ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-07 21:10:25    
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ເລີ່ມ​ຢ້ຽມ​ຢາມ​ກຳ​ປູ​ເຈຍ​ຢ່າງ​ເປັນ​ທາງ​ການ

cri
ຕາມ​ຂ່າວCRI,​ໂດຍ​ຕອບ​ສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ຮຸນ​ແຊນ ນາຍົກລັດຖະມົນຕີກຳປູ​ເຈຍ,​ທ່ານ​ເວິນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ເດີນທາງ​ໄປ​ຮອດ​ພະນົມ​ເປັນ​ນະ​ຄອນ​ຫຼວງ​ກຳປູ​ເຈຍ​ໃນ​ວັນ​ທີ7​ເມສາ,​ເລີ່​ມຢ້ຽມຢາມ​ກຳປູ​ເຈ​ຍຢ່າງ​ເປັນ​ທາງ​ການ.

ຢູ່​ສະໜາ​ມບິນ,ທ່ານ​ຮຸນ​ແຊນ​ໄດ້​ຈັດ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເວິນ​ເຈຍ​ປາວ.​ທ່ານ​ເວິນ​ເຈຍ​ປາວ​ໄດ້​ກ່າວ​ຄຳ​ປາ​ໄສ​ທາງ​ລາຍ​ລັກ​ອັກສອນ ​ວ່າ,​ມິດ​ຕະ​ພາບ​ຈີນ​ກຳປູ​ເຈຍ​ທີ່​ຜູ່​ນຳ​ທຸກ​ຮຸ້ນ​ຂອງ​ຈີນ​ແລະພະ​ບາດສົມ​ເດັດນະ​ໂລ​ດົມ​ສີຫະ​ນຸ ອະດີດ​ເຈົ້າ​ຊີ​ວິດ​ສ້າງ​ແລະ​ບົ່ມ​ເພາະ​ນັ້ນ​ໄດ້​ຮັບ​ການ​ປັບ​ປຸງ​ແລະ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ,​ ການ​​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ​ລະ​ຫວ່າງ​ສອງ​ປະ​ເທດໃນ​ ​ຂົງ​ເຂດຕ່າງໆ​ເຊັ່ນ​ການ​ເມືອງ,​ເສດຖະກິດ​ການ​ຄ້າ​ແລະ​ວັດ​ທະ​ນະ​ທຳ​ເປັນ​ຕົ້ນ​ໄດ້​ຮັບ​ໝາກ​ຜົນ​ອັນ​ອຸ​ດົມ​ສົມ​ບູນ,​ໃນ​ວຽກ​ງານ​ສາກົນ​ແລະ​ພາ​ກພື້ນ,​ສອງ​ປະ​ເທດ​ໄດ້​ຮັກ​ສາ​ການ​ປະ​ສານ​ງານ​ແລະ​ປະ​ສານ​ສົມ​ທົບ​ກັນ​ເປັນ​ຢ່າງ​ດີ.ການ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ​ກຳ​ປູ​ເຈຍ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ​ກົກ​ຮາກ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ,​ກໍ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ສັນ​ຕິ​ພາບ,​ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.

ໃນ​ໄລຍະ​ຢ້ຽມຢາມ,ສົມ​ເດັດນະ​ໂລ​ດົມ​ສີຫະ​ໂມ​ນີ ​ເຈົ້າ​ຊີວິດກຳປູ​ເຈຍ​, ທ່ານ​ເຈຍ​ຊິ​ມ ປະ​ທານ​ສະ​ພາ​ສູງ​ແລະທ່ານ​ເຮ​ນຊັນ​ຣິນປະທານ​ສະພາ​ແຫ່ງ​ຊາດກຳປູ​ເຈຍ​ຈະ​ພົບ​ປະ​ທ່ານ​ເວິນ​ເຈຍ​ປາວ.​ທ່ານ​ເວິນ​ເຈຍ​ປາວ​ຍັງ​ຈະ​​ເຈລະຈາ​ກັບ​ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ,​ເພື່ອ​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ແລະ​ບັນຫາ​ທີ່​ສົນ​ໃຈ​ນຳ​ກັນ.