ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-10 11:01:04    
ຄວາມ​ຂີ້​ຢ້ານ​ຍັງ​ເປັນ​ໜ້າ​ຢ້ານ​ກວ່າ​ຄວາມ​ອັນ​ຕະ​ລາຍ
(ສຽງ)

cri Author: min

ມີ​​​ແມ່ນ້ຳ​ສາຍ​ໜຶ່ງ, ຝັ່ງ​ຊ້າຍ​ແມ່ນ​ຜາ​ຊັນຈິດ​ປິດ, ນ້ຳ​ໄຫຼ​ແຮງ​ທີ່​ສຸດ, ກະ​ທົບ​ໃສ່​ໜ້າຜາ​ຫີນຈົນ​ຟົ້ງ​ຂຶ້ນ​ເປັນຝອດ​ສີຂາວ, ສຽງ​ດັງສະ​ເທືອ​ນຈົນ​ເຈັ້ຍ​ຫູຊິ​ແຕກ. ມີ​ຜູ້​ທ່ຽວ​ສີ່​ຄົນ——​ຜູ້​ໜຶ່ງ​ຕາບອດ​, ຜູ້​ໜຶ່ງ​ຫູ​ໜວກ​ ແລະ​ຄົນ​ປົກກະຕິ​ສອງ​ຄົນ, ​ໄດ້​ມາ​ຮອດ​ບ່ອນ​ນີ້, ​ເຂົາ​ເຈົ້າ​ຢາກ​ຂ້າມ​ໄປ​ຝັ່ງ​ນັ້ນ​ແຕ່​ບບໍ່​ມີ​ເຮື​ອ, ມີ​ແຕ່​ຂົວ​ໂສ້​ເຫຼັກ​ຂົວ​ດຽວ, ສີ່​ຄົນ​ນີ້​ຈຳ​ເປັນ​ຕ້ອງ​ຈ່ອງ​​ໂສ້​ເຫຼັກ​ເທິງ​ຂົວ, ​ຄ່ອຍ​ໆ​ໄຕ່​ຂ້າມ​ໄປ. ຄົນ​ຕາບອດ​ໄດ້​ຂ້າມ​ໄປ​ຢ່າງ​ປອດ​ໄພ, ຄົນ​ຫູ​ໜວກ​ກໍ່​ຂ້າມ​ໄປ​ຢ່າງ​ປອດ​ໄພ​, ມີ​ຄົນ​ປົກ​ກະ​ຕິ​ຜູ້​ໜຶ່ງ​ກໍ່​ຂ້າມ​ໄປ​ຢ່າງ​ປອດ​ໄພ​ຄື​ກັນ, ​ແຕ່​ວ່າ ຄົນ​ປົກ​ກະ​ຕິ​ອີກ​ຜູ້​ໜຶ່ງ​ພັດ​ຢ້ານ ຈົນ​ສັ່ນ​​ເຊັນ, ບໍ່​ກ້າ​ຍ່າງ​ຕໍ່​ໄປ, ​ໃນ​ທີ່​ສຸດ​ຈົນ​ຕົກລົງ​​ນ້ຳ. ​ເປັນ​ຫຍັງ​ຄົນ​ຕາບອດ​​ແລະ​ຄົນ​ຫູ​ໜວກ​ຍັງ​ຂ້າມ​ໄດ້, ​ແຕ່​ຄົນ​ດີໆ​ພັດ​​ຂ້າມ​ບໍ່​ໄດ້? ພາຍຫຼັງ​ມາ, ຄົນ​ຕາ​ບອດ​​ເວົ້າ​ວ່າ:​"​ຂ້ອຍ​ບໍ່​ເຫັນ​ຮຸ່ງ, ບໍ່​ຮູ້​ວ່າ​ແມ່​ນ້ຳ​​ເປັນ​ແນວ​​ໃດ, ມີ​ແຕ່​ຈ່ອງ​ສາຍ​ໂສ້​ເຫຼັກ​​ໄວ້​ແໜ້ນໆ, ​ແລ້ວ​ຍ່າງ​ຜ່ານ​ມາ​ຄື​​ຍາມ​ທຳ​ມະ​ດາ" ຄົນ​ຫູ​ໜວກ​ບອກ​ວ່າ:"ຂ້ອຍບໍ່​ໄດ້​ຍິນ​ສຽງ​ນ້ຳ​ໄຫຼ, ຈຶ່ງ​ບໍ່​ຢ້ານ​ປານ​​ໃດ,​ ມີ​​ແຕ່​ລະ​ວັງ​ບໍ່​ເບິ່ງ​ລົງ​ທາງ​ລຸ່ມ, ​​ຈຶ່ງ​ໄດ້​ຍ່າງ​ຂ້າມ​ມາ​ຢ່າງ​ປອດ​​ໄພ.