ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-07 20:38:28    
ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ອີ​ເອ​ເມນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ ພະ​ລັງ​ງານ​ແລະ​ໂທ​ລະ​ຄົມ​ເປັນ​ຕົ້ນ

cri Author: shuo


ຕາມ​ຂ່າວCRI:ວັນ​ທີ7​ເມສາ,ຢູ່ ​ທີ່​ປັກ​ກິ່ງ,​ໃນ​ເວລາ​ພົບ​ປະ​ທ່ານ​ອາລີ ອາບ​ດູ​ນລາ ຊາ​ເລ​ຣ ປະ​ທາ​ນາ​ທິ​ບໍ​ດີ​ອີ​ເອ​ເມນ​ທີ່​ມາ​ຢ້ຽມ​ຢາມ,​ທ່ານ​ອູ​ປ່າງ​ກົວະ ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ຝ່າຍຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ອີ​ເອ​ເມນ,​ເຮັດ​ໃຫ້​ຮູບ​ການ​ຮ່ວມ​ມື​ອຸ​ດົມ​ສົມ​ບູນ​ຂຶ້ນແລະ​ຍົກ​ລະດັບ​ຮ່ວມ​ມື​​ໃຫ້​ສູງ​ຂຶ້ນຕື່ມ​ອີກ,​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໂຄງ​ການ​ໃຫຍ່​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ​ເສດ​ຖະ​ກິດ​ການ​ຄ້າ ພະ​ລັງ​ງານ​ແລະ​ໂທ​ລະ​ຄົມ​ເປັນ​ຕົ້ນ,​ເພີ່ມ​ພະ​ລັງ​ຊີ​ວິດ​ໃໝ່​​ເຂົ້າ​ໃນການ​ພົວພັນ​ສອງ​ປະ​ເທດ.​ທ່ານ​ຍັງ​ກ່າວ​ວ່າ,​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ທີ່​ມີ​ໄມ​ຕີ​ຈິດ​ກັບ​ສະ​ພາ​ອີ​ເອ​ເມນ,​ເຮັດ​ໃຫ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ກັນ​ລົງ​ສູ່​ລວງ​ເລິກ.

ທ່ານ​ອາລີ ອາບ​ດູ​ນລາ ຊາ​ເລຣ​ເວົ້າວ່າ,ຝ່າຍ​ອີ​ເອ​ເມນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ຈີນ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ມີ​​ໄມຕີຈິດ​ລະ​ຫວ່າງ​ລັດ​ຖະ​ບານ ລັດ​ຖະ​ສະ​ພາ​ແລະ​ພັກ​ການ​ເມືອງ,​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ພະ​ລັງ​ງານ​ເປັນ​ຕົ້ນ,​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ສອງ​ປະ​ເທດ​ບັນ​ລຸ​ການ​ກ້າວ​ກະ​ໂດດ​ໃໝ່.