ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-07 20:44:57    
ປະ​ທາ​ນາ​ທິ​ບໍ​ດີ​ອີ​ເອ​ເມນ​ຫວັງ​ໃຫ້​ຜະ​ລິດ​ຕະ​ພັນ​ຈີນ​ເຂົ້າ​ສູ່​ຕະ​ຫຼາດ​ອີ​ເອ​ເມນ​ຢ່າງ​ບໍ່​ຢຸດ​ຢັ້ງ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ7​ເມສາ,​ໃນ​ງານ​ສຳ​ມະ​ນາ​ເສດຖະກິ​ດການ​ຄ້າ​ຈີນ-ອີ​ເອ​ເມນ,ທ່ານ​ອາລີ ອັບ​ດູ​ນລາ ຊາ​ເລຣ໌ ປະທານາທິບໍດີ​ອີ​ເອ​ເມນ​ທີ່​ພວມ​ຢ້ຽມຢາມ​ຈີນ​ທາງ​ລັດ​ຖະ​ກິດ​ກ່າວ​ວ່າ,​ຫວັງ​ໃຫ້​ຜະລິດ​ຕະພັນ​ຈີນ​ເຂົ້າ​ສູ່​ຕະ​ຫຼາດ​ອີ​ເອ​ເມນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ຊາ​ເລຣ​ໄດ້​ເວົ້າ​ຕໍ່​ນັກທຸລະກິດ200​ກວ່າ​ຄົນ​ທີ່​ຮ່ວມ​ປະຊຸມ​ວ່າ,​ໃນ5​ປີຜ່ານມາ,ທ່ານ​​ເອງໄດ້​ສຳຜັດ​ຮູ້​ ​ວ່າ,ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ຈີນ​ໄດ້​ດີ​ຂຶ້ນ​ໂດຍ​ຕະ​ຫຼອດ.​ທ່ານ​ກ່າວ​ວ່າ,ນີ້​ກໍ​ແມ່ນ​ມູນ​ເຫດ​ທີ່​ພາ​ໃຫ້​ນັກ​ທຸ​ລະ​ກິດ​ອີ​ເອ​ເມນ​ຫຼາຍ​ປາ​ນີ້ມາ​​ເຮັດ​ທຸ​ລະ​ກິດ​ຈົນ​ກະ​ທັ້ງ​ຕັ້ງ​ຖິ່ນ​ຖານ​ຢູ່​ຈີນ.​ພ້ອມ​ກັນ​ນັ້ນ,​ທ່ານ​ຊາ​ເລຣ໌​ກໍ​ຊົມ​ເຊີຍ​ວິ​ສາ​ຫະ​ກິດ​ຈີນ​ໄປ​ລົງ​ທຶນ​ຢູ່​ເຂດ​ການ​ຄ້າ​ເສລີ​ອາ​​ເດນ​ອີ​ເອ​ເມນ​ເຊິ່ງ​ແມ່ນ​ປ່ອງ​ຢ້ຽມ​ສຳ​ຄັນ​ຂອງ​ພາກ​ຕາ​ເວັນ​ຕົກ​ອາ​ຊີ.

ຕາມ​ການສະ​ເໜີ,ນອກຈາກ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ​ເຊັ່ນ​ນ້ຳ​ມັນ​ເຊື້ອ​ໄຟ​ເປັນ​ຕົ້ນ​ແລ້ວ,​ການ​ຮ່ວມ​ມືລະຫວ່າງຈີນ​ກັບອີ​ເອ​ເມນກໍ​ມີ​ອະ​ນາ​ຄົດ​ກວ້າງ​ຂວາງ​ທີ່​ສຸດ​ໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ​ພື້ນ​ຖານ​ໂຄງ​ລ່າງ,​ໂທລະ​ຄົມ,ຜະລິດ​ຕະພັນ​ກົນ​ຈັກ​ໄຟ​ຟ້າ,​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ແລະ​ອຸ​ປະ​ກອນ​ກໍ່​ສ້າງ​ເປັນ​ຕົ້ນ​.ຕາມສະຖິຕິ​ຂອງດ່ານ​ພາສີ​ຈີນ,ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ປີ​ກາຍ​ນີ້​ໄດ້​ລື່ນ​ກາຍ3​ຕື້200​ລ້ານ​ໂດ​ລາສະຫະລັດ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ເວລາ​ດຽວ​ກັນ​ຂອງ​ປີ​ກ່ອນ​ເກືອບ​70%.