
ງານສະແດງສິນລະປະຈີນອາຊຽນແລະງານຊິມໂຟນີຂອງນັກດົນຕີໄວຫນຸ່ມຈີນອາຊຽນໄດ້ຈັດຂຶ້ນຢູ່ກຳປູເຈຍແຕ່ວັນທີ 8 ຫາວັນທີ 9ເມສາ.ນີ້ແມ່ນລາຍການອັນທີຫນຶ່ງໃນບັນດາລາຍການສະຫລອງຈີນກັບອາຊຽນສ້າງການພົວພັນສົນທະນາກັນແລະປີມິດຕະພາບແລະການຮ່ວມມືລະຫວ່າງຈີນອາຊຽນ.ສິນລະປິນ 150 ກວ່າທ່ານທີ່ມາຈາກຈີນແລະອາຊຽນຈະພ້ອມກັນສະແດງລາຍການຢູ່ຫນ້າອັງກໍວັດ ມໍລະດົກວັດທະນະທຳໂລກທີ່ສະຫງ່າໃຫຍ່ໂຕ.
ປີ 2006 ແມ່ນປີຈີນອາຊຽນສ້າງການພົວພັນສົນທະນາກັນຄົບຮອບ 15 ປີ,ແລະກໍ່ແມ່ນປີມິດຕະພາບແລະການຮ່ວມມືລະຫວ່າງຈີນອາຊຍນ,ແມ່ນປີຫນຶ່ງທີ່ມີຄວາມຫມາຍສຳຄັນໃນປະຫວັດການພົວພັນລະຫວ່າງຈີນກັບອາຊຽນ.ໃນກອງປະຊຸມຜູ່ນຳຈີນອາຊຽນຄັ້ງທີ 9 ທີ່ຈັດຂຶ້ນໃນເດືອນທັນວາປີແລ້ວນີ້,ທ່ານນາຍົກລັດຖະມົນຕີເວີນເຈ່ຍປາວສະເຫນີໃຫ້ຖືໂອກາດຈີນອາຊຽນສ້າງການພົວພັນສົນທະນາກັນລະຫວ່າງຈີນກັບອາຊຽນຄົບຮອບ 15 ປີແລະປີມິດຕະພາບແລະການຮ່ວມມືລະຫວ່າງຈີນກັບອາຊຽນ, ດຳເນີນການເຄື່ອນໄຫວລະລຶກຢ່າງກວ້າງຂວາງ, ຊຸກຍູ້ໃຫ້ວົງການຕ່າງໆໃນສັງຄົມເຂົ້າຮ່ວມນຳ,ເພື່ອສ້າງພື້ນຖານສັງຄົມອັນຫມັ້ນແກ່ນໃຫ້ການພັດທະນາການພົວພັນລະຫວ່າງຈີນກັບອາຊຽນຢ່າງຍາວນານ.ຂໍ້ສະເຫນີດັ່ງກ່າວໄດ້ຮັບການຕອບສະຫນອງຢ່າງສຸດອົກສຸດໃຈຈາກບັນດາປະເທດອາຊຽນ.
ໃນເວລາທ່ານລີນຊີ່ ເຈົ້າຫນ້າທີ່ກົມພົວພັນວັດທະນະທຳກັບຕ່າງປະເທດຂອງກະຊວງວັດທະນະທຳຈີນທີ່ຮັບຜິດຊອບວຽກງານຈີນອາຊຽນໃຫ້ສຳພາດຕໍ່ນັກຂ່າວວິທະຍຸພວກເຮົາ,ທ່ານເວົ້າວ່າ:
ການສະແດງສິນລະປະແລະການສະແດງດົນຕີປະສານສຽງນັກດົນຕີຫນຸ່ມຈີນອາຊຽນທີ່ຈັດຂຶ້ນຢູ່ຫນ້າອັງກໍວັດກຳປູເຈຍນັນຈະແມ່ນລາຍການທີຫນຶ່ງໃນບັນດາລາຍການສະເຫລີມສະຫລອງຕ່າງໆຂອງການລະລຶກຈີນກັບອາຊຽນສ້າງການພົວພັນສົນທະນາກໍ່ຄືປີມິດຕະພາບແລະການຮ່ວມມືຈີນອາຊຽນ.
