ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-07 20:07:01    
ອາ​ເມ​ລີ​ກາ​ເຫັນ​ວ່າ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ຫູ​ຈິນ​ທາວ​ຈະ​ຊ່ວຍ​ຂະ​ຫຍາຍ​ການ​ພົວ​ພັນ​ອາ​ເມ​ລິ​ກາ​ຈີນ​ຢ່າງ​ປອດ​ໃສ

cri
ຕາມ​ຂ່າວສານ​ຊີນຮວາ,​ວັນ​ທີ6​ເມ​ສາ,​ໃນ​ງານ​ຊຸມ​ນຸມນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ສູນ​ຖະ​ແຫຼງ​ຂ່າວ​ແຫ່ງ​ຊາດ​ວໍ​ຊິງ​ຕັນ,​ທ່ານ​ເອ​ເຣລີ ຮອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ,ທ່ານ​ຫູ​ຈິນທາວ ປະ​ທານ​ປະ​ເທດ​ຈີນ​ຈະ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ການັ້ນ​ແມ່ນ​ເຫດການ​ຫຼັກ​ໝາຍ​ທາງ​ອັນ​ສຳຄັນ​ທີ່​ສອງ​ປະ​ເທດ​ພ້ອມ​ກັນ​ຊຸກ​ຍູ້​ການ​ພັດທະນາ​ເສດ​ຖະກິດ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ.​ທ່ານ​ບຸສ ປະທາ ນາທິ​ບໍດີ​ອາ​ເມ​ລິ​ກາ​ແລະ​ທ່ານ​ປະທານ​ຫູ​ຈິນທາວ​ຈະ​ພົບ​ປະກັນ​ອີກ,​ແລະ​ມີ​ໂອກາດ​ກ່າວ​ລື້ມ​ວ່າຈະ​ສຸມ​ກຳລັງ​ເຂົ້າ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ສອງ​ປະ​ເທດ​ຢ່າງ​ປອດ​ໃສ,​ເພາະວ່າ​ອາ​ເມ​ລິ​ກາ​ຈີນ​ມີ​ຜົນ​ປະ​ໂຫຍດຮ່ວມ​ຫຼາຍ​ຢ່າງ.

ທ່ານ​ເອ​ເຣລີ​ເວົ້າ​ວ່າ,​ການ​ພົວພັນ​ອາ​ເມ​ລິ​ກາ​ຈີນ​ສຳຄັນ​ທີ່​ສຸດ.ຈີນ​ແມ່ນ​ສະມາ​ຊິກ​ສຳຄັນ​ບົນເວ​ທີ​ສາກົນ,​ອາ​ເມ​ລິ​ກາ​ບໍ່ພຽງ​ແຕ່​ຫວັງ​ຢາກ​ຊ່ວຍ​ຈີນ​ບັນລຸ​ເປົ້າ​ໝາຍ​ພັດທະ​ນາທໍ່​ນັ້ນ,​ແລະ​ຫວັງ​ຢາກ​ພ້ອມ​ກັນ​ກັບ​ຈີນ​ທຳ​ຄວາມ​ພະຍາ​ຍາມ,​ຊຸກຍູ້​ຄວາມຈະ​ເລີນ​ຮຸ່ງ​ເຮືອງ​ແລະສະ​ຖຽນ​ລະ​ພາບ​ຂອງ​ສອງ​ປະ​ເທດ​ກໍ​ຄືຂອງ​ໂລກ.