​ປີ​ໜ້າ,​ຍັງ​ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ດັ່ງ ກ່າວ​​ໃຫ້​ຂະ​ຫຍາຍ​ໄປ​ຮອດ​ເຂດ​ຊົນ​ນະ​ບົດ​ພາກ​ກາງ​ແລະ​ພາກ​ຕ​າ​ເວັນ​ອອກ​ຂອງ​ຈີນ,​ແລ້ວ​ບັນ​ລຸ​ການ​ຍົກ​ເລີກຄ່າ​ຮຽນ​ແລະ​ຄ່າ​ສາ​ລະ​ພັດ​ທັງ​ໝົດ​ຂອງ​ເດັກ​ນ້ອຍ​ທີ່​ເຖິງ​​ໄວ​ຮຽນ​ຢູ່​ຊົນ​ນະ​ບົດ​ທົ່ວ​ປະ​ເທດ100​ກວ່າ​​ລ້ານ​ຄົນ.

ທີ່​ຈິງ​ແລ້ວ,​ແຕ່​ໃດ​ມາ,ຈີນ​ກໍ​ໄດ້​ປະຕິບັດ​ລະບອບຟິຕໍ່​ການ​ສຶກ​ສາ​ແຕ່​ໄລ​ຍະ​ປະ​ຖົມ​ຮອດ​ມັດ ທະ​ຍົມ.​ແຕ່​ນັກຮຽນ​ຍັງ​ຕ້ອງ​ເສຍ​ຄ່າຮຽນ​ຄ່າ​ສາ​ລະ​ພັດ​ພ້ອມ​ດ້ວຍ​​ຄ່າ​ປື້ມ​ແບບ​ຮຽນ​ແລະ​ປື້​ມ ຂຽນ​ເປັນ​ຕົ້ນ.​ນັບ​ລວມ​ແລ້ວ,​ຄ່າ​ເຫຼົ່າ​ນີ້​ມີ​ແຕ່​ໜຶ່ງ​ສອງ​ຮ້ອຍ​ຢວນ​ເທົ່າ​ນັ້ນ,​ເວົ້າ​ສຳ​ລັບ​​ໄທ​ເມືອງ​ແລະ​ຊາວ​ກະ​ສິ​ກອນ​ຂອງ​ເຂດ​ເສດ​ຖະ​ກິດ​ພັດ​ທະ​ນາ​ທີ່​ມີ​ເງື່ອນ​ໄຂ​ເສດ​ຖະ​ກິດ​ອ່າວ​ດີ​ແລ້ວ,​ບໍ່​ແພງ​ປານ​ໃດ.​ແຕ່​ວ່າ,​ເວົ້າ​ສຳ​ລັບ​ຄອບ​ຄົວ​ຊາວ​ກະ​ສິ​ກອນ​ຈຳ​ນວນ​ໜຶ່ງ​ທີ່​ມີ​ລາຍ​ໄດ້​ໜ້ອຍ​ທີ່​ສຸດ,​ຄ່າ​ເຫຼົ່າ​ນີ້​ກໍ​ແມ່ນ​ການ​ຫາບ​ແບກ​ບໍ່​ໜ້ອຍ,​ສະ​ນັ້ນ​ຈຶ່ງ​ໄດ້​ເກີດ​ມີ​ບັນ​ຫາ​ທີ່​ຈຳ​ເປັນ​ຕ້ອງ​ໃຫ້​ເດັກ​ນ້ອຍ​ຕົກ​ຮຽນ​ແລະ​ເຊົາ​ຮຽນ​ຍ້ອນ​ບໍ່​ມີ​ເງິນ.

ໃນຫຼາຍປີ​ມາ​ນີ້,ລັດຖະບານ​ຈີນ​ໄດ້​ຮັບ​ຮູ້ຢ່າງ​​ເຕັມທີ່​ເຖິງຄວາມ​ສຳ​ຄັນ​ຂອງ​ການ​ເຜີຍ​ແຜ່​ການ​ສຶກ​ສາ​ໃຫ້​ທົ່ວ​ເຖິງ​ກັນ​ທີ່​ມີ​ຕໍ່​ການ​ຍົກ​ຄຸນ​ທາດ​ຂອງ​ປະ​ຊາ​ກອນ​ໃຫ້​ສູງ​ຂຶ້ນ​ແລະ​ການ​ຫັນ​ກຳ​ລັງ​ໜີບ​ດ້ານ​ປະ​ຊາ​ກອນ​ມະ​ນຸດ,​ໄດ້​ເພີ່ມ​ການ​ລົງ​ທຶນ​​ເຂົ້າ​ໃນ​ການ​ສຶກ​ສາ​ພາກ​ບັງ ​ຄັບ​ເທື່ອ​ລະ​ກ້າວ,​ແລະ​ໃຊ້​ມາດ​ຕະ​ການ​ຕ່າງໆ​ພັດ​ທະ​ນາ​ການ​ສຶກ​ສາ​ພາກ​ບັງ​ຄັບ​ຂອງ​ຊົນ​ນະ​ບົດ​ຢ່າງ​ແຂງ​ແຮງ.

