ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-08 21:33:41    
ທ່ານ​ອານ​ນານ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ກຳ​ລັງ​ຮຸນ​ແຮງ​ຂອງ​ອີ​ຣັກ

cri Author: min
ຕາມ​ຂ່າວCRI: ວັນ​ທີ 7 ​ເມສາ, ທ່ານ​ອານ​ນານ ​ເລຂາ​ທິ​ການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ຜ່ານ​ຈາກ​ໂຄສົກ​, ກ່າວ​ປະນາມຢ່າງ​ຮຸນ​ແຮງ​ທີ່​ສຸດ​ຕໍ່​ເຫດການ​ຫຼອນ​ໂຈມຕີ​ດ້ວຍ​ກຳລັງ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ອີຣັກ​ຢ່າງ​ລຽນຕິດ​ໃນ​ຫວ່າງ​ມໍ່ໆ​ນີ້.

ຖະ​ແຫຼງການ​ຊີ້​ອອກ​ວ່າ, ​ເຫດການ​ຫຼອນ​ໂຈມ​ຕີ​ເຫຼົ່າ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ອີກ​ເທື່ອ​ວ່າ, ​ໃນ​ສັງຄົມ​ອີຣັກ​ມີ​ອິດທິ​ກຳ​ລັງ​ປຸກ​ປັ່ນ​ຝ່າຍ​ຕ່າງໆ​​ຖື​ກັນ​ເປັນ​ສັດຕູ​ແລະ​ໃຫ້​ໃຊ້​ກຳລັງ​ຮຸນ​ແຮງ, ອິດ​ທິ​ກຳລັງ​ຊະນິດ​ນີ້​ເຈຕະນາ​ຂັດຂວາງ​ແລະ​ທຳ​ລາຍ​ການ​ຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ໃໝ່​ຂອງ​ອີຣັກ. ​ໃຕ້​ສະພາບ​ການ​ດັ່ງກ່າວ, ຜູ້​ນຳ​ຝ່າຍ​ການ​ເມືອງ​ຕ່າງໆ​ຂອງ​ອີຣັກ​ຍິ່ງ​ຕ້ອງການ​ຖື​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ເປັນ​​ແກ່, ກຳຈັດ​ຄວາມ​ເຫັນ​ຂັດ​ກັນ, ຊຸກ​ຍູ້​ຂະ​ບວນ​ການ​ການ​ເມືອງ​ຢ່າງ​ແທ້​ຈິງ.

ຕອນ​ບ່າຍ​ວັນ​ທີ 7 ​ເມສາ, ຜູ້​ຫຼອນ​ໂຈມ​ຕີ 3 ຄົນ​ໄດ້​ກໍ່​ເຫດ​ການ​ລະ​ເບີດ​ແບບ​ສະຫຼະ​ຊີບ​ຢູ່​ສຸ​ເຫຼົ່າ​ອິສລາມ​ນິກາຍ​ຊີ​ອິດ​ແຫ່ງ​ໜຶ່ງ​ທີ່​ພາກ​ເໜືອ​ແບກ​ແດດ​ນະຄອນ​ຫຼວງ​ອີຣັກ. ຕາມ​ຂ່າວ​ຫຼ້າ​ສຸດ, ຢ່າງ​ໜ້ອຍ​ເຫດ​ການ​ລະ​ເບີດ​ໄດ້​ເຮັດ​ໃຫ້​ 74 ຄົນ​ເສຍ​ຊີວິດ, 100 ກວ່າ​ຄົນ​ບາດ​ເຈັບ. ກ່ອນ​ນີ້​ໜຶ່ງ​ມື້, ຢູ່​ນາ​ຈາຟ ​ເມືອງ​ສັກສິດ​ຂອງ​ນິກາຍ​ຊີ​ອິດ​ອີຣັກ​ໄດ້​ເກີດ​ເຫດການ​ລະ​ເບີດ​ລົດຍົນ​ຢ່າງ​ໜ້ອຍ​ເຮັດ​ໃຫ້ 10 ຄົນ​ເສຍ​ຊີວິດ, 40 ກວ່າ​ຄົນ​ບາດ​ເຈັບ.