ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-09 20:37:58    
ເຂດ​ແຂວງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຈີນ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເສັ້ນ​ທາງ​ຜ້າ​ໄໝ

cri
ຕາມ​ຂ່າວສານ​ຊິນ​ຮວາ,​​​ເຂດແຂວງ ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ​ພວມ​ຮ່ວມ​ກັນ​ໂຄ​ສະ​ນາ​ແລະ​ພັດທະນາ​ການທ່ອງທ່ຽວ​ເສັ້ນທາງ​ຜ້າ​ໄໝ,ມີ​ແຜນ​ຈະ​ສ້າງ​ເປັນ​ເສັ້ນທາງ​ທ່ອງ​ທ່ຽວດີ​ເລີດ​ລະດັບ​ໂລກ.

ວັນ​ທີ8​ເມສາ,ຢູ່​ເມືອງ​ຊີ່​ອ່ານ ​ແຂວງ​ສ້າ​ນຊີ​ໄດ້​ຈັດງານ​ສັງ​ສັນ​ການ​ຮ່ວມ​ມື​ແລະ​ການ​ລົງ​ທຶນ​ການ​ຄ້າ​ລະຫວ່າງ​ພາກ​ຕາ​ເວັນ​ອອກກັບ​ພາກ​ຕາ​ເວັນ​ຕົກ​ຈີນ​ຄັ້ງ​ທີ10,​ຜູ່​ຮັບ​ຜິດ​ຊອບ​ພະ​ແນກ​ທ່ອງ​ທ່ຽວ​ຂອງ5​ເຂດ​ແຂວງ​ພາກ​ຕາ​ເວັນ​ຕົກສຽງ​ເໜືອ​ຂອງ​ຈີນ​ຄື​​ແຂວງ​ສ້ານ​ຊີ,​ແຂວງ​ກ່ານ​ຊູ້,​ເຂດ​ນິງ​ເຊຍ,​ແຂວງ​ຊິງ​ຫາຍ​ແລະ​ເຂດ​ຊິນ​ຈ່ຽງ​​ໄດ້​ນຳມາ​ໂຄ​ສະ​ນາ​200​ກວ່າ​ໂຄງ​ການ​ທ່ອງ​ທ່ຽວ​ເສັ້ນ​ທາງ​ຜ້າ​ໄໝ​ທີ່​ດີ​ເລີດ.​ເຊິ່ງ​ໄດ້​​ເພີ່ມ​ທະວີ​ການ​ຮ່ວມ​ມື​ສ້າງ​ການ​ທ່ອງ​ທ່ຽວ​ເສັ້ນ​ຜ້າ​ສາຍ​ໄໝ​ຂອງ​ເຂດ​ພາກ​ຕາ​ເວັນ​ຕົກສ​ຽງ​ເໜືອ.

ເສັ້ນທາງ​ຜ້າ​ໄໝ​​ແມ່ນ​ຊ່ອງ​ທາງ​​ໃຫຍ່ແຫ່ງ​ການ​ໄປມາຫາ​ສູ່​ກັນ​ດ້ານ​ການ​ຄ້າ,​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແລະການ​​ເຊື່ອມ​ໂຍງ​ເຂົ້າກັນ​ລະຫວ່າງ​ຊົນ​ເຜົ່າ​ຂອງ​ຝ່າຍ​ຕາ​ເວັນ​ອອກ​ກັບ​ຝ່າຍ​ຕາ​ເວັນ​ຕົກ​ໃນ​ປະຫວັດສາດ.​ແຕ່​ທິດຕາ​ເວັນ​ອອກ​ຮອດ​ທິດຕາ​ເວັນ​ຕົກ​ຍາວ7​ພັນ​ກວ່າ​ກິ​ໂລ​ແມັດ,​ຢູ່​ສອງ​ຟາກ​ທາງ,ມີ​ຊັບພະຍາກອນ​ທ່ອງ​ທ່ຽວ​ຫຼາຍໆ​ເຊັ່ນ​ເມືອງ​ບູ​ຮານ,​ຖ້ຳ​ຫີນ,​ທາດ,​ວັດ​ວາ​ອາ​ຮາມ,​ກຳ​ແພງ​ຍັກ​ແລະ​ດ່ານ​ເປັນ​ຕົ້ນ,​ແລະ​ມໍລະດົກ​ວັດທະນະ​ທຳ​ໂລກ​ທີ່​ອຸ​ດົມ​ສົມ​ບູນ.