ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-10 09:07:35    
ອັງກໍວັດ ບ່ອນທີ່ເຮັດໃຫ້ຄົນປາຖະໜາຫາ(2)

cri

ເຄຫະ​ສະຖານ​ຂອງ​ນະຄອນ​ອັງ​ກໍ​ຍັງ​ສະ​ແດງ​ໃຫ້​ເຫັນ​ທັດສະນະ​ຈັກກະວານ​ຂອງ​ຄົນ​ໃນ​ຄາວ​ນັ້ນ, ຢູ່​ກາງ​ເມືອງ​ທ່ີ​ເຂົ້າ​ປະຕູ​ເມືອງ​ມີ​ພູ​ນ້ອຍ​ໜ່ວຍ​ນ່ືງ, ​ເທິງ​ພູ​ນ້ອຍ​ໄດ້​ສ້າງ​ວັດ​ບາ​ຢອນ,​ເປັນ​ບ່ອນ​ສູງ​ສຸດ​ຂອງ​ນະຄອນ​ແລະ​ເປັນ​ຕົວ​ແທນ​ໃຫ້​ແກ່ບ່ອນ​ຕິດ​ຕ່ໍ​ກັນ​ລະ​ຫວ່າງ​ໃຈກາງ​ຈັກກະວານ​ກັບ​ຟ້າ​ດິນ,ກຳ​ແພງ​ອ້ອມ​ເມືອງ​ອັງ​ກໍ​ເປັນ​ຕົວ​ແທນ​ໃຫ້ແກ່ສາຍພູ​ທ່ີ​ເຈືອ​ລະ​ເນືອ​ກັນ​ອ້ອມ​ຮອບ,ຄອງ​ນ້ຳ​ປ້ອງ​ກັນ​ເມືອງ​ແມ່ນ​ທະ​ເລນ​ອກສາຍພູ,​ໃນ​ຕົວ​ຈິງ​ແລ້ວ,ນະຄອນ​ອັງ​ກໍ​ແມ່ນ​ຮູບ​ຫຍ້ໍ​ຂອງ​ຈັກກະວານ.

 

   ນອກ​ນີ້ ​ເຄຫະ​ໃນ​ນະຄອນ​ອັງ​ກໍ​ແມ່ນ​ເອົາ​ພູ​ນ້ອຍ​ໜ່ວຍ​ນ່ືງ​ເປັນ​ໃຈກາງ, ຢູ່​ເທິງ​ພູ​ໄດ້​ສ້າງ​ວັດ,ຈຸ້ມ​ເຄຫະ​ຕົ້ນຕໍ​ໃນ​ນະຄອນ​ແມ່ນ​ພະ​ລາຊະ​ວັງ​ແລະ​ສ່ິງ​ກໍ່​ສາງ​ດ້ານ​ສາສະໜາ, ຮ້ານ​ຄ້າ​ແລະ​ປະຊາຊົນ​ສາມັນລ້ວນ​ແຕ່​ຢູ່ນອກ​ເມືອງ, ຈຸດ​ພິ​ເສດ​ເຫົ່ຼານີ້ ໄດ້ສືບ​ທອດ​ຈຸດ​ພິ​ເສດຂອງ​ສະ​ໄໝ​ຟູນັນ​ໂດຍ​ເອົາ​ວັດ​ຢູ່​ເທິງ​ພູ​ເປັນ​ໃຈກາງ,​ແລະ​ຂະຫຍາຍ​ເມືອງ​ຮູບ​ວົງ​ກົມ​ກາຍ​ເປັນ​ຮູບ​ສ່ີ​ຫ່ຼຽມ,ຈຸດພິ​ເ​ສດ​ເຫົ່ຼານີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ທ່ີ​ເຖິງ​ກົກ​ເຄົ້າ​ຂອງ​ນະຄອນ​ອັງ​ກໍ​ໂດຍ​ເອົາ​ສາສະໜາ​ເປັນ​ໃຈ​ກາງ,ໃນ​ໄລຍະ​ດົນ​ນານ​ມາ​ນີ້ ສາສະໜາ​​ໄດ້​ເສີມ​ຂະຫຍາຍ​ບົດບາດ​ຄອບ​ງຳໝົດ​ທຸກ​ສ່ິງ​ທຸກ​ຢ່າງ.

 

   ​ເວົ້າ​ລວມ​ແລ້ວ ກໍ​ເໝືອນ​ດ່ັງ​ທ່ານ​ຈ່າງ​ປີງ​ລິນ​ຂອງ​ບໍລິສັດ​ທ່ອງ​ທ່ຽວ​ສາກົນ​ຊີ​ນຮວາ​ເວົ້າ​ວ່າ, ຢູ່​ນະຄອນ​ອັງ​ກໍ​ໄດ້​ຈ່ໍ​ຕົວ​ຂື້ນ​ເປັນ​ວັດທະນະທຳ​ອັງ​ໂກ​ເຊ່ິງ​ເອົາ​ເຄຫະ​ສະຖານ​ແລະ​ສິນລະປະ​ຮູບຄວັດ​ເປັນ​ຕົວ​ແທນ, ​ແມ່ນ​ຍອດ​ສູງ​ຍອດ​ນ່ືງ​ໃນ​ປະຫວັດ​ພັດທະນາ​ວັດທະນະທຳ​ຂອງ​ກຳປູ​ເຈຍ.

