ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-07 10:41:14    
ຂ່າວ​ກິລາ​ປະ​ມວນ​ໜຶ່ງ(ສຽງ)

cri Author: lm

ສະບາຍ​ດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່ລາຍການ​ໂລກ​ກິ​ລາ. ​ໃນ​ລາຍກາ​ນພາກ​ນີ້, ຂະພະ​ເຈົ້າຈະ​ສະ​ເໜີ​ຂ່າວ​ກິລາ​ປະມວນໜຶ່ງ​ສູ່​ທ່ານ​ຟັງ.

ວັນ​ທີ 23 ມີນາ ​ໂຄງການ​ສູນ​ເທັນ​ນິສສວນສາທາລະນະ​ໂອ​ລິ​ມປິກ​ປັກ​ກິ່ງ ​ເຊິ່ງ​ແມ່ນ​ສະ​ໜາມ​ແຂ່ງຂັນ​ເທັນ​ນິສ​​ໃນ​ງານ​ກິລາໂອ​ລິ​ມປິກປັກ​ກິ່ງ​ປີ 2008 ​ໄດ້​ເລີ່​ມລົງມື​ກໍ່​ສ້າງ​ຢ່າງ​ເປັນ​ທາງ​ການ. ສູນ​ເທັນ​ນິສສວນ​ສາທາລະນະ​ໂອ​ລິ​ມປິກ​ປັກ​ກິ່ງ​ຕັ້ງຢູ່​ໃນ​ສວນປ່າ​ໄມ້​ໂອ​ລິ​ມປິກ​ປັກ​ກິ່ງ, ​ເນື້ອ​ທີ່​ກໍ່ສ້າງ​ປະມານ 16,68 ​ເຮັກຕາ. ຕາມ​ຄວາມ​ຕ້ອງການ​ຂອງ​ການ​ແຂ່ງຂັນ​ງານ​ກິລາ​ໂອ​ລິ​ມປິກ, ສູນ​ເທັນ​ນິສຈະມີ​ສະໜາມ​ແຂ່ງຂັນ 10 ​ແຫ່ງ, ສະໜາມ​ຝຶກ​ 6 ​ແຫ່ງ, ມີ​ບ່ອນ​ນັ່ງ 1 ໝື່ນ 7400 ບ່ອນ.

ຫວ່າງ​ມໍ່ໆ​ນີ້, ​ເຈົ້າໜ້າ​ທີ່​ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ເຜີຍ​ໃຫ້​ຮູ້​ວ່າ, ​ເພື່ອ​ກວດ​ສອບ​ສັບພະ​ຄຸນ​ຂອງ​ສະໜາມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ, ຝຶກ​ຊ້ອມ​ການ​ຈັດຕັ້ງ​ແລະ​ການ​ໝູນ​ເດີນ​ຂອງ​ງານ​​ແຂ່ງຂັນ, ຄະນະ​ກຳມະການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ໄດ້​ຕົກລົງ​ວ່າ ​ແຕ່​ເດືອນ​ສິງຫາ​ປີ​ນີ້​ຮອດ​ເດືອນ​ພຶດສະພາ​ປີ 2008 ຈະ​ຈັດ​ການ​ແຂ່ງຂັນ​ກວດກາ 42 ​ລາຍການ. ງານ​ແຂ່ງຂັນກວດກາ​ທີ່​ຕົກລົງ​ຈະ​ຈັດ​ຂຶ້ນ​ໃນ​ປີ​ນີ້​ມີ​ສອງ​ລາຍ​ການ ຄື ການ​ແຂ່ງຂັນ​ເຮືອ​ໃບ​ເຊື້ອ​ເຊີນ​ສາກົນ​ປີ 2006 ຢູ່​​ເມືອງ​ຊິ່ງຕາວ ສາຂາສະ​ໜາມ​ງານ​ກິລາ​ໂອ​ລິ​ມ ປິກ​ປັກ​ກິ່ງ​ແຕ່​ວັນ​ທີ 18 ຫາ​ວັນ​ທີ 31 ສິງຫາ; ສອງ​ແມ່ນ​ການ​ແຂ່ງ​ຂັນ​ຊອຟ​ບອນ​ເພດ​ຍິງ​ຊິງ​ຊະນະ​ເລີດ​ລະດັບ​ໂລກ​ທີ່​ຈະ​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​​ແຕ່​ວັນ​ທີ 27 ສິງ​ຫາ​ເຖິງ​ວັນ​ທີ 5 ກັນຍາ.

