ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-10 15:25:25    
ແນະ​ນຳ​CD​ແຜ່ນ​ໃໝ່​ຂອງ​ທ່ານ​ລີ​ມິງ

cri


ທ່ານ​ລີ​ມິ​ງ​ແມ່ນ​ດາລາ​ເພງ​ທີ່​ມີ​ຊື່​ສຽງ​ຂອງ​ຮົງ​ກົງ​ຈີນ, ​ແຕ່​ທ່ານ​ຂຶ້ນ​ສູ່ເວທີ​ເພງ​ເມື່ອ​ປີ 1986 ມາ​ນີ້, ​ທ່ານໄດ້​ຮ້ອງ​ເພງ​ມ່ວນໆ​ຫຼາຍ​ເພງ. ຫວ່າງ​ກ່ອນ​ນີ້ບໍ່​ດົນ, ທ່ານ​ລີ​ມິງ​ກໍ​ໄດ້​ອັດ​ຈຳໜ່າຍCD​ແຜ່ນ​ໃໝ່​ທີ່​ຊື່ວ່າ"​ນິທານ​ໜຶ່ງ", ​ໄດ້​ເລົ່າ​ນິທານ​ຄວາມ​ຮັກທີ່​ຈັບ​ໃຈ​ຄົນ​ຕ່າງໆ​ດ້ວຍ​ສຽງ​ເພງ​. ​ມື້​ນີ້, ​ແສງ​ແກ້ວ​ຂໍ​ແນະນຳ​ເພງ​ໃນCD​ແຜ່ນ​ນີ້​ສູ່​ທ່ານຟັງ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"dan ru dan chu" ​ເຂົ້າອອກ​ຢ່າງ​ມິດງຽບ ​ໃນ​CD​ແຜ່ນ​ໃໝ່​ຂອງ​ທ່ານ​ລີ​ມິ​ງ. ​ເພງ​ນີ້​​ເປັນ​ເພງ​ໂສກ​ເສົ້າໜ້ອຍ​ໜຶ່ງ, ສະ​ແດງ​ໃຫ້​ເຫັນ​ຄວາມ​ສຸດ​ວິ​ໄສຕໍ່​ຄວາມ​ຮັກທີ່​ຫາຍ​ໄປ. ເນື້ອ​ເພງ​ມີ​ຢູ່​ວ່າ: ​ເຂົ້າອອກ​ຢ່າງ​ມິດງຽບ, ຄື​ດັ່ງ​ພາບ​ວິວບ່ອນ​ໜຶ່ງ, ​ເຈົ້າ​ເຄີຍ​ໄປມາ​​ເສັ້ນທາງ​ຄວາມ​ຮັກ​ທີ່ຍາວຢຽດ​ຂອງຂ້ອຍ. ຢູ່ຕາມ​ທາງເສັ້ນ​ນີ້, ຂ້ອຍ​ຍ່າງເຂົ້າ​ຍ່າງອອກ, ບໍ່​ລຳ​ຄານ​ເຈົ້າກັບ​ຂ້ອຍ, ຂ້ອຍ​ຢາກ​ໃຫ້​ຄວາມ​ຮັກ​​ແກ່ເຈົ້າ, ​ໃຫ້​ຄວາມ​ເສລີ​ແກ່​ເຈົ້າ.

