ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-07 15:55:55    
ເມືອງ​ຕົ່ງ​ຊິງ​ເຂດ​ກວາງຊີ​ຈະ​ຕັ້ງ​ສູນ​ການ​ຄ້າ​ວັດ​ສະ​ດຸ​ກໍ່​ສ້າງ​ສາ​ກົນ​ຈີນ​ອາ​ຊຽນ

cri Author: lm

ຕາມ​ຂ່າວສານ​ຈີນ: ​ເວັບ​ໄຊ​ຂໍ້​ມູນ​ຂ່າວສານ​ຈີນ​ອາ​ຊຽນລາຍ​ງານ​ວ່າ, ​ເມືອງ​ຕົ່ງ​ຊິງ​ເຂດ​ກວາງ​ຊີ​ທີ່​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ຈະ​ຕັ້ງສູນ​ການ​ຄ້າ​ວັດ​ສະ​ດຸ​ກໍ່ສ້າງ​ສາ​ກົນ​ຈີນ​ອາ​ຊຽນ.

ສູນ​ການ​ຄ້າ​ວັດ​ສະ​ດຸ​ກໍ່ສ້າງ​ສາກົນ​ຈີນ​ອາ​ຊຽນຈະຕັ້ງຢູ່​ເບື້ອງ​ຕາ​ເວັນ​ອອກ​ຂອງ​ຖະ​ໜົນ​ໄປ​ຫຼຸນ​ຕ້າ​ຕ້າວເມືອງ​ຕົ່ງ​ຊິງ, ກວມ​ເນື້ອ​ທີ່​ປະມານ 7 ​ເຮັກຕາ, ອາຄານ​ກວ້າງ 1 ​ແສນ 2 ໝື່ນ​ຕາ​ລາງ​ແມັດ, ຄາດ​ວ່າ ຈະ​ລົງທຶນ​ເຂົ້າ​ໃນ​ໂຄງການ​ດັ່ງກ່າວ 1 ຕື້ 200 ລ້ານ​ຢວນ, ​ແມ່ນ​ໂຄງການ​ລົງ​ທຶນ​ການ​ຄ້າ​ໃຫຍ່​ກວ່າ​ໝູ່​ຂອງ​ເມືອງ​ຕົ່ງ​ຊິງ​ຈົນ​ຮອດ​ປັດຈຸບັນ.

ສູນ​ການ​ຄ້າ​ວັດ​ສະ​ດຸ​ກໍ່ສ້າງ​ສາກົນຈີນ​ອາ​ຊຽນພາຍຫຼັງສ້າງ​ສຳ​ເລັດ​ແລ້ວ ຈະ​ກາຍ​ເປັນ​ຕະ​ຫຼາດ​ວັດ​ສະ​ດຸ​ກໍ່ສ້າງ​ສາກົນ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນ​ທີ່​ອວ່າຍໜ້າ​ໄປ​ສູ່​ອາ​ຊຽນ.