ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-09 20:58:34    
ທ່ານ​ຊາ​ລອນ​ຈະ​ບໍ່​ສາ​ມາດ​ປະ​ຕິ​ບັດ​ໜ້າ​ທີ່​ຕຳ​ແໜ່ງ​ຈົນ​ເທົ່າ​ໃດໆ

cri
ຕາມ​ຂ່າວCRI,ວັນ​ທີ9​ເມສາ,ກະຊວງ​ຍຸດຕິ​ທຳ​ອິສຣາ​ແອນກ່າວ​ວ່າ,ໃນ​ວັນ​ທີ11​ເມສາ​ຈະ​ປະ​ກາດ​ວ່າ,ທ່ານ​ຊາ​ລອນ​ນາຍົກລັດຖະມົນຕີອິສຣາ​ແອນ​ບໍ່​ສາມາດ​ປະຕິບັດ​ໜ້າ​ທີ່​ຕຳ​ແໜ່ງ​ຈົນ​ເທົ່າ​ໃດໆ.​ນີ້​ຈະ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ຍຸກ​ສະ​ໄໝ​ທີ່ນຳ​ໂດຍ​ທ່ານ​ຊາ​ລອນ​ຈະສິ້ນ​ສຸດ​ລົງ​ຢ່າງ​ເປັນ​ທາງ​ການ.

​ໂຄສົກ​ຜູ່​ໜຶ່ງ​ຂອງ​ກະຊວງ​ຍຸດຕິ​ທຳ​ກ່າວ​ວ່າ,​ໃນ​ເວລາ​ທ່ານ​ຊາ​ລອນ​ນອນ​ໂຮງໝໍ​ເມື່ອ​ວັນ​ທີ​4​ມັງ​ກອນ,​ກະຊວງ​ດັ່ງກ່າວ​ປະກາດ​ວ່າທ່ານ​ບໍ່​ສາມາດ​ປະຕິບັດ​ໜ້າ​ທີ່​ຕຳ​ແໜ່ງ​ຊົ່ວ​ຄາວ.​ຕາມ​ກົດ​ໝາຍ​ຂອງ​ອິສຣາ​ແອນ,​ໃຫ້​ທ່ານ​ໂອ​ເມີດ ຮອງ​ນາຍົກລັດຖະ​ມົນ​ຕີ​ເປັນ​ຜູ່​ວ່າ​ການ​ແທນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເພື່ອ​​ເຂົ້າ​ແທນ​ທ່ານ​ຊາ​ລອນ​.​ແຕ່​ຢ່າງຍາວ​ມີ​ແຕ່​100ມື້​ເທົ່າ​ນັ້ນ.​ປະ​ຈຸ​ບັດ,​ໃກ້​ຊິ​ຮອດ​ເວ​ລາ​ກຳນົດ​ແລ້ວ,​ແຕ່​ທ່ານ​ຊາ​ລອນ​ຍັງ​ສະຫຼົບ​ຢູ່,ສະ​ນັ້ນ,​ຕ້ອງ​ປະ​ກາດ​ວ່າ​ທ່ານ​ຊາ​ລອນ​ບໍ່​ສາ​ມາດ​ປະ​ຕິ​ບັດ​ໜ້າ​ທີ່​ຕຳ​ແໜ່​ງຈົນ​ເທົ່າ​ໃດໆ.ທ່ານ​ໂອ​ເມີດ​ຈິ່ງ​ສາ​ມາດ​ກາຍ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສາ​ແອນ​ຢ່າງ​ເປັນ​ທາງ​ການ​​ເພື່ອ​ເຂົ້າ​ແທນ​ທ່ານ​ຊາ​ລອນ.