​ແຕ່​ວັນ​ທີ 21 ຫາ​ວັນ​ທີ 22 ມີນາ, ທ່ານ​ຮາ​ຢາ​ໂຕ ຮອງ​ປະ​ທານ​ຟີ​ຟາຫຼື FIFA ​ໄດ້​ນຳ​ພາ​ໜ່ວຍ​ສຳຫຼວດຂອງຟີ​ຟາມາ​ສຳຫຼວດສະພາບ​​ການ​ກະກຽມ​ການ​ແຂ່ງຂັນ​ບານ​ເຕະ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008, ພາຍຫຼັງສຳ​ເລັດ​ການສຳຫຼວດ​ແລ້ວ, ທ່ານ​ຮາ​ຢາ​ໂຕ​ກ່າວ​ວ່າ, ຟີ​ຟາ​ຮູ້ສຶກ​ເພິ່ງ​ພໍ​ໃຈ​ຕໍ່​ສະພາບການ​ກະກຽມ​ການ​ແຂ່ງຂັນ​ບານ​ເຕະ​ງານ​ກິລາ​ໂອ​ລິ​ມ ປິກປັກ​ກິ່ງ​ປີ 2008, ​ເຊື່ອ​ວ່າ ການ​ແຂ່ງຂັນ​ບານ​ເຕະ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008 ຈະ​ດຳ​ເນີນຢູ່​ໃຕ້​ເງື່ອນ​ໄຂ​ຈົບງາມ​ສົມບູນ.

ວັນ​ທີ 24 ມີນາ, ທ່ານ​ລິວ​ສີ ປະທານ​ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ພົບ​ປະ​ທ່ານ​ຊາ​ມາຣານສ໌ ປະທານ​ກິດ​ຕິ​ມະ​ສັກ​ຕະຫຼອດຊີວິດ​ຂອງ​ຄະນະ​ກຳມະການ​ໂອ​ ລິ​ມປິກສາກົນ​ທີ່​ມາ​ຢ້ຽມຢາມ. ​ໃນ​ການ​ພົບ​ປະ, ທ່ານ​ລິວ​ສີ​ໄດ້​ຍ້ອງ​ຍໍ​ທ່ານ​ຊາ​ມາ​ຣານສ໌​ໄດ້ປະກອບສ່ວນ​ອັນ​ປະ​ເສີດເຂົ້າ​ໃນ​ການຮ້ອງ​ຂໍ​​ເປັນ​ເຈົ້າພາບ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ຂອງ​ປັກ​ກິ່ງ ​ແລະ​ເຂົ້າ​ໃນ​ການ​ເຜີຍ​ແຜ່​​ກິລາ​ໂອ​ລິ​ມປິກ​ຢູ່​ຈີນ. ​ແຕ່​ວັນ​ທີ 21 ຫາ​ວັນ​ທີ 22 ມີນາ, ທ່ານ​ຊາ​ມາຣານສ໌​ໄດ້​ເປັນກຽດເຂົ້າຮ່ວມ​ເວທີ​ປາ​ໄສ​ຈີນ-​ແອ​ສປາຍ​ຄັ້ງທີ 3 ທີ່​ຈັດ​ຂຶ້ນ​ຢູ່​ທີ່​ຊຽງ​ໄຮ້, ​ແລະວັນ​ທີ 23 ມີນາ​ໄດ້​ມາ​ຮອດ​ປັກ​ກິ່ງ, ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ມີ​ສ່ວນ​ກ່ຽວ​ພັນ​ເຖິງ​ການກິລາ.

ວັນ​ທີ 25 ມີນາ, ງານ​ແຂ່ງຂັນ​ໝາກ​ລຸກສາກົນ​ເພດ​ຍິງ​ຊີງ​ຊະນະ​ເລີດ​ລະດັບ​ໂລກ​ປີ 2006 ​ໄດ້​ສິ້ນ​ສຸດ​ລົງ​ຢູ່​ເມືອງ​ເອກາ​ເຕຣິນບວກ​ແຫ່ງຣັດ​ເຊຍ. ​ໃນ​ການ​ແຂ່ງຂັນ​ຮອບ​ຊິງ​ຊະນະ​ເລີດ, ນາງ​ສິຢີ້ຮວາ ນັກ​ກິລາ​ຈີນ​ໄດ້​ເອົາ​ຊະນະ​ນາງ​ອາ​ເລຍໂມ​ວາ ນັກ​ກິລາຣັດ​ເຊຍ ປະ​ເທດ​ເຈົ້າພາບ, ​ແລ້ວ​ຊີງ​ໄດ້​ແຊມ​ປຽນ. ງານ​ແຂ່ງຂັນ​ໝາກ​ລຸກ​ສາກົນເພດ​ຍິງ​ຊີງ​ຊະນະ​ເລີດ​ລະດັບ​ໂລກຄັ້ງນີ້​ໄດ້​ເລີ່​ມຈັດ​ຂຶ້ນ​ໃນ​ວັນ​ທີ 10 ມີນາ, ຈີນ​ໄດ້​ແຕ່ງ​ນັກ​ກິລາ​ເພດ​ຍິງ 8 ຄົນ​ໄປ​ເຂົ້າຮ່ວມ.