ຄະນະສິນລະປາກອນຈີນທີ່ປະກອບດ້ວຍສະຖາບັນການຟ້ອນປັກກິ່ງແລະຄະນະດົນຕີຊິມໂຟນີຮູບເງົາຂອງຄະນະສິນລະປາກອນວິທະຍຸສູນກາງຈີນລວມທັງຫມົດ 25 ຄົນໄດ້ສະແດງຢູ່ກຳປູເຈຍ.ຕອນຄ່ຳວັນທີ 8 ເມສາ, ຄະນະດົນຕີຊິມໂຟນີທີ່ປະກອບດ້ວຍນັກດົນຕີ 11 ປະເທດຈະເສບເພງທີ່ຊື່ວ່າຈີນກັບອາຊຽນຢູ່ຫນ້າອັງກໍວັດ,ເພງເສບນີ້ແມ່ນຮຽບຮຽງເອົາເພງເສບ 11 ເພງຂອງຈີນແລະສິບປະເທດອາຊຽນເປັນເພງດຽວ,ອັນໄດ້ສະແດງໃຫ້ເຫັນການພົວັນລະຫວ່າງຈີນກັບອາຊຽນທີ່ມີມາແຕ່ບູຮານນະການ.ຫລັງຈາກນັ້ນ, ນັກຟ້ອນຂອງ 11 ປະເທດຈະສະແດງການຟ້ອນຊົນເຜົ່າຂອງປະເທດໃຜລາວ,ລາຍການທີ່ຈີນຈະສະແດງນັ້ນມີການຟ້ອນສິງອວງຕ່ຽນຟິ່ງແລະອື່ນໆ.ກະແສສູງອີກອັນຫນຶ່ງໃນຄ່ຳມື້ນັນແມ່ນນັກຟ້ອນຂອງ 11 ປະເທດພ້ອມກັນສະແດງລາຍການຢ່າງຂະຫນາດໃຫຍ່.ການສະແດງໃນຕອນຄ່ຳວັນທີ 9 ເມສາຈະຖືການເສບດົນຕີຊິມໂຟນີເປັນຕົ້ນຕໍ.
ທ່ານລີນຊີແນະນຳວ່າ, ເພງຈີນອາຊຽນແມ່ນນັກດົນຕີໄທຜູ່ຫນຶ່ງຄັດເລືອກເອົາຕອນມີທຳນອງມ່ວນກວ່າຫມູ່ໃນເພງພື້ນເມືອງທີ່ມີຊື່ສຽງຂອງຈີນແລະ 10 ປະເທດອາຊຽນແລ້ວຮຽບຮຽງເປັນເພງດຽວ.ນີ້ແມ່ນບົດເພງໃຫມ່ອ່ຽມ,ແຕ່ໃນເພງມີເອກະລັກພິເສດຂອງ 11 ຊົນຊາດ,ເຊິ່ງສະແດງໃຫ້ເຫັນການພົພວັນລະຫວ່າງຈີນັບອາຊຽນທີ່ມາແຕ່ບູຮານນະການ,ອາດເວົ້າໄດ້ວ່າ, ມັນເປັນສັນຍາລັກດີທີ່ສຸດທີ່ສະແດງໃຫ້ເຫັນມິດຕະພາບຈີນອາຊຽນ.
