ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-07 20:31:06    
ສະ​ຖາ​ບັນ​ຂົງ​ຈື​ທຸ​ລະ​ກິດ​ແຫ່ງ​ທຳ​ອິດ​ໃນ​ໂລກ​ຈະ​ຕັ້ງ​ຢູ່​ລອນ​ດອນ

cri

ຕາມຂ່າວສານຊິນຮວາ,ວັນທີ6ເມສາຢູ່ທີ່ລອນດອນ,ກະຊວງສຶກສາທິການຈີນ​ແລະ5ວິ​ສາ​ຫະກິດ​ຂອງ​ອັງ​ກິດ​ເຊັ່ນ​ທະ​ນາ​ຄານ​ຮົງກົງ​ຊຽງ​ໄຮ້​ເປັນ​ຕົ້ນ​ໄດ້​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​,ຈະ​ຮ່ວມ​ກັນ​ສ້າງ​ຕັ້ງ​ສະ​ຖາ​ບັນ​ຂົງຈືທຸລະ​ກິດ​ແຫ່ງ​ທຳ​ອິດ​ໃນ​ໂລກ​ຢູ່​ລອນ​ດອນ,​ສະ​ຖາ​ບັນ​ດັ່ງ​ກ່າວ​ຈະ​ສອນ​ພາ​ສາ​ຈີນ​ແລະ​ວັດ​ທະ​ນະ​ທຳ​ຈີນ,​ເຮັດ​ໃຫ້​ວົງ​ການ​ວິ​ສາ​ຫະ​ກິດ​ອັງ​ກິດ​ເພີ່ມ​ຄວາມ​ເຂົ້າ​ໃຈູ​ຕໍ່​ຈີນ​.ມະ​ຫາ​ວິ​ທະ​ຍາ​ໄລ​ຊິ່ງ​ຮວາ​ແລະ​ສະ​ຖາ​ບັນ​ການ​ເມືອງ​ເສດ​ຖະ​ສາດ​ລອນ​ດອນ​ຮັບ​ຜິດ​ຊອບ​ການ​ໝູນ​ເດີນ​ລະ​ອຽດ​ຂອງ​ສະ​ຖາ​ບັນ​ດັ່ງ​ກ່າວ.

ໃນ​ພິທີ​ລົງ​ນາມ​ໃນບົດ​ບັນທຶກ​ ​ຄວາມ​ເຂົ້າ​ໃຈ​, ທ່ານ​ຈ້າວ​ຊິ້ນພິງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ​ຈີນ​ກ່າວ​ວ່າ, ​ຂົງ​ຈື​ແມ່ນ​ນັກ​ການ​ສຶກ​ສາ​ແລະ​ນັກ​ຄຶດ​ຜູ່​ມີ​ຊື່​ສຽງ​ຂອງ​ຈີນ,​ຈີນ​ສ້າງ​ຕັ້ງ​ສະ​ຖາ​ບັນ​ດັ່ງ​ກ່າວ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ເພື່ອ​ສະ​ແດງ​ທັດ​ສະ​ນະ​ຄະ​ຕິ​ກ່ຽວ​ກັບ​ຄວາມ​ກົມ​ກຽວ​ກັນ​ຂອງ​ຄົນ​ຈີນ.

ທ່ານ​ອາ​ລານ ​ເຈ​ບຊັນ ຫົວໜ້າ​ເຈົ້າ​ໜ້າ​ທີ່​ທຸ​ລະ​ກິດຂອງ​ທະ​ນາ​ຄານ​ຮົງ​ກົງ​ຊຽງ​ໄຮ້​ກ່າວ​ວ່າ,​ຜູ່​ຈັດ​ການ​ຂອງ​ບໍ​ລິ​ສັດ​ອັງ​ກິດ​ລ້ວນ​ແຕ່​ຕ້ອງ​ການ​ຊອກ​ຮູ້​ຈີນ​ຢ່າງ​ເລິກ​ເຊິ່ງ​ກວ່າ​ເກົ່າ,​ສະ​ຖາ​ບັນ​ຂົງ​ຈື​ທຸ​ລະ​ກິດ​ລອນ​ດອນ​ຈະ​ຊ່ອຍ​ພວກ​ເຂົາ​ເຂົ້າ​ບັນ​ລຸ​ຄວາມ​ຕ້ອງ​ການ​ດັ່ງ​ກ່າວ.