ທ່ານ​ລີ​ມິ​ງ​ເກີດ​ຢູ່​ປັກ​ກິ່ງ​ເມື່ອ​ປີ 1966, ​ເປັນ​ຄົນ​ເຈົ້າຊູ້ ມີ​ທ່າ​ທາງ​ສຸພາບ. ປີ 1986, ທ່ານ​ລີ​ມິ​ງ​​ໄດ້ເຂົ້າຮ່ວມ​ງານປະ​ກວດນັກ​ຮ້ອງ​ໃໝ່​ຮົງ​ກົງຄັ້ງທີ 5​, ​​ແລະໄດ້​ຮັບ​ລາງວັນ​ທີ​ສາມ, ​​ແຕ່​ນັ້ນມາ​ ກໍ​ໄດ້​ເຂົ້າ​ວົງ​ການບັນ​ເທິງຢ່າງ​ເປັນ​ທາງ​ການ. ຮອດ​ຊຸມ​ປີ 90 ສະຕະວັດ​ທີ່​ແລ້ວ, ທ່ານ​ລີ​ມິ​ງ​ໄດ້​ອັດ​ຈຳ​ໜ່າຍCD​ເພງ​ມ່ວນໆຫຼາຍ​ແຜ່ນ, ​ແລ້ວ​ໄດ້​ຮັບ​ນາມມະຍົດ​ເປັນ"ລາຊາ​ເພງທັງ​4"​ໂດຍ​ຮ່ວມກັບ​ດາລາ​ເພງ​ຮົງ​ກົງ​ຈີນ 3 ຄົນຄືທ່ານ​ລິວ​ເຕີ​ຮວາ ທ່ານ​ຈ່າງ​ເສ​ຢິວ​ແລະ​ທ່ານ​ໂກ​ຟູ້​ເສີງ, ເປັນຜູ້ນຳ​ໜ້າຢູ່ເທິງ​ເວທີ​ເພງ​ສະ​ໄໝ​ນິຍົມ​ຂອງ​ຮົງ​ກົງ.

​ເມື່ອ​​​ໄດ້ເຂົ້າສູ່​ເວທີ​ເພງ 20 ປີ​ມາ​ນີ້, ທ່ານ​ລີ​ມິ​ງ​ມີ​ອຸປະນິດ​ໄສ​ດີ ​ເລີຍ​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ຟັງ, ​ທ່ານ​ອາດ​ຈະ​ບໍ່​​ແມ່ນ​ນັກ​ຮ້ອງ​ຊັ້ນຍອດ, ​ແຕ່​ທ່ານ​ຂັບຮ້ອງ​​ເພງ​ໃດ​ກໍສຸດ​ອົກ​ສຸດ​ໃຈ​ທັງ​ເຂົ້າ​ໃຈ​ເນື້ອ​ເພງ​ໄດ້​ດີ. ​ໃນ​​CD​ແຜ່ນ​ໃໝ່"ນິທານໜຶ່ງ", ທ່ານ​ລີ​ມິ​ງ​ໄດ້​ຮ້ອງ​ເພງ​ຢ່າງ​ເອົາ​ຈິງ​ເອົາ​ຈັງ, ທັງ​ໄດ້​ລະບາຍ​ອາລົມ​ທີ່​ເລິກ​ເຊິ່ງ. ​ຕໍ່​ໄປ​ເຊີນ​ຟັງ​ເພງ​"chi jiao nan ren de shan gu" ຮ່ອມພູ​ຂອງ​ຜູ້​ຊາຍ​​ຕີນ​ເປົ່າ, ​​ເພງ​ນີ້​ບໍ່​ພຽງ​ແຕ່​ມີ​ຊື່​ພິ​ເສດ​ທໍ່​ນັ້ນ, ​ເນື້ອ​ເພງ​ກໍ​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ, ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຈັບ​​ໃຈທີ່​ບໍ່​ໄດ້​ສະ​ແດງ​ອອກ​ຂອງ​ຜູ້​ຊາຍ.
"​ລາວ​ຢາກ​ຮູ້​ວ່າ​ຜູ້​ນັ້ນ​ແມ່ນ​ໃຜ? ​​ໄດ້​ອຸທິດ​ໂລກ​ທີ່​ສວຍ​ງາມ​ໃຫ້​ເຈົ້າ​ແລ້ວ​ບໍ່? ​ລາວ​ກ້າ​ພະ​ຈົນ​ໄພ​ບໍ່? ​ໄດ້​ນຳ​ຄວາມສຸກ​ໃຫ້​ເຈົ້າທຸກໆ​ມື້​ບໍ່? ​ໃນ​ທີ່​ສຸດ, ​ໄດ້​ກັບ​ຄືນ​ຮອດ​ອະດີດຕະການ​ຢ່າງ​ໄວ້​ວາງ​​ໃຈ, ກັບ​ຄືນ​ຍາມຕາ​ເວັນ​ຄ້ອຍ​ຄ່ຳ, ຈູງ​ມື​ເຈົ້າ, ປະ​ຕີນ​ເປົ່າ, ຍ່າງ​ຢູ່​ໃນ​ຮ່ອມ​ພູ​ທີ່​ມີ​ລົມ​ແຮງ, ນຳ​​ເອົາຄວາມ​ອວຍພອນ​ທີ່​ເວົ້າບໍ່​ອອກ. ພວກ​ເຮົາ​ຈົ່ງ​ມາ​ຟັງ​ເພງ"chi jiao nan ren de shan gu" ຮ່ອມພູ​ຂອງ​ຜູ້​ຊາຍ​​ຕີນ​ເປົ່າ, ຂັບ​ຮ້ອງ​ໂດ​ຍທ່ານ​ລີ​ມີ​ງຢ່າງ​ມີ​ອາລົມ​ເລິກ​ເຊິ່ງ.