ພາກພື້ນອາຊີຕາເວັນອອກເປັນພາກພື້ນທີ່ມີວັດທະນະທຳຫລາກຫລາຍຂອງໂລກ,ແລະກໍ່ແມ່ນພາກພື້ນທີ່ມີປະຫວັດວັດທະນະທຳຂອງບັນດາປະເທດແລະຊົນເຜົ່າເຊື່ອມໂຍງເຂົ້າກັນເປັນເວລາຍາວນານກວ່າຫມູ.ຍ້ອນມີພູມສັນຖານໃກ້ກັນແລະມີຄວາມຮັບຮູ້ດ້ານວັດທະນະທຳຄ້າຍຄືກັນ, ຈີນກັບບັນດປະເທດອາຊຽນມີທ່າແຮງໃນການແລກປ່ຽນວັດທະນະທຳ,ຕັ້ງແຕ່ຈັດສັບປະດາວັດທະນະທຳບຸນກຸດຈີນຢູ່ໄທໃນປີ 2004 ເປັນຕົ້ນມາ, ສັບປະດາວັດທະນະທຳຈີນທີ່ຝ່າຍຈີນຈັດຢູ່ບັນດາປະເທດອາຊຽນໃນໄລຍະບຸນກຸດຈີນທຸກປີນັ້ນກໍ່ໄດ້ຮັບຄວາມນິຍົມຊົມຊອບຈາກປະຊາຊົນບັນດາປະເທດອາຊຽນ,ປະຊາຊົນກໍ່ເຂົ້າຮ່ວມຢ່າງກວ້າງຂວາງ.
ທ່ານລີນຊີ່ ເຈົ້າຫນ້າທີ່ກົມພົວພັນວັດທະນະທຳຕ່າງປະເທດຂອງກະ ຊວງວັດທະນະທຳຈີນທີ່ຮັບຜິດຊອບວຽກງານຈີນອາຊຽນເວົ້າວ່າ, ເຖິງວ່າ ການຮ່ວມມືແລະແລກປ່ຽນລະຫວ່າງຈີນກັບອາຊຽນໃນດ້ານວັດທະນທຳຊັກຊ້າກວ່າໃນດ້ານຄວາມປອດໄພແລະເສດຖະກິດການຄ້າເປັນຕົ້ນກໍ່ຕາມ, ແຕ່ໃນບໍ່ເທົ່າໃດປີມານີ້, ກໍ່ໄດ້ມີການຂະຫຍາຍຕົວຢ່າງຫລວງຫລາຍ. ເດືອນສິງ ຫາປີ 2005, ຈີນກັບອາຊຽນໄດ້ເຊັນບົດບັນທຶກຊ່ອຍຈຳຄວາມເຂົ້າໃຈກັນການຮ່ວມມືວັດທະນະທຳຈີນອາຊຽນ, ອາດເວົ້າໄດ້ວ່ານີ້ແມ່ນເອກະສານທີ່ມີລັກສະນະຫລັກຫມາຍທາງໃນການຮ່ວມມືວັດທະນະທຳຈີນອາຊຽນ.ໃນປີນັ້ນ, ລາຍການແລກປ່ຽນວັດທະນະທຳລະຫວ່າງຈີນກັບບັນດາປະເທດອາຊຽນກໍ່ໄດ້ຫລາຍກວ່າ 500 ຫລາຍການ.ທ່ານເວົ້າວ່າ:
ປີນີ້ແມ່ນຈີນກັບອາຊຽນສ້າງການພົວພັນສົນທະນາຄົບຮອບ 15 ປີ,ກະ ຊວງວັດທະນະທຳຈີນນອກຈາກເຂົ້າຮ່ວມລາຍການສະເຫລີມສະຫລອງທີ່ຈັດຂຶ້ນຢູ່ກຳປູເຈຍແລ້ວ, ຍັງຈະຈັດໃຫ້ມີສັບປະດາວັດທະນະທຳຈີນອາຊຽນ, ງານວາງສະແດງສິນລະປະອາຊຽນແລະຊຸດອົບຮົມການຮ່ວມມືດ້ານຊັບພະ ຍາກອນວັດທະນະທຳ 10+3 ຢູ່ປັກກິ່ງ,ເພື່ອເພີ່ມທະວີການຮ່ວມມືກັບອາຊຽນທາງດ້ານວັດທະນະທຳຕື່ມອີກ.
|