ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-07 20:52:04    
ງານ​ຕະ​ຫຼາດ​ນັດ​ສິນ​ຄ້າ​ທ່ອງ​ທ່ຽວ​ອາ​ຊີ​ອາ​ຄະ​ເນ​ຄັ້ງ​ປະ​ຖົມ​ມະ​ເລີກ​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ມິ​ງ

cri
ຕາມ​ຂ່າວສານ​ຈີນ,ວັນ​ທີ7​ເມສາ,ຢູ່​ທີ່​ນະຄອນ​ຄຸນ​ມິ​ງ,ທ່ານ​ໂລ​ມິ​ງອີ ຫົວໜ້າ​ພະ​ແນກ​ທ່ອງ​ທ່ຽວ​​ແຂວງ​ຢຸນນານ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ກ່າວ​ວ່າ,​ແຕ່​ວັນ​ທີ27​ຫາ​ວັນ​ທີ​30​ເມ​ສາ,​ງານ​ຕະຫຼາດນັດ​ສິນຄ້າ​ທ່ອງ​ທ່ຽວອາຊີ​ອາຄະ​ເນ​ຄັ້ງ​ປະຖົມມະ​​ເລີກ​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ມິ​ງ.

ເມື່ອ​ຮອດ​ເວລາ​ນັ້ນ,100ກວ່າອົງການ​ທ່ອງ​ທ່ຽວຂອງ​ຈີນ​ແລະ​ຫຼາຍ​ສິບ​ອົງ​ການ​ທ່ອງ​ທ່ຽວ,​ເຂດ​ທິວ​ທັດ​ແລະ​ວິ​ສາ​ຫະກິດ​ຜະລິດ​ສິນຄ້າ​ທ່ອງ​ທ່ຽວ​ທີ່​ມີ​ສີສັນ​ຊົນ​ເຜົ່າ​ຂອງ​ປະ​ເທດ​ອາ​ຊີ​ອາ​ຄະ​ເນ​ເຊັ່ນ​ມຽນມາ,​ໄທ,ມາ​ເລ​ເຊຍ​ແລະ​ລາວ​ເປັນ​ຕົ້ນຈະ​ເຂົ້າ​ຮ່ວມ​ງານ​ຕະ​ຫຼາດ​ນັດ​ດັ່ງ​ກ່າວ.

ທ່ານ​​ໂລ​ມິ​ງອີ​ກ່າວ​ວ່າ,ງານ​ຕະຫຼາດນັດດັ່ງກ່າວແມ່ນ​ພາກສ່ວນ​ປະກອບ​ອັນ​ສຳຄັນ​ຂອງ​ງານ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳສາກົນ​ຄຸນ​ມິ​ງຈີນ​ປີ2006.ງານ​ດັ່ງກ່າວ​ຈັດ​ຂຶ້ນໂດຍ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ແລະ​ອົງການ​ປົກຄອງ​ແຂວງ​ຢຸນນານ​,​ແຕ່​ປີ2001​ຮອດ​ປັດຈຸບັນ​ໄດ້​ຈັດຢູ່​ນະຄອນ​ຄຸນ​ມິ​ງສຳ​ເລັດ​ຜົນ​6​ຄັ້ງ​​ແລ້ວ ​.