ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-08 18:01:50    
ປັກ​ກິ່ງ​ປະ​ຕິ​ສັງ​ຂອນ​ວັດ​ຟາ​ຢວນ ວັດ​ເກົ່າ​ແກ່​ພັນ​ປີ

cri

ຕາມຂ່າວສານຊິນຮວາ,ວັນທີ7ເມສາ, ປັກກິ່ງ​ໄດ້ເລີ່ມປະ​ຕິ​ບັດ​ໂຄງ​ການ​ປະ​ຕິ​ສັງ​ຂອນ​ວັດ​ຟາ​ຢວນ ວັດ​ເກົ່າ​ແກ່​ບູ​ຮານ​ທີ່​ມີ​ປະ​ຫວັດ​ສາດ​ພັນ​ກວ່າ​ປີ​ຢ່າງ​ຂະ​ໜາດ​ໃຫຍ່.

ວັດຟາຢວນແມ່ນຫົວໜ່ວຍຈຸດໜັກທີ່​ຕ້ອງ​ອະນຸລັກ​ລັດ​ຖຸບູຮານຂອງຈີນ,ໄດ້ມີ​ປະ​ຫວດ​ສາດ​1360​ປີ​ແລ້ວ.​ວັດ​ຟາ​ຢວນ​ໄດ້ຂຶ້ນ​ຊື່​ລື​ນາມ​ໃນ​ວົງ​ການ​ພຸດ​ທະ​ບໍລິສັດ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​ດ້ວຍ​ການ​ສອນ​ພຸດທະ​ສາດ​ໂດຍ​ສະ​ເພາະ​ແມ່ນ​ການ​ສອນ​ສິນ.​ປີ​1956,ລັດ​ຖະ​ບານ​ຈີນ​ໄດ້​ອະນຸ​ມັດ​ປ່ຽນ​ວັດ​ຟາ​ຢວນ​ເປັນ​ທີ່ຕັ້ງຂອງ​​ໂຮງຮຽນ​ປະ​ລິ​ຍັດ​ຕິ​ທຳ​ຈີນ.

ໃນ​ການ​ປະຕິສັງຂອນ​ເທື່ອ​ນີ້​ຈະ​ປ່ຽນ​ໜ້າດິນຊີມັງ​ ​ເປັນດິນ​ຈີ່​ຈະຕຸ​ລັດ​ທີ່​ສອດ​ຄ່ອງ​ກັບ​ໂສມ​ໜ້າ​ປະ​ຫວັດ​ສາດ.​ພ້ອມ​ກັນ​ນັ້ນ, ​ຍັງ​ຈະ​ປ່ຽນ​ສິ່ງ​ກໍ່​ສ້າງ​ລະ​ບາຍ​ນ້ຳ,​ແລະ​ກັນ​ຟ້າ​ຜ່າ​ເປັນ​ຕົ້ນ,​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ສະ​ຖາ​ປັດ​ຕະ​ຍະ​ກຳ​ບູ​ຮານ.​ກະ​ວ່າ​ທົ່ວ​ໂຄງ​ການ​ຈະ​ລົງ​ທຶນ​ລື່ນ​ກາຍ​10​ລ້ານ​ຢວນ.