 

ອັງ​ກໍ​ວັດ​ພ້ອມ​ດ້ວຍກຳ​ແພງ​ເມືອງ​ຈີນ ທາດ​ປີ​ລະ​ມິດ​ເອຢິບ​ແລະ​ຮູບຄວັດ​ໂບ​ໂຣບູດ​ວກ​ແຫ່ງ​ອິນ​ໂດ​ເນ​ຊີ,​ໄດ້​ເອີ້ນ​ເປັນ​ສ່ີ​ມະຫັດສະຈັນ​ຂອງ​ໂລກ​ຕາ​ເວັນ​ອອກ.

 

​ແຕ່​ວ່າ ສ່ິງ​ທ່ີ​່ບ່ໍ​ເປັນ​ຈ່ັງ​ບຸນນັ້ນ​ແມ່ນ, ​ໃນ​ປະຫວັດສາດ ​ເຄຫະ​ສະຖານ​ອັນ​ສະ​ຫງ່າ​ລາສີຂອງ​ອັງ​ກໍ ​ເຄີຍ​ຖືກທຳລາຍ​ມ້າງ​ເພ​ຕັ້ງ​ຫຼາຍ​ເທ່ືອ,​ໃນ​ສັດຕະວັດ​ທີ 15 ​ແລະ 16,ຄົນ​ໄທ​ແລະ​ຄົນ​ມຽນມາ​ກໍ​ເຄີຍ​ຍຶດຄອງ​ອັງ​ກໍ​ເປັນ​ລຳດັບ, ​ໃນ​ໄລຍະ​ນັ້ນ ກໍ​ເຄີຍ​ຂົນ​ພະພຸດທະ​ຮູບ​ແລະ​ວັດຖຸບູຮານ​ອ່ືນໆ​ເມືອ​ປະ​ເທດ​ເຂົາ​ເຈົ້າ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ໃນ​ປະ​ມານ 20 ປີ​ທ່ີ​ເກີດ​ເສິກ​ເສືອ​ເໜືອ​ໃຕ້ຢູ່ກຳ​ປູ​ເຈຍ,ວັດຖຸບູຮານ​ອັນ​ປະ​ເສີດ​ເລີດ​ລ້ຳ ຄື​ພະພຸ​ດທະຮູບ​ເປັນ​ຕົ້ນ ກໍ​ຖືກ​ຄົນ​ລັກ​ແລະ​ທຳລາຍ​ຈົນ​ນັບ​ບ່ໍ​ຖ້ວນ, ການ​ທ່ີ​ຮ່ອງ​ຮອຍ​ບູຮານ​ອັງ​ກໍ​ຖືກ​ທຳລາຍ​ຢ່າງ​ໜັກໜ່ວງ​ນັ້ນ ​ໄດ້​ເຮັດ​ໃຫ້​ປະຊາຊົ​ນກຳປູ​ເຈຍ​ຮູ້ສຶກ​ເຈັບ​ຊ້ຳ​ໜຳ​ໃຈ​ທ່ີ​ສຸດ.

 

​ເມ່ືອ​ປີ 1989,ອົງການ​ຢູ​ເນັສ​ໂກສະ​ຫະປະຊາ​ຊາດ​ໄດ້​ເລ່ິມສ້ອມ​ແປງ​ຮ່ອງຮອຍ​ບູຮານ​ອັງ​ໂກ​ຕາມ​ຄຳ​ຮຽກຮ້ອງ​ຂອງ​ສົມ​ເດັດ​ໂນ​ໂລ​ດົມ ສີຫະ​ນຸ, ​ເມ່ືອ​ປີ 1993,ຄະນະ​ຜູ້ແທນ​ລັດຖະບານ​ບັນດາ​ປະ​ເທດ​ໄດ້​ໂຮມກັນ​ຢູ່​ໂຕ​ກຽວ​ແຫ່ງ​ຍ່ິປຸ່ນ,​ໄຂ​ກອງ​ປະຊຸມ​ກ່ຽວ​ກັບ​ການ​ຮັກສາ​ບູຮານ​ນະ​ສະຖານ​ອັງໂກວັດ,ປະ​ເທດ​ຈີນ​ກໍ​ຕົກລົງ​ແຕ່ງ​ຜູ່ຊ່ຽວຊານ​ໄປ​ຮ່ວມ​ການ​ເຄ່ືອນ​ໄຫວ​ຂອງ​ອົງ​ການ​ຢູ​ເນັສ​ໂກ​ກ່ຽວ​ກັບ​ການ​ອະນຸລັກ​ສ້ອມ​ແປງ​ບູຮານນະ​ສະຖານ​ອັງ​ກໍ​ວັດ.ອິນ​ເດຍ ຍ່ີ​ປຸ່ນ ຝ່ັຼງ​ແລະ​ປະ​ເທດ​ອ່ືນໆ​ກໍ​ໄດ້​ເຂົ້າຮ່ວມ​ວຽກ​ສ້ອມ​ແປງ​ບູຮານ​ນະ​ສະຖານ​ອັງ​ກໍ​ວັດ​ເຊ່ັນ​ດຽວ​ກັນ.