ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-11 13:20:12    
ຮຸງ​ກິນ​ນ້ຳ​ຈໍ່​ຕົວ​ຂຶ້ນ​​ແນວ​ໃດ(ສຽງ)

cri

ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ທ່ານ​ບຸນ​ໄທ ​ຢູ່​ບ້ານ​ກູ​ລົງ ​ເມືອງ​ນາ​ໝໍ້ ​ແຂວງ​ອຸດົມ​ໄຊ​ ມິດ​ລາຍການ​ວິທະຍຸcri,ໄດ້​ຝາກ​ຈົດໝາຍ​ມາ​ຍັງພວກ​​ເຮົາ​ວ່າ​ທ່ານ​ຢາກ​ຮູ້​ວ່າເປັນ​ຫຍັງ​ຝົນ​ເອື້ອນ​ແລ້ວ,ຢູ່​ເທິງ​ທ້ອງຟ້າ​​ມີ​ຮຸງ​ກິນ​ນ້ຳ,​​ນັກວິ​ທະຍາ​ສາດ​ປະ​ເທດ​ໃດ​ໄດ້​ຄົ້ນຄວ້າ​ຫຼັກ​ມູນ​ຂອງຮຸງ​ກິນ​ນ້ຳ,ກ່ຽວ​ກັບ​ປະກົດ​ການ​ລັງສີ​ວິທະຍາ​ດັ່ງກ່າວ,​ພວກ​ເຮົາ​ຈະ​ອະທິບາຍ​ຢ່າງ​ລະອຽດ​ສູ່​ທ່ານ​ຟັງ​ໃນ​ລາຍການ​ມື້​ນີ້.

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,​ໃນ​ລະ​ດູ​ຮ້ອນ,​ເມື່ອ​ຝົນ​ເອື້ອນ​ແລ້​ວ,​​ເມ​ກມືດຫາຍ​ໄປ,ຕາ​ເວັນ​ໂປ​ໂລ​ຫົວ​ຄືນ​ໃໝ່,​ໃນ​ທ້ອງຟ້າ​​ມັກ​ຈະປະກົດ​ມີ​ຮຸງກິນ​ນ້ຳ,ທ່ານ​ຍ່ອມ​ໄດ້​ສະດຸ​ດີ,ພາບ​ອັດສະຈັນ​ທຳ​ມະ​ຊາດ​ນີ້ຢ່າງ​ບໍ່​ເຫືອດ​ສົບ​ເຫືອດ​ປາກ.ກ່ຽວ​ກັບ​ປະກົດ​ການ​ທຳມະ​ຊາດ​ດັ່ງກ່າວ​.ໃນ​ສະ​​ໄໝລາ​ຊະວົງ​ຊົ້ງ​ເໜືອຂອງ​ຈີນ​ກໍ່​ໄດ້​ມີ​ຄຳ​ອະທິບາຍ​ຕາມ​ຫຼັກວິ​ທະຍາ​ສາດ​ແລ້ວ. ​ໃນປື້​ມ"ມື້​ງຊີ່​ປີ​ທານ"​ເປັນ​ບົດ​ປະພັນວິ​ທະຍາ​ສາດ​​ໃນ​ສະ​ໄໝບູຮານ​ຈີນທີ່​ແຕ່ງໂດຍ ເສີນ​ໂຄ້ ນັກວິທະ​ຍາສາດ​ຈີນ​ໃນ​ຄາວ​ນັ້ນ,​​ໄດ້ຂຽນ​ວ່າ,"ຮຸງ,​ກໍ​ຄື​ເງົາ​ຝົນ​ໃນ​​ແສງ​ແດດ​.​ແສງ​ແດດ​ສ່ອງ​ໃສ່​ຝົນ,ກໍ່​ມີ​ຮຸງ​ເກີດ​ຂຶ້ນ."ໝາຍ​ຄວາມ​ວ່າ​​ເມື່ອ​​ແສງ​​ແດດ​ສ່ອງ​ໄປ​​​ໃສ່ຢອດ​ນ້ຳ​ໃນ​ອາກາດ,​ແລ້ວສ່ອງ​ສະທ້ອນ​ຄືນແລະ​ສ່ອງ​ຫັກ​ເຫ,ຮຸງຈິ່ງ​ຈໍ່ຕົວ​ຂຶ້ນ.