ວັນ​ທີ 22 ມີນາ, ງານ​ແຂ່ງຂັນ​ໄຕ່​ສະ​ເກັດ​ລວດລາຍ​ຊີງ​ຊະນະ​ເລີດ​ລະດັບ​ໂລກ​ປີ 2006 ທີ່​ຈັດ​ຂຶ້ນຢູ່​ເມືອງ​ຄານ​ກາຣີ​ແຫ່ງ​ກາ​ນາ​ດາ​ໄດ້​​ແຂ່ງຂັນຊີງ​ເອົາຫຼຽນຄຳລາຍການ​ໄຕ່​ສະ​ເກັດ​ຄູ່, ນາງ​ຜາງ​ຊີ່​ງກັບ​ທ້າວ​ຖົງ​ຈ້ຽນ ນັກ​ກິລາ​ຈີ​ນຊີງ​ໄດ້ຫຼຽນຄຳ​ລາຍ​ການ​ດັ່ງກ່າວ, ນາງ​ຈ່າງ​ຕ່າ​ນກັບ​ທ້າວ​ຈ່າງ​ຮ້າວ ນັກ​ກິລາ​ຈີນ​ອີກ​ຄູ່​ໜຶ່ງ​ຊີງ​ໄດ້ຫຼຽນ​ເງິນ, ນາງ​ເປ​ໂຕຼ​ວາ​ກັບ​ທ້າວ​ຕີ​​ໂຄ​ນົຟ ນັກ​ກິລາຣັດ​ເຊຍ​ຊີງ​ໄດ້ຫຼຽນທອງ. ນີ້​ແມ່ນ​ນັກ​ກິລາ​ຈີນ​ຊີງ​ໄດ້​ຫຼຽນ​ຄຳ​ລາຍ​ການ​​ໄຕ່​ສະ​ເກັດ​ຄູ່​​ຄັ້ງທີ 3 ໃນ​ງານ​ແຂ່ງຂັນ​ຊີງຊະນະ​ເລີດ​ລະດັບ​ໂລກ ຫຼັງ​ຈາກ​ນາງ​ເຊິ​ນ​ເສ​ກັບ​ທ້າວ​ຈ້າວ​ຫົງ​ປໍ​ຊີງ​ໄດ້​ແຊມປຽນ​ໃນ​ງານ​ແຂ່ງຂັນຊີງ​ຊະນະ​ເລີດ​ລະ​ດັບ​ໂລກ​ປີ 2002 ​ແລະ​ປີ 2003.

ວັນ​ທີ 25 ມີນາ, ງານ​ແຂ່ງຂັນມາລາ​ທອນ​ສາກົນ​ເຊ້ຍ​ເໝິນປີ 2006 ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ເຊ້ຍ​ເໝິນ ທາງ​ພາກ​ໃຕ້​ຂອງ​ຈີນ, ນາງ​ຊຸນ​ເວິ​ຍ​ເວິ​ຍ ນັກ​ກິລາ​ຈີນ​ຊີງ​ໄດ້​ແຊມ​ປຽນ​ໜ່ວຍ​ເພດ​ຍິງ​ດ້ວຍ​ຜົນງານ 2 ຊົ່ວ​ໂມງ 26 ນາທີ 32 ວິນາທີ. ​ໃນ​ການ​ແຂ່ງຂັນ​ໜ່ວຍ​ເພດ​ຊາຍ, ທ້າວ​ຄາ​ມາ ນັກກິລາ​ເກນ​ຢາ​ຊີງ​ໄດ້​ແຊມ​ປຽນ. ມີ​ນັກ​ກິລາ 2 ໝື່ນກວ່າ​ຄົນ​ທີ່​ມາ​ຈາກ 39 ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ເຂົ້າຮ່ວມ​ງານ​ແຂ່ງຂັນ​ເທື່ອ​ນີ້.