ຕາມຂ່າວ "ໜັງສືພິມເຢັນໝິນຢື້ປ້າວ" ຂອງຈີນສະບັບພົ້ນທະເລ: ໃນ 5 ປີຂ້າງໜ້າ, ແຂວງກ່ານຊູ້ທີ່ຢູ່ພາກຕາເວັນຕົກສຽງເໜືອຂອງຈີນຈະລົງທຶນເກືອບ 5 ຕື້ຢວນເພື່ອປົວແປງການເຊື່ອມພິດຂອງແມ່ນ້ຳເຫຼືອງ.
ຕາມພາກສ່ວນອະນຸລັກສິ່ງແວດລ້ອມແຂວງກ່ານຊູ້ແນະນຳວ່າ, ແມ່ນ້ຳເຫຼືອງຕອນຢູ່ແຂວງກ່ານຊູ້ຍາວ 900 ກວ່າກິໂລແມັດ, ໄຫຼຜ່ານ 4 ຕົວເມືອງແລະກິ່ງແຂວງຂອງແຂວງດັ່ງກ່າວ, ໃນນັ້ນ ເມືອງຫຼານໂຈ່ວແລະເມືອງໄປອິນແມ່ນເມືອງອຸດສາຫະກຳໜັກ. ຍ້ອນການປົວແປງແຫຼ່ງເຊື່ອມພິດດ້ານອຸດສາຫະກຳແລະການກໍ່ສ້າງໂຮງຊຳລະນ້ຳໂສໂຄກຕົວເມືອງຂອງແຂວງກ່ານຊູ້ຊັກຊ້າ, ບວກກັບປະລິມານນ້ຳໄຫຼຂອງແມ່ນນ້ຳເຫຼືອງໜ້ອຍລົງ, ດັ່ງນັ້ນ ທາດນ້ຳໃນຫຼາຍປີມານີ້ໄດ້ຂີ້ຮ້າຍລົງຢ່າງເດັ່ນຊັດ.
ປັດຈຸບັນ, ແຂວງກ່ານຊູ້ໄດ້ວາງແຜນປ້ອງກັນແລະປົວແປງການເຊື່ອມພິດນ້ຳຢູ່ເຂດລ້ອງແມ່ນ້ຳເຫຼືອງຕອນຢູ່ແຂວງກ່ານຊູ້. ຕາມແຜນທີ່ໄດ້ວາງໄວ້, ແຂວງກ່ານຊູ້ຈະເລັ່ງລັດການປົວແປງການເຊື່ອມພິດດ້ານອຸດສາຫະກຳ ແລະການກໍ່ສ້າງໂຮງຊຳລະນ້ຳໂສໂຄກຕົວເມືອງ, ຍັງເພີ່ມຄວາມສາມາດໃນການຕິດຕາມກວດກາການອະນຸລັກສິ່ງແວດລ້ອມ, ໄດ້ສ້າງໂຄງການເກືອບ 200 ໂຄງການ, ຮັບປະກັນໃຫ້ທາດນ້ຳຂອງແມ່ນ້ຳເຫຼືອງຕອນຢູ່ແຂວງກ່ານຊູ້ໄດ້ຕາມມາດຖານຢ່າງໝັ້ນທ່ຽງເມື່ອຮອດປີ 2010.
|