ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-08 19:18:33    
ທ່ານ​ເວິນ​ເຈຍ​ປາວ​ຫວັງ​​ໃຫ້​ຈີນ​ກຳ​ປູ​ເຈຍ​ພ້ອມ​ກັນ​ຊຸກ​ຍູ້​ການ​ພົວ​ພັນ​ໃຫ້​ຂະ​ຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ

cri
ຕາມ​ຂ່າວCRI, ວັນ​ທີ8​ເມສາ,ຢູ່​ພະນົມ​ເປັນ,ໃນ​ເວລາ​​ເຂົ້າ​ເຝົ້າສົມ​ເດັດ​ນະ​ໂລ​ດົມ ສີ​ຫະ​ໂມ​ນີ ​ເຈົ້າ​ຊີວິດ​ກຳ​ປູ​​ເຈຍ,​ທ່ານ​ເວິນ​ເຈຍ​ປາວ ນາຍົກລັດຖະມົນ​ຕີ​ຈີນ​ກ່າວ​ວ່າ,​ຝ່າຍ​ຈີນ​ຫວັງ​ໃຫ້​ພ້ອມ​ກັນ​ກັບ​ຝ່າຍ​ກຳປູ​ເຈຍ​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ດ້ວຍໄມ​ຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ​ລະຫວ່າງ​ສອງ​ປະ​ເທດໃຫ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ເວິນ​ເຈຍ​ປາວ​ກ່າວ​ວ່າ,ການ​ພົວພັນ​ຈີນ​ກຳປູ​ເຈຍ​ມີ​ສະ​ຖານະ​ພາບ​ອັນ​ດີງາມ​ໃນ​ຊູ່​ມື້​ນີ້​ແມ່ນ​ແຍກ​ອອກ​ຈາກ​ການຊົງ​ປະກອບພະ​ລາຊະ​ກໍລະ​ນີຍະ​ກິດ​ອັນ​ດີ​ເດັ່ນ​ຂອງ​ພະ​ບໍ​ລົມ​ມະ​ວົງສາ​ນຸວົງຂອງກຳປູ​ເຈຍ​ບໍ່​ໄດ້.ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ນຳການ​ພົວພັນ​ກັບ​ກຳປູ​ເຈຍ,​ຖະ​ໜອມ​ຮັກ​ແພງ​ມິດຕະພາບ​ພິ​ເສດກັບ​ພະ​ບໍລົມ​ມະ​ວົງສາ​ນຸວົງ.

ສົມ​ເດັດ​ສີຫະ​ໂມ​ນີຊົງ​ຕັດ​ວ່າ,ວັນ​ທີ8​ເມສາ,ທ່ານ​ນາຍົກລັດຖະມົນຕີ​ເວິນ​ເຈຍ​ປາວ​ກັບ​ທ່ານ​ນາ​ຍົກ​ລັດ​ຖະມົນຕີຮຸນ​ແຊງ​ໄດ້​ເຈລະຈາ​ກັນ​ຢ່າງ​ມີ​ປະສິດທິ​ຜົນ​ອັນ​ອຸດົມສົມບູນ,ພະ​ບໍ​ລົມ​ມະ​ວົງ​ສາ​ນຸວົງກຳປູ​ເຈຍ​ຈະຊົງ​ເຮັດ​ຄື​ແຕ່​ເກົ່າ​ເມືອ​ຫຼັງ,ຊົງປະກອບພະ​ລາຊະ​ກໍ​ລະ​ນີ​ຍະ​ກິດ​ເຂົ້າ​ໃນ​ການຊຸກ​ຍູ້ໄມຕີ​ຈິດທຸກ​​ເຊັ່ນ​ຄົນກຳປູ​ເຈຍ​ຈີນ.