ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-06 21:14:02    
ນອນ​ຫຼັບ​ແຈບ​ແຮ່ງ​ດົນ​ແຮ່ງ​ດີ​ບໍ່?​(ສຽງ)

cri Author: shuo

​​
ໃຜໆ​ກໍ​ຮູ້​ດີ​ຢູ່​ແລ້ວວ່າ​ ນອນ​ບໍ່ຫຼັບ​ເປັນ​​ໂທດຕໍ່​ສຸຂະພາບ.​ຄັນຊັ້ນ,ນອນ​ຫຼັບ​ແຈບ​ແຮ່ງ​ດົນ​ແຮ່ງດີ​ບໍ່?

ບໍ່​ແມ່ນ​ແນວ​ນັ້ນດອກ.ຜູ້​ຊ່ຽວຊານ​ແພດສາດ​ຊີ້​ອອກ​ວ່າ,ນອນ7ຊົ່ວ​ໂມງ​ທຸກ​ມື້​ມີ​ຜົນ​ດີ​ຫຼາຍ​ທີ່​ສຸດ​ຕໍ່​ສຸ​ຂະ​ພາບ.

ຄຳ​ວ່າ"ນອນ​ບໍ່ຫຼັບ"ມີ​ຕົວ​ເລກ​ຄາດໝາຍ​ຫຼາຍຢ່າງ​ຫຼາຍ​ແນວ,​ໃນ​ນັ້ນ,​ເວລາ​ນອນ​ຫຼັບ​ແມ່ນ​ຕົວ​ເລກ​ຄາດ​ໝາຍ​ອັນ​ສຳ​ຄັນ.​ຖ້າ​ຍອດ​ເວ​ລາ​ນອນ​ຫຼັບ​​ໃນ​ມື້​ໜຶ່ງ​ສັ້ນ​ກວ່າ​6​ຊົ່ວ​ໂມງ​ແລ້ວ,​ໃນ​ດ້ານ​ແພດ​ສາດ​ເຫັນ​ວ່າ​ເປັນ​ພະ​ຍາດ​ນອນ​ບໍ່​ຫຼັບ,ຈະ​ເປັນ​ໂທດ​ຕໍ່​ສຸ​ຂະ​ພາບ​ຄົນ​ເຮົາ​ໃນ​ລະ​ດັບ​ໃດ​ໜຶ່ງ.

​ແຕ່​ວ່າ​,​​ເວລານອນ​ດົນ​ເກີນ​ໄປກໍ​ບໍ່​ມີ​ຜົນ​ດີ​ຕໍ່​ສຸຂະພາບຄື​ກັນ.ຜົນ​ການ​ຄົ້ນ​ຄວ້າ​ທີ່​ກ່ຽວ​ຂ້ອງ​ຊີ້​ອອກ​ວ່າ,​ເວ​ລາ​ນອນ​ສັ້ນ​ໂພດ​ແລະ​ດົນ​ໂພດ​ລ້ວນ​ແຕ່​ຈະ​​ເພີ່ມ​ຄວາມ​ອັນ​ຕະ​ລາຍ​ທີ່​ຈະ​​ເປັນ ​ໂຣກ​ເບົາ​ຫວານ ​ໂຣກ​ໝາກ​ຫົວ​ໃຈ​ ຈົນ​ກະ​ທັ້ງ​ຕາຍ​ວ່າ​​ໄດ້,​ສ່ວນ​ການ​ນອນ​7​ຊົ່ວ​​ໂມງ​ຈະ​​ເຮັດ​ໃຫ້​ຄວາມ​ອັນ​ຕະ​ລາຍ​ທີ່​ເປັນ​ໂຣກ​ເບົາ​ຫວານ ​ໂຣກ​ໝາກ​ຫົວ​ໃຈ​​ແລະ​ຕາຍ​ນັ້ນ​ຫຼຸດ​ລົງ​ຮອດ​ລະ​ດັບ​ຕ່ຳ​ສຸດ.

ພ້ອມ​ກັນນັ້ນການຄົ້ນຄວ້າ​ຍັງ​ຊີ້​ອອກ​ວ່າ,​ບໍ່​ປັດ​ປ່າຍ​ບາງ​ຄົນ​ພິ​ເສດ​​ເຖິງ​ຈະ​ນອນ​ແຕ່​4​-​5​ຊົ່ວ​ໂມງ​ຊູ່​ມື້ ຫຼື​ນອນ​10​ຊົ່ວ​ໂມງ​ຂຶ້ນ​ໄປ​ຍັງ​ມີ​ສຸ​ຂະ​ພາບ​​ເຂັ້ມ​ແຂງ​.