ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-07 16:46:27    
ຮອງ​ນາຍົກ​ລັດຖະມົນຕີ​ຈີນ​ກ່າວ​ວ່າການ​ພົວພັນ​​ເສດຖະກິດການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ທີ່ປອດ​ໃສ​ແລະ​ໝັ້ນ​ທ່ຽງ​ສອດຄ່ອງກັບ​ຜົນ​ປະ​ໂຫຍ​ດກົກຮາກຂອງ​ສອງ​ປະ​ເທດ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ6 ​ເມສາ,ຢູ່​ໂລ​ສ ​ເອັນ​ໂຈ​ເລ​ສ,ທ່ານ​ນາງ​ອູ​ຢີ ຮອງ​ນາຍົກລັດຖະມົນຕີຈີນທີ່​ພວມ​ຢ້ຽມຢາມຢູ່​ອາ​ເມ​ລິ​ກາກ່າວ​ວ່າ,ຂະ​ຫຍາຍການ​ພົວພັນ​ເສດຖະກິດການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ທີ່​ປອດ​ໃສ​ແລະ​ໝັ້ນ​ທ່ຽງ​ສອດຄ່ອງ​ກັບຜົນ​ປະ​ໂຫຍ​ດກົກ​ຮາກຂອງ​ປະຊາຊົນ​ສອງ​ຊາດ.

ໃນ​ເວລາ​ເຂົ້າ​ຮ່ວມ​ພິທີ​ເຊັນ​ສັນຍາ​ຈີນ​ຊື້​ສິນຄ້າ​ຂອງອາ​ເມ​ລິ​ກາ​ແລະງານ​ສັງ​ສັນ​ການ​ລົງທຶນການ​ຄ້າຂອງ​ນັກ​ວິ​ສາ​ຫະກິດ​ຈີນ​ອາ​ເມ​ລິ​ກາ,ທ່ານ​ນາງ​ອູ​ຢີກ່າວ​ວ່າ,​ແຕ່​ປີ2001ຫາ​ປີ2005,ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​​ໄດ້ເພີ່ມ​ຂຶ້ນ27,4%​ຕໍ່​ປີ,ຈີນ​ໄດ້​ກາຍ​ເປັນ​ຕະຫຼາດ​ສົ່ງ​ອອກ​​ໃຫຍ່ທີ່​ສີ່​​ແລະ​ຄູ່​ການ​ຄ້າ​​ໃຫຍ່ທີ່​ສາມ​ຂອງອາ​ເມ​ລິ​ກາ,ສ່ວນອາ​ເມ​ລິ​ກາ​ກໍ່​​ໄດ້​ເປັນ​ຄູ່​​ການ​ຄ້າ​ໃຫຍ່​ທີ່​ສອງ​ຂອງ​ຈີນ.​​ອາ​ເມລິ​ກາ​​ໄດ້ລົງທຶນຢູ່​ຈີນ​ມີເກືອບ5​ໝື່ນ​ໂຄງການ,ການລົງທຶນ​ຕົວ​ຈິງຫຼາຍ​ກວ່າ50ຕື້​ຢວນ​ໂດ​ລາ​ສະຫະລັດ.ປີ2004,ມູນ​ຄ່າ​ຈຳໜ່າຍ​ພາຍ​ໃນ​ຈີນ​ຫຼາຍ​ກວ່າ75ຕື້​ໂດ​ລາ​ອາ​ເມ​ລິ​ກາ.ການ​ຮ່ວມ​ມື​ການ​ຄ້າ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ,ສະ​ເພາະ​ຢູ່​ສະຫະລັດ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້ຫຼາຍ​ລ້ານ​ຄົນ.

ທ່ານ​ນາງ​ອູ​ຢີຊີ້​ອອກ​ວ່າ,ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​​ໄດ້​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ,ປະກົດ​ມີ​ການ​ຂັດ​ສີຈຳນວນ​ໜຶ່ງ​ເປັນ​ເລືອ​ງທຳ​ມະ​ດາ.ສອງ​ຝ່າຍ​ຕ້ອງ​ສະ​ແຫວ​ງຫາ​ອັນ​ຄື​ກັນ​ແຕ່​ສະຫງວນອັນ​ຕ່າງ​ກັນ​ໄວ້,ຫຼີກ​ເວັ້ນບັນຫາ​ການ​ຄ້າ​ຫັນ​ເປັນ​ບັນຫາການ​ເມືອງ.