ຕໍ່​ໄປ ​ເຊີນ​ຟັງ​ເພງ"you qing lang" ​ແປ​ວ່າຜູ້​ຊາຍ​ຮັກ​ດຽວໃຈດຽວ, ​ເພງ​ນີ້​​ແມ່ນ​ເພງ​ເອກ​ຂອງ​ແຜ່ນ​CD​ດັ່ງກ່າວ, ​ມີຈັງຫວະ​ເບົາຈິດ​ເບົາ​ໃຈ ທັງຕະຫຼົກ ​ແລະ​ມີເນື້ອ​ເພງ​ທີ່​ມີ​ຊີວິດ​ຊີວາ ​ໄດ້ສະ​ແດງ​ໃຫ້​ເຫັນ​ສຽງ​ໃນ​ໃຈ​ຂອງ​ຜູ້​ຊາຍ​ຫຼາຍຄົນ, ຄື: ​ຜູ້​ໃດກໍ​ບໍ່​ຢາກ​ເປັນ​ຄົນຫຼາຍ​ໃຈ, ​ໃຜ​ກໍ​ຢາກ​ເປັນຄົນູ​ຮັກ​ດຽວໃຈ​ດຽວ. ​​ແຕ່​ເລື່ອງ​ທີ່​ຂະຫຍາຍຕົວ​ອາດ​ຈະ​ຕ່າງ​ກັບ​ຄວາມ​ມຸ່ງ​ຫວັງ​ດັ່ງກ່າວ. ​

​ເພງ​ນີ້​ໄດ້​ພັນ​ລະນາຈິດ​ໃຈ​ທີ່​ຂັດ​ແຍ່ງ. ​ເຊີນ​ຟັງ​ໄດ້​ເລີຍ: "you qing lang" ຜູ້​ຊາຍ​ຮັກ​ດຽວໃຈດຽວ.
​ເພງ​ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ" "you qing lang" ຜູ້​ຊາຍ​​ຮັກ​ດຽວໃຈດຽວ. ​ຂັບ​ຮ້ອງ​ໂດຍ​ທ່ານ​ລີ​ມິ​ງ. ​ເນື້ອ​ເພງ​ມີ​ຢູ່​ວ່າ: ​ໃຜ​ບໍ່​ຢາກ​ເປັນ​ຄົນ​ຮັກ​ດຽວໃຈ​ດຽວ? ​ແຕ່​ເຈົ້າບໍ່​ຢູ່​ຄຽງ​ຂ້າງຂ້ອຍ, ​ໃຜ​ຊິ​ຍິນ​ຍອມ​ໄປ​ພະ​​ເນ​ຈອນ? ​ໃຜ​ຢາກ​ໜີ​ໄປ​ເຈົ້າ? ​ເຈົ້າກັບ​ຂ້ອຍ​ລ້ວນ​ແຕ່ມີ​ໃຈ​ຈິງ​. ຂ້ອຍ​ກໍ​ຢາກຮັກ​ດຽວໃຈ​ດຽວ, ​ແຕ່​​ເວົ້າກັບ​ເຮັດ​​ຕ່າງ​ກັນ. ​ແມ່ນ​ໃຜ​ໃຫ້​ລາວ​ເຂົ້າ​ແທນ​ຂ້ອຍ? ຖ້າ​ໃນ​ທີ່​ສຸດ​ຍັງ​ຈະຈາກ​ກັນ, ​ເລີ່​ມຕົ້ນຫຼືບໍ່​ແມ່ນ​ຄື​ກັນ. ບໍ່​ມີ​ເຈົ້າຢູ່​ຄຽງ​ຂ້າງຂ້ອຍ, ​ຂ້ອຍ​ຈະ​ພະຍາຍາມ​ຢູ່ດີໆ.