ທ່ານ​ໂຈ່​ວຈີ້ ລັດຖະມົນຕີ​ກະຊວງ​ສຶກສາ​ທິການຈີນ​ເວົ້າວ່າ:"​ໃນ​ໄລຍະປະຕິ​ບັດ​ແຜນ​ການ​5​ປີ​ຄັ້ງ​ທີ​10,ລັດ​ໄດ້​ຈັດ​ເອົາ​ການ​ສຶກ​ສາ​ຊົນ​ນະ​ບົດ​​ໄວ້​ຢູ່​ຖານະ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ​ກວ່າ​ໝູ່,​ໄດ້​ປະກາດ​ໃຊ້​ນະ​ໂຍ​ບາຍ​ອັນ​ໃຫຍ່​ຫຼວງ​ຄື​ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ສຶກ​ສາ​ທີ່​ເພີ່ມ​ຕື່ມ​ໃໝ່​ຕົ້ນ​ຕໍ​ໃຊ້​ເຂົ້າ​ໃນ​ຊົນ​ນະ​ບົດ,​ແລະໄດ້​ປະ​ຕິ​ບັດ​ກິດ​ຈະ​ການ​ແລະ​ໂຄງການ​ສຳ​ຄັນ​ຕ່າງໆ,​ການ​ສຶກ ສາ​ໃນ​ຊົນ​ນະ​ບົດ​ຈຶ່ງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ແລະ​ການ​ເສີມ​ສ້າງ​ຢ່າງ​ແທ້​ຈິງ."

​ແຕ່​ປີ2004​ເປັນຕົ້ນ​ມາ,​ແຕ່ລະ​ປີລັດຖະບານ​ກາງ​ຂອງຈີນກໍ​ໄດ້​ເບີກ​ເງິນ​ຈຳ​ເພາະ​,​ເພື່ອ​ປະ​ຕິ​ບັດ​ກິດຈະການ​ກໍ່ສ້າງ​ໂຮງ​ຮຽນ​ກິນ​ນອນ​ຂອງ​ຊົນນະບົດ​.ທັງ​ນີ້​ໄດ້​ອຳນວຍ​ຄວາມ​ສະ ດວກ​ໃຫ້​ແກ່​​ເດັກ​ນ້ອຍ​ທີ່​ບ້ານ​ຫ່າງ​ຈາກ​ໂຮງ​ຮຽນ​ໄກ​ສົມຄວນ,​ພວກ​ເຂົາ​ເຈົ້າ​ບໍ່​ຕ້ອງ​ເດີນ​ທາງ​ໄກ​ໄປ​​ເຂົ້າ​ຮຽນ​ຊູ່​ມື້​ອີກ​ແລ້ວ,​ສາ​ມາດ​ພັກ​ຢູ່​ຫໍພັກ​ອັນ​ສະ​ອາດ​ຮຽບ​ຮ້ອຍ​ຂອງ​ໂຮງ​ຮຽນ,.​ເພື່ອ​ຫຼຸດຄວາມ​ຜິດ​ໂຕນ​ກັນ​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ​ຊົນ​ນະ​ບົດ​ກັບ​ຕົວ​ເມືອງ​ໃຫ້​ໜ້ອຍ​ລົງ,ຈີນ​ຍັງ​ໄດ້​ດຳ​ເນີນ​ການ​ສຶກ​ສາ​ທາງ​ໄກ​ດ້ວຍ​ເຄືອ​ຂ່າຍ​ຄອມ​ພິວ​ເຕີ​ແລະ​ຕາ​ໜ່າງ​ໂທ​ລະ ພາບ​ດາວ​ທຽມ,​ເຮັດ​ໃຫ້​ເດັກ​ນ້ອຍ​ຊົນ​ນະ​ບົດ​ກໍ​​ໄດ້ຮັບ​​ການ​ສຶກ​ສາ​ຈາກ​ຄູ​ອາຈານ​ທີ່​ຊື່​ດັງ​ໄດ້​ຮູບ​ການ​ສາ​ລະ​ພັດ​ທີ່​ທັນ​ສະ​ໄໝ ຄື​ກັນ​ກັບ​ເດັກນ້ອຍ​ໃນ​ຕົວ​ເມືອງ​ໃຫຍ່.