ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-07 11:53:17    
ອ່ານ​ຈົດ​ໝາຍ​ຜູ້​ຟັງ​ແລະ​ຂໍ​ຟັງ​​ເພງ(ສຽງ)

cri Author: cai

ຍິນ​ດີ​ພົບ​ກັບ​ທ່ານ​ອີກ​ໃນ​ລາຍການ"ຂົວ​ອາກາດ".ຫວ່າງ​ກ່ອນ​ນີ້ບໍ່​ດົນ,ທ່ານ​ບຸ​ນມາ ​ເຮືອງ​ມະນີ ພະນັກງານ​ອອກ​ກິນ​ເບ້ຍ​ບຳນານ​ແຂວງ​ຫົວ​ພັນ​ທີ່​ມີ​ອາຍຸ 72 ປີໄດ້​ຝາກ​ຈົດໝາຍມາ​​ຍັງ​ພວກ​ເຮົາ,​ໃນ​ຈົດໝາຍ,ທ່ານ​ບອກ​ພວກ​ເຮົາ​ວ່າ,​ເມື່ອ​ໄດ້​ຮັບຈົດໝາຍ​ຂອງ​ວິທະຍຸ​ພວກ​ເຮົາ​ແລ້ວ,ທ່ານ​ຮູ້ສຶກ​ດີ​ໃຈ​ຫຼາຍ,​ແລະ​ຂອບ​ໃຈ​ນຳ​ພວກ​ເຮົາ​ທີ່​ໄດ້​ສົ່ງຄວາມຖາມ​ຂ່າວຕໍ່ທ່ານ,ທ່ານ​ເວົ້າ​ວ່າ,ທ່ານ​ຟັງ​ລາຍການ​ຂອງ​ວິທະຍຸ​ພວກ​​ເຮົາ​ເລື້ອຍໆ,ເມື່ອ​ຟັງ​ຮູ້​ສະພາບ​ການ​ທີ່​ດີ​ຂອງ​ລະ​ບອບ​ສັງຄົມ​ນິຍົມ​​ເຊິ່ງລັດທິ​ມາກ-​ເລ​ນິນ​ແລ້ວ,ຂ້າພະ​ເຈົ້າ​ກໍ່​ໂຄສະນາ​ເຜີຍ​​ແຜ່​ຢູ່​ລາວ​ໃຫ້​ປະຊາຊົນ​ໄປ​ຕາມ,​ເປັນ​ຕົ້ນ​ແມ່ນ​ສະພາບ​ທີ່​ດີ​ຂອງ​ຈີນ ຫວຽດນາມ ກູບາ​ແລະ​ອື່ນໆ​ທີ່​ໄປ​ຕາມ​ລັດທິ​ມາກ-​ເລ​ນິນ​ແລະ​ກອມ​ມູນິດ.​ເສຍ​ດາຍ​ຂ້າພະ​ເຈົ້າບໍ່​ໄດ້​ມາ​ຈີນ​ຈັກ​ເທື່ອ ​ບໍ່​ວ່າ​ເວລາ​ຍັງ​ເຮັດ​ວຽກ​ກໍ່​ຄື​ເວລາ​ເສັງ​ຄວາມ​ຮູ້,​ເພາະ​ບໍ່​ມີ​ໂອກາດ​ແລະ​ໂຊກ​ດີ,​ແຕ່​ເຖິງ​ຢ່າງ​ໃດກໍຕາມ,ຂ້າພະ​ເຈົ້າ​ເປັນ​ສະມາຊິກ​ພັກ​ປະຊາຊົນ​ປະ​ຕິ​ວັດ​ລາວ​ຜູ້​ໜຶ່ງ,ກໍ່​ບໍ່​ປະລະ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ສ້າງສາ​ລະບອບ​ສັງຄົມ​ນິຍົມ​ຈົນ​ເຖິງ​ວັນ​ສິ້ນ​ຊີວິດ.

ເມື່ອ​ໄດ້​ອ່ານ​ຈົດໝາຍ​ຂອງ​ທ່ານ​ບຸນ​ມາ​ແລ້ວ,ພວກ​ເຮົາ​ຮູ້​ສຶກ​ກະ​ຕຸ້ນ​ໃຈຫຼາຍ,ລູງ​ອາຍຸ 72 ປີແລ້ວ,ຍັງ​ຄິດ​ຮອດ​ຄິດ​ເຖິງ​ປະ​ເທດ​ຊາດ​ແລະ​ສັງຄົມ​ນິຍົມ,​ແລະ​ຍິນ​ດີ​ມອບ​ຕະຫຼອດຊີວິດ​ຂອງ​ຕົນ​ໃຫ້​ແກ່​ພັກ ລັດ​​ແລະ​ປະຊາຊົນ​ລາວ,ນະ​ທີ່​ນີ້,ພວກ​ເຮົາ​ຂໍ​ມອບ​ເພງ​ອົບ​ອຸ່ນ​ເພງ​ໜຶ່ງ​ໃຫ້ລູງ,​ເພງ​ນີ້​ຊື່ວ່າ"ຈູ້​ໜີ​ພີງ​ອ່ານ",​ແປ​ວ່າ,ຂໍ​ໃຫ້​ທ່ານ​ຈົ່ງ​ມີ​ຄວາມ​ສະ​ຫງົບ​ສຸກ,ພວກ​ເຮົາ​ຂໍ​ໃຫ້​ທ່ານ​ບຸນ​ມາ​ຈົ່ງ​ມີ​ຄວາມ​ສຸກ​ໃນ​ປະສິມມະ​ໄວ.
(ປ່ອຍ​ເພງ)