ກຸ່ມບໍລິສັດນ້ຳມັນເຊື້ອໄຟຈີນຈະລົງມືກໍ່ສ້າງໂຄງການອະນຸລັກສິ່ງແວດລ້ອມລາຍໃຫຍ່ທີ່ສຸດໃນໄວໆນີ້
cri
ຕາມຂ່າວສານຊິນຮວາ,ຫວ່າງມໍ່ໆນີ້,ນັກຂ່າວໄດ້ຊາບຈາກກຸ່ມບໍລິສັດນ້ຳມັນເຊື້ອໄຟຈີນສາຂາລານໂຈ່ວວ່າ,ໂຄງການປົວແປງສິ່ງແວດລ້ອມ ສັງລວມຂອງບໍລິສັດນ້ຳມັນເຊື້ອໄຟເຄມີລານໂຈ່ວເຊິ່ງເປັນໂຄງການອະນຸລັກສິ່ງແວດລ້ອມທີ່ມີຂະໜາດໃຫຍ່ກວ່າໝູ່ຂອງກຸ່ມບໍລິສັດນ້ຳມັນເຊື້ອໄຟຈີນຈະເລີ່ມລົງມືກໍ່ສ້າງຢ່າງເປັນທາງການໃນທ້າຍເດືອນນີ້.
ຕາມການແນະນຳວ່າ,ໂຄງການດັ່ງກ່າວມີແຜນຈະລົງທຶນ1ຕື້500ລ້ານຢວນໃນ3ປີຂ້າງໜ້າ,ເພື່ອໃຊ້ໃນການປົວແປງສິ່ງແວດລ້ອມສັງລວມຂອງບໍລິສັດນ້ຳມັນເຊື້ອໄຟເຄມີລານໂຈ່ວ,ສ້າງແລະບູລະນະມາດຕະການຮັບມືດ່ວນກັບເຫດການເຊື່ອມພິດສິ່ງແວດລ້ອມຢ່າງໜັກໜ່ວງນັ້ນໃຫ້ສົມບູນຂຶ້ນ, ຄວບຄຸມແຫຼ່ງກຳເນີດສິ່ງເຊື່ອມພິດໃຫ້ດີ.
|
|