​ປະ​ຈຸ​ບັນ​ນີ້,​ໂຮງ ຮຽນ​ຊົນນະ​ບົດ​ໃນ​​ແຫ່ງ​ຕ່າງໆ​ຂອງ​ຈີນ​ລ້ວນ​ແຕ່​ພວມ​ຕັ້ງໜ້າ​ເພີ່ມ​ເຕີມ​ຈຳ​ນວນ​ຄອມ​ພິວ​ເຕີ​ແລະ​ອຸ​ປະ​ກອນ​ທີ່​ກ່ຽວ​ຂ້ອງ​ແລະ​ໂທ​ລະ​ພາບ​ດາວ​ທຽມ.​ເມື່ອ​ຮອດ​ທ້າຍ​ປີ​2007,​ຢູ່​ແຕ່​ລະ ໂຮງ​ຮຽນ​ປະ​ຖົມ​ແລະ​ມັດ​ທະ​ຍົມຂອງ​ຊົນ​ນະ​ບົດ​ຈີນ​ລ້ວນ​ແຕ່​ຈະ​ມີ​ອຸ​ປະ​ກອນ​ຮັບ​​ເບິ່ງ​ໂທ​ລະ​ພາບ​ດາວ​ທຽມ​,​ແລະ​ໃນ​​ແຕ່ລະ​​ໂຮງ​ຮຽນ​ມັດ​ທະ​ຍົມ​ຂອງ​ຊົນ​ນະ​ບົດ​ຢ່າງ​ໜ້ອຍ​ຕ້ອງ​ມີ​ຫ້ອງ ຮຽນ​ຄອມ​ພິວ​ເຕີ​ຫ້ອງ​ໜຶ່ງ.

​ເຖິງຈະ​ເປັນ​ແນວ​ນີ້​ກໍ​ຕາມ,ລະດັບ​ການ​ສຶກສາ​ຂອງ​ຊົນນະບົດ​ຈີນ​ໃນ​ສະ​ເພາະ​ໜ້າ​ຍັງ​ຕ່ຳ​ກວ່າ​ຕົວ​ເມືອງ​ຫຼາຍ.​ເພື່ອ​ຫຼຸດ​ຄວາມ​ຜິດ​ໂຕນ​ກັນດັ່ງ​ກ່າວ​ໃຫ້​ໜ້ອຍ​ລົງ​ຕື່ມ​ອີກ,​ໃນ​ແຜນ​ກຳ ນົດ​5​ປີ​ຂ້າງ​ໜ້າ​ທີ່​ລັດ​ຖະ​ບານ​ຈີນ​ວາງ​ອອກ​​ໃນຫວ່າງ​ກ່ອນ​ນີ້​ບໍ່​ດົນ,​ໄດ້​ວາງ​ການ​ສຶກ​ສາ​ຊົນ​ນະ​ບົດ​ໄວ້​ຢູ່​ຖາ​ນະ​ອັນ​ພົ້ນ​ເດັ່ນ​ອີກ​.ທ່ານ​ເວີ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ສະ​ເໜີວ່າ, ຈະ​ເພີ່ມ​ລາຍ​ຈ່າຍ​ການ​ສຶກ​ສາ​ຢ່າງ​ຫຼວງ​ຫຼາຍ,​ເພື່ອ​ປົວ​ແປງ​ເງື່ອນ​ໄຂ​ສຶກ​ສາ​ຂອງ​ເຂດ​ຫ່າງ​ໄກ​ສອກ​ຫຼີກ​ໃຫ້​ດີ​ຂຶ້ນ.