​" ຄົນ​ປົກ​ກະ​ຕິ​ຜູ້​ຂ້າມ​ຂົວ​ມາ​ຢ່າງ​ປອດ​ໄພ​ບອກ​ວ່າ:"ຂ້ອຍ​ຍ່າງ​ຂ້າມ​ຂົວ​ພໍ​ຂ້ອຍ​ເອງ, ຜາ​ຈະ​ຊັນ, ​ນ້ຳຈ​ະ​ໄຫຼ​ແຮງ​ປານ​ໃດ, ຂ້ອຍ​ບໍ່​ເອົາ​ຫົວ​ຊາ​ນຳ​ຫຍັງ, ມີ​ແຕ່​ລະ​ວັງ​ຈ່ອງ​ໃຫ້​ດີໆ​, ຍ່າງ​ໃຫ້​ທຸ່ມ​ທ່ຽງ​ກໍ​ໄດ້​ແລ້ວ." ​ສ່ວນຄົນ​ປົກ​ກະ​ຕິ​ຜູ້​​​ຕົກ​ລົງ​ນ້ຳນັ້ນ, ​ກໍ່​ຍ້ອນ​ວ່າ​ເຂົາ​​ເອົາໃຈ​​ໃສ່​ນຳ​ຄວາມ​ອັນ​ຕະ​ລາຍ​ຫຼາຍ​ໂພດ,ຢ້ານ​ຫຼາຍ​ຈົນ​ບໍ່​ສາ​ມາດ​ສຸມ​ໃຈ​ຍ່າງ​ຂ້າມ​ຂົວ​. ພວກ​ເຮົາ​ໃຜ​ກໍ່​ເຄີຍ​ມີ​ບົດຮຽນ​​ແບບ​ນີ້, ຄື ​ເລື່ອງ​ງ່າຍໆ​ໃນຍາມ​ປົກ​ກະ​ຕິ, ຖ້າ​ພົບ​ໃນ​ສະ​ພາບ​ສັບ​ສົນ​ອັນ​ຕະ​ລາຍ​, ​ເລື່ອງ​ງ່າຍໆ​​ແຕ່​ເດີມ​ບາງ​ທີ​ກໍ​ຈະ​ເຮັດ​ໃຫ້​ເຮົາ​ຕື່ນ​ຈົນ​ບໍ່​ຮູ້​ຈະ​ເຮັດ​​ແນວ​ໃດ. ຄື​ກັບ​ຄົນ​ຜູ້​ຍ່າງ​ຂ້າມ​ຂົວ​ບໍ່​ໄດ້​ທີ່​ເລົ່າ​ສູ່​ຟັງ​ເມື່ອ​ກີ້​ນີ້, ທັງ​ນີ້​ກໍ່​​ແມ່ນ​ຍ້ອນ​ວ່າ​ພວກ​​ເຮົາ​ມົວ​ແຕ່​ຢ້ານ​ສະ​ພາບ​ສັບ​ສົນ​ອັນ​ຕະ​ລາຍ​, ​ໃນ​ສະໝອງ​ມີ​ແຕ່​ຄວາມ​ອັນຕະ​ລາຍ, ຄວາມ​ລຳ​ບາກ, ຈົນ​ພວກ​ເຮົາ​ບໍ່​ສາມາດ​ສຸມຈິດ​ສຸມ​ໃຈ​​ເຮັດ​ວຽກ​ທີ່ພວກ​ເຮົາ​​ເຄີຍ​ເຮັດມາ​ແຕ່​ເດີມ​​ແລ້ວ. ຖ້າ​ພວກ​ເຮົາ​ສາມາດ​ຈົດ​ຈໍ່ນຳ​ເປົ້າ​ໝາຍທີ່​ພວກ​ເຮົາຈະ​ຕ້ອງ​​ເຮັດສຳ​ເລັດ​, ກຳຈັດ​ປັດ​ເປົ່າ​ການ​ລົບ​ກວນ​ທຸກ​ຢ່າງ​ຢູ່​ອ້ອມ​ຂ້າງ​ແລ້ວ, ກໍຈະ​ຮູ້ສຶກ​ວ່າ, ​ສິ່ງ​ກີດ​ຂວາງ​ຄວາມ​ອັນ​ຕະ​ລາຍ​ຕ່າງໆ​, ​ທີ່ຈິງ​ແລ້ວ, ກໍບໍ່​ເປັນ​ຕາ​ພໍ​ຢ້ານ​ປານ​ໃດ, ​ແມ່ນ​ເຮົາ​​ເອງ​ຄຶດ​ວ່າ​ມັນ​ເປັນ​ຕາ​ຢ້ານ​ເອົາ​ແທ້​ເອົາ​ວ່າ. ມີ​ຄວາມ​ເວົ້າ​ຄວາມ​ໜຶ່ງ​ວ່າ: ຄວາມ​ຂີ້​ຢ້ານ​ຍັງ​ເປັນ​ໜ້າ​ຢ້ານ​ກວ່າ​ຄວາມ​ອັນ​ຕະ​ລາຍ​ອີກ​ຊ້ຳ, ​​ເຮົາບໍ່​ແມ່ນ​ຖືກ​​ເງື່ອນ​ໄຂ​ອັນ​ຫຍຸ້ງ​ຍາກ​ທາງ​ສະ​ພາບ​ແວດ​ລ້ອມ​ຜາບ​ແພ້​, ​ແຕ່​ຫາກ​ແມ່ນ​ຖືກ​ເຮົາ​ເອງ​ຜາບ​ແພ້. ບໍ່​ວ່າ​ເຮັດ​ພາລະ​ກິດ​ໃດໆ, ​ພໍ​ເລີ່​ມ​ຕົ້ນ, ​ສ່ວນ​ຫຼາຍ​ແມ່ນ​ຕ້ອງ​ສ່ຽງ​​​, ຕ້ອງ​ປະ​ເຊີ​ນກັບ​ປັດ​​ໄຈ​ທີ່​ບໍ່​​ເອື້ອ​ອຳນວຍ​ແລະ​ສິ່ງ​ກີດ​ຂວາງ​, ​ໃນ​ເວລາ​ນີ້, ບາງ​ຄົນ​ມັກ​ໃຊ້​ເວລາ​ຫຼວງ​ຫຼາຍ​​ໄປ​ຄຶດ​ນຳ​ຄວາມ​ຫຍຸ້ງ​ຍາກ​​ເຫຼົ່າ​ນີ້, ຢ້ານ​ແຕ່​ສິ່ງ​ກີດ​ຂວາງ​ເຫຼົ່າ​ນີ້​ຈະ​ເຮັດ​ໃຫ້​​ຕົນ​ເອງ​​ເສຍ​ຫຍັງ​ໄປ, ຢ້ານ​ແຕ່​ວ່າ​ຖ້າ​ບໍ່​​ສຳ​ເລັດ​ຜົນ​ກໍຈະ​ມີ​ຜົນ​ຮ້າຍ​ຫຍັງ​ເກີດ​ຂຶ້ນ, ​​ແຮ່ງ​ຄຶດ​ກໍ​ແຮ່ງ​ຢ້ານ​, ຍັງ​ບໍ່​ທັນ​​ໄປ​ຮອດ​ໃສ​ເທື່ອ​ກໍ​ຂໍ​ຍອມ, ​ແລະ​ເຊົາ​ເຮັດ​ເລີຍ. ​ແຕ່​ຍັງ​ມີ​ຄົນ​ສ່ວນ​ໜຶ່ງ, ​ເຂົາ​ກໍ​ເຫັນ​ຄວາມ​ສ່ຽງ​ແລະ​ອຸ​ປະ​ສັກ​ຢູ່​ຕໍ່ໜ້າ​ຢູ່, ​ແຕ່​ສິ່ງ​ທີ່​ເຂົາ​​ເບິ່ງ​ເຫັນ​ຫຼາຍ​ກວ່າ​ນັ້ນ​ພັດ​ແມ່ນ​ເປົ້າ​ໝາຍ​ທີ່​​ເຂົາ​ສະ​ແຫວງ​ຫາ​ຈົນສຸດ​ແຮງ​, ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຜົນສຳ​ເລັດ, ບໍ່​​​ໄປ​ຄຶດ​ຫຍັງ​ຫຼາຍ​ວ່າ​ຖ້າ​ເສຍ​ໄຊ​ແລ້ວຈະ​ເປັນ​ແນວ​ໃດ, ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ແທ້​ຈິງ ສຸມ​ຈິດ​ສຸມ​ໃຈ​ເຮັດ, ​​ແມ່ນ​ແທ້​ເຮັດ​ຈັ່ງ​ຊີ້​ກໍ​ບໍ່​ແມ່ນ​ວ່າ​ຈະ​ສຳ​ເລັດ​ຜົນ​ແນ່​ນອນ, ​ແຕ່​ຖ້າວ່າ​ບໍ່​ມີ​ຈິດ​ໃຈ​ແບບ​ນີ້​​ແນ່​ນອນ​ບໍ່​ຫ່ອນ​ຈະ​ສຳ​ເລັດ​ຜົນ​ເດັດຂາດ. ທ່ານ​ຜູ້​ຟັງ​ທີ່​​ເຄົາລົບ, ບໍ່​ວ່າ​ທ່ານ​ເຮັດ​ວຽກ​ຫຍັງ, ມີ​​ເປົ້າ​ໝາຍ​​ແນວ​ໃດ, ຖ້າ​ທ່ານ​ມີ​ຄວາມ​ໝັ້ນ​ໃຈ​​ເຕັມ​ປ່ຽນ​, ມີ​​ໃຈ​ທຸ່ນ​ທ່ຽງ​ແລະ​ຄວາມ​ຫ້າວ​ຫັນ​ບົນ​ເສັ້ນ​ທາງ​ກ້າວ​ໄປ​ໜ້າ​ແລ້ວ, ​ເຊື່ອ​ວ່າ ເປົ້າ​ໝາຍ​ຂອງ​ທ່ານ​ກໍຈະ​​ໃກ້​ເຂົ້າ​ມາ​ຊັກ​ໄຊ​! ລາຍ​ການ​ຄາລົມ​ຄົມ​ຄາຍ​ພາກ​ນີ້​ຂໍ​ສ້ຽງ​ສຸດ​ລົງພ​ຽງທໍ່​ນີ້, ຂອບ​ໃຈ​ທີ່​ຮັບ​ຟັງ, ສະບາຍດີ!