ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-09 20:15:58    
ສົມ​ເດັດ​ສິ​ລິນ​ທອນ​ຊົງ​ບໍ​ລິ​ຈາກ​ເງິນ​ສ້າງ​ຕັ້ງ"ສູນ​ຂໍ້​ມູນ​ເອ​ກະ​ສານ​ພາ​ສາ​ໄທ​ສິ​ລິນ​ທອນ"​ຢູ່​ເຂດ​ກວາງ​ຊີ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ8​ເມສາ, ສິລິ​ນທອນ ​ເຈົ້າ​ຍິງຂອງ​ໄທຊົງ​ໄດ້​ບໍ​ລິ​ຈາກ​ໜັງ​ສື​ພາ​ສາ​ໄທ​ແລະ1​ແສນ800​0ຢວນ​ໃຫ້​ມະຫາວິທະ​ຍາ​ໄລ​ຊົນ​ເຜົ່າ​ກວາງຊີ​ຈີນ,​ສ້າງ​ຕັ້ງ​ສູນ​ຂໍ້​ມູນ​ເອ​ກະ​ສານ​ພາ​ສາ​ໄທ​ສິລິ​ນທອນ,ພ້ອມ​ກັນ​ນັ້ນ,​ສົມ​ເດັດ​ສິ​ລິນ​ທອນ​ຊົງໄດ້​ຮັບ​ເຊີນ​ເປັນ​ສາ​ສະ​ດາ​ຈານ​ກິ​ດຕິ​ມະ​ສັກ​ຂອງ​ມະຫາວິທະຍາ​ໄລ​ດັ່ງກ່າວ.

ສົມ​ເດັດ​ສິລິນ​ທອນ​ຊົງ​ຕັດ​ວ່າ,​ເຂດ​ກວາງຊີ​ຢູ່​ໃກ້​ກັບ​ໄທ​ແລະ​ມີ​ວັດ​ທະ​ນະ​ທຳ​ຄ້າຍ​ຄື​ກັນ,​ມີ​ເງື່ອນ​ໄຂ​ສະດວກ​ຫຼາຍ​ສົມຄວນ​ໃນ​ການ​ແລກປ່ຽນ​ກັນ.​ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ​ກວາງ​ຊີ​ໄດ້​ບຳລຸງ​ສ້າງ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ງວດ​ໃຫຍ່,​ຫວັງ​ວ່າ​ສືບ​ຕໍ່​ສ້າງ​ໂຮງ​ຮຽນ​ໃຫ້​ມີ​ສີສັນ​ພິ​ເສດ,ຊຸກ​ຍູ້​ການ​ແລກປ່ຽນ​ລະຫວ່າງ​ໄທ​ຈີນ​ໃນ​ດ້ານ​ເສດຖະກິດ​ການ​ຄ້າ,​ວັດ​ທະ​ນະ​ທຳ​ການ​ສຶກ​ສາ​ເປັນ​ຕົ້ນ.