​ໃນ​​​CD ​ແຜ່ນ​ໃໝ່​ຂອງ​ທ່ານ​ລີ​ມີ​ງ, ຍັງ​ມີ​ເພງ"xia tian de wei dao" ລົດຊາດ​ລະດູ​ຮ້ອນ, ​ເພງນີ້​​ແຕ່ງ​ໂດຍທ້າວ​ຫາຍ​ເລີຍ​ແລະ​ທ້າວ​ລີ​ອີ້​ເຈ, ​ໄດ້​ຮັບລາງວັນ​ໃນງານ​ປະ​ກວດ​ເພງທີ່​ແຕ່ງ​ໂດຍ​ນັກຮຽນ​ຈີນ​. ​ເຊີນ​ຟັງ​ໄດ້​ເລີຍ.

​ໃນ​​CD​ແຜ່ນ​ໃໝ່​ຂອງ​ທ່ານ​ລີ​ມິ​ງ"​ນິທານ​ໜຶ່ງ"​ໄດ້​ລວບ​ລວມ 11 ​ເພງ, ​ເຖິງ​ວ່າ​ສ່ວນຫຼາຍ​ແມນ​ເພງ​ລະບາຍ​ອາລົມ, ​ແຕ່​ທຳນອງ​​ເພງ​ມີຫຼາຍ​ຢ່າງ​ຫຼາຍ​ແນວ, ຟັງ​ແລ້ວ​ຮູ້ສຶກ​ວ່າ​ມີ​ການ​ປ່ຽນ​ແປງຫຼາຍ. ມ້ວນທ້າຍ​ລາຍການ​ມື້​ນີ້, ​ເຊີນ​ຟັງ​ເພງ"bie lai wu yang"ດົນ​ແລ້ວ​ບໍ່​ໄດ້​ພົບ​ກັນ ​ໃນ​ແຜ່ນCD​ດັ່ງກ່າວ. ​ເພງ​ນີ້​​ມ່ວນຫຼາຍ, ​ເນື້ອ​ເພງ​ກໍ​ດີ, ປະ​ໂຫຍ​ກ​ໃດ​ກໍ​ໄດ້​ສ່ອງ​ແສງ​ຈິດ​ອາລົມ​ເລິກ​ເຊິ່ງ, ​ເບິ່ງ​ແລ້ວ​ຄື​ເສີຍ​ເສີຍ​ຢູ່, ​​ແຕ່ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ອ່ອນ​ແອ​​ຢູ່ໃນ​ໃຈ.

"​ເຈົ້າ​ເປັນ​ຫຍັງ​ມັກ​ອຸກ​ມັກ​ອັ່ງ​ຄື​ເດັກນ້ອຍ?​ ​​ເຈົ້າເປັນ​ຫຍັງຍັງ​ຄື​ແຕ່​ກ່ອນ? ​ເຈົ້າຕ້ອງ​ເຂັ້ມ​ແຂງ​​ແຮງ​ກ້າ, ​ບໍ່​ມີ​ຂ້ອຍ ​ເຈົ້າກໍ​ຕ້ອງ​ມີ​ທ້ອງຟ້າ​ຂອງຕົນ. ດົນ​ແລ້ວ​ບໍ່​ໄດ້​ພົບ​ກັນ, ​ເຈົ້າມີ​ແຟນ​ໃໝ່​ແລ້ວ​ຄວນໜ້າ​ຊື່ນ​ຕາ​ບານ. ​ຄວາມ​​ເພີ້​ຝັນ​​ຄວນ​ຂຶ້ນ​ເມືອງ​ສະຫວັນ. ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"bie lai wu yang" ​ ຂັບ​ຮ້ອງ​ໂດຍ​ທ່ານ​ລີ​ມີງ.​(ຈົບ)