​ທ່ານ​ເວົ້າວ່າ:"​ໃນ​ຫ້າ​ປີ​ຂ້າງ​ໜ້າ,​ນັບ​ລວມ​ແລ້ວ,​ການ​ເງິນ​ຂອງ​ລັດ​ຈະ​ເພີ່ມ​ຄ່າ​ໃຊ້​ຈ່າຍ​ດ້ານ​ການ​ສຶກ​ສາ​ພາກ​ບັງຄັບ​​218​ຕື້​200​ລ້ານ​ຢວນ,​ເພື່ອ​ຍົກ​ລະດັບ​ຮັບປະ ກັນ​ຄ່າ​ໃຊ້​ຈ່າຍ​ສາ​ທາ​ລະນະ​ຂອງ​ໂຮງຮຽນ​ປະຖົມ​ແລະ​ໂຮງ​ຮຽນ​ມັດ​ທະ​ຍົມ​ຂອງ​ຊົນ​ນະ​ບົດ ໃນ​ໄລ​ຍະ​ການ​ສຶກ​ສາ​ພາກ​ບັງຄັບ​ໃຫ້​ສູງ​ຂຶ້ນ​,ສ້າງກົນ​ໄກ​ລົງທຶນ​ເຂົ້າ​ໃນ​ການ​ຮັກ​ສາ​ແລະ ດັດ​ສ້າງ​ໂຮງ​ຮຽນ​ປະຖົມ​​ແລະ​ໂຮງ​ຮຽນ​ມັດ​ທະ​ຍົມ​ຂອງ​ຊົນ​ນະ​ບົດ,​ເຮັດ​ໃຫ້​ເດັກ​ນ້ອຍ​ທຸກ​ຄົນ​ລ້ວນ​ແຕ່​ມີ​ໂອ​ກາດ​ໄດ້​ຮັບ​ການ​ສຶກ​ສາ​ພາກ​ບັງ​ຄັບ​ຢ່າງ​ສະ​ເໝີ​ພາບ​ກັນ."

ນາງ​ຫຼີຈໍ​ຈ່ວນ​ແມ່ນ​ຄູ​ທຳ​ມະ​ດາ​ສາ​ມັນ​ຂອງ​ເມືອງ​ຈິງ​ຕົ່ງ​ແຂວງ​ຢຸນນານ,​ເມື່ອ​​ໄດ້​ຍິນ​ຄຳ​ໝັ້ນ ສັນ​ຍາ​ອັນ​ເຄັ່ງ​ຂຶມ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,​ນາງ​ຮູ້ສຶກ​ດີ​​ໃຈ​ທີ່​ສຸດ,​ແລະ​ມີ​ຄວາມ​ປາ​ຖະ​ໜາ​ອັນ​ເຕັມ​ປ່ຽມ​ຕໍ່​ພາ​ລະ​ກິດ​ການ​ສຶກ​ສາ​​ຂອງ​ບ້ານ​ເກີດໃນ​ອະ​ນາ​ຄົດ.​ນາງ​ເວົ້າ​ວ່າ:​"ຂ້າ​ພະ​ເຈົ້າ​ຫວັງ​ວ່າ,​ຫຼັງ​5​ປີ​ແລ້ວ,​ເດັກ​ນ້ອຍ​ຈະ​ຂຶ້ນ​ຫ້ອງ​ຢູ່​ຫ້ອງ​ຮຽນ​ທີ່​ກວ້າງ​ຂວາງ,​ເລີກ​ຮຽນ​ແລ້ວ​ກໍ​ຈະ​ຫຼິ້ນ​ຢູ່​ເດີ່ນ​ກິລາ​ທີ່​ມີ​ຫຍ້າ​ຂຽວ​ອຸ່ມ​ທຸ່ມ.​ແຕ່​ວ່າ,​ຖ້າ​ຢາກ​ເຮັດ​ໃຫ້​ເດັກ​ນ້ອຍ​ຂອງ​​ເຂດ​ພວກ​ເຮົາ​ມີ​ສິ່ງ​ແວດ​ລ້ອມ​ອັນ​ດີ​ງາມ ໄດ້​ຮັບ​ການ​ສຶກ​ສາ​ທາງ​ໄກ​ແລະ​​ໄດ້​ຮັບ​ການ​ສຶກ​ສາ​ທັນ​ສະ​ໄໝ ຄື​ກັນ​ກັບ​ເດັກ​ນ້ອຍ​ຂອງ​ຕົວ​ເມືອງ,​ຂ້າ​ພະ​ເຈົ້າ​ຄິດ​ວ່າ​​ໃຊ້​ເວ​ລາ​5​ປີ​ອາດ​ບໍ່ພໍ,​ແຕ່​ຂ້າ​ພະ​ເຈົ້າ​ເຊື່ອ,​ຄວາມ​ຜິດ​ໂຕ​ກັນ​ດັ່ງ​ກ່າວ​ຈະ​ນັບ​ມື້​ນັບ​ໜ້ອຍ​ລົງ."