ນັກວິທະ​ຍາສາດ​ອະທິບາຍ​ໃຫ້​ພວກ​ເຮົາ​ຮູ້​ວ່າ,​ໃນ​ເວລາ​ແສງ​​ແດດ​ສ່ອງ​ຜ່ານ​​​ແກ້ວ​ແວ່ນສາມ​ລ່ຽມ,ກໍ​ຈະ​ຫັກ​ເຫ​ໄປ​ທິດ​ອື່ນ.​ໃນລະ​ຫວ່າງ​​ປີ1667,ທ່ານ​ນີວຕັນ ນັກວິທະຍາສາດ​ອັງກິດ​​ໄດ້ໃຫ້​ແສງ​ແດດ​ສ່ອງ​​​ເຂົ້າ​​ຫ້ອງ​ມືດ​​ໂດຍ​ຜ່ານຈາກ​ຮູ​ນ້ອຍ​​ໃນປ່ອງ​ຢ້ຽມ​ບານ​ເກັດ,​ແລະ​ວາງ​​ແກ້ວ​​ແວ່ນສາມ​ລ່ຽມ​ໜ່ວຍ​ໜຶ່ງ​ຢູ່​ໜ້າ​ຮູ​ນ້ອຍ,​ແສງ​ແດດ​​ຊໍ່ນ້ອຍ​ທີ່​ສ່ອງ​ເຂົ້າ​ຫ້ອງ​ມືດ,​ເມື່ອ​ຜ່ານ​​ແກ້ວ​ແວ່ນ​ສາມ​ລ່ຽມ​ແລ້ວ​ສ່ອງ​ໃສ່​​ເທິງ​ຝາ​ພະ​ໜັງ,​ໃນ​ທີ່​ສຸດ,​ແສງ​​ແດດຂາວ​​ໃນ​ເມື່ອກ່ອນ​ໄດ້ແຍກ​ອອກ​ເປັນ​ເຈັດ​ສີ​ຄື, ສີ​ແສດ, ສີ​ເຫຼືອງ, ສີຂຽວ,ສີຟ້າ,ສີ​ຄາມ​ແລະ​ສີ​ອິດ ​​ແລະ​ລຽນ​ເປັນ​ແຖວ​ຕາມ​ລຳດັບ.ນັກວິທະ​ຍາສາດ​​ເອີ້ນ​ແຖວ​ແສງ​ນີ້​ວ່າ"ສະ​ເປັກ​ເຕຼີ".ການ​ຈໍ່​ຕົວຂອງ​ຮຸງ​ກິນ​ນ້ຳ​ມີຫຼັກ​ມູນຄື​ກັນ​,ຄື,​ໃນ​ເວລາ​​ແສງ​ແດດ​ສ່ອງ​​ໄປ​ເຖິງ​ຢອດ​ນ້ຳ​ນ້ອຍ,​ໃນ​ອາກາດ​ກໍ​ຄື​ກັນກັບ​ສ່ອງ​ໄປ​ເຖິງ​ແກ້ວ​​ແວ່ນສາມ​ລ່ຽມ,​ແສງ​ແດດ​ຖືກ​ແຍກ​ອອກ​ເປັນ​ແສງ​ທີ່​ມີເຈັດ​ສີ,​ຮຸງ​ກິນ​ນ້ຳ​ກໍ່​ຈໍ່​ຕົວ​​ຂຶ້ນ​ເລີຍ.

ຄັນ​ຊັ້ນ,ເປັນ​ຫຍັງ ​ແສງ​ແດດ​ສາມາດ​​ແຍກ​ອອກ​ເປັນ​ເຈັດ​ສີ​?

ນີ້​ແມ່ນຍ້ອນ​ວ່າ​ແສງ​ແດດ​ມີ​ແສງ​ທີ່​ມີ​ສີ​ຕ່າງໆ,​ເຊິ່ງມີ​ອັດຕາ​ສ່ອງ​ຫັກ​ເຫ​ຕ່າງ​ກັນ,ສະ​ນັ້ນ​ຈິງ​ຈະເກີດ​ມີ​ປະກົດ​ການ​ແຍກ​ແສງ.​ໃນ​ເວລາ​ຝົນຕົກ,ຫຶຼ​ຫຼັງ​ຈາກ​ຝົນ​ເອື້ອນ​ແລ້ວ,​ໃນ​ອາກາ​ດ​ເຕັມ​ໄປ​ດ້ວຍ​ຢອດ​ນ້ຳ​ທີ່​ສາມາດ​ເຮັດ​ໃຫ້​​ແສງ​​ແດດ​ສ່ອງ​ຫັກ​ເຫນັບ​ບໍ່​ຖ້ວນ.​​ໃນ​ເວລາ​ແສງ​ແດດ​ສ່ອງ​ຜ່ານ​ຢອດ​ນ້ຳ,ບໍ່ພ​ຽງ​ແຕ່​​ໄດ້​ປ່ຽນ​ແປງ​ທິດ​ກ້າວ​ໄປ​ໜ້າ​ທໍ່​ນັ້ນ,ພ້ອມ​ກັນ​ນັ້ນຍັງ​ໄດ້​ຖືກ​ແຍກ​ອອກ​ເປັນ​ແສງ​7ສີ,ຄື ສີ​ແດງ, ສີ​ແສດ, ສີ​ເຫຼືອງ ສີຂຽວ,ສີຟ້າ,ສີ​ຄາມ​ແລະ​ສິອິດ,ຖ້າມີ​ມູນ​ອັນເໝາະ​ສົມ,ກໍ່​​ກາຍ​ເປັນ​ຮຸງ​ກິນ​ນ້ຳ​ທີ່​ພວກ​ເຮົາ​​ເຫັນ​.​ຮຸງ​ກິນ​ນ້ຳ​​ເປັນ​​ແຖບ​ສີ​ຊັດ​​ເຈນ,ສີ​ແດ​ງຢູ່​ທາງ​ນອກ​,ຖັດມາ​ແມ່ນ​ສີ​ແສດ,ສີ​ເຫຼືອງ,ສີ​ຂຽວ,ສີຟ້າ,ສີ​ຄາມ​ແລະ​ສີ​ອິດ.​ນີ້​ແມ່ນ​ຍ້ອນ​ຫຍັງ?ຍ້ອນ​ວ່າ​ນ້ຳ​ມີ​ບົດບາດ​ແຍກ​ສີ​ແສງ,ອັດຕາ​ສ່ອງ​ຫັກ​ເຫ​ຂອງ​ແສງ​ທີ່​ມີຂະໜາດ​ຄື້ນ​ຕ່າງ​ກັນນັ້ນ​ແມ່ນ​ບໍ່​ຄື​ກັນ,​ມູມ​ສ່ອງ​ຫັກ​ເຫ​ຂອງ​​ແສງສີ​ຄາມ​ໃຫຍ່​ກວ່າ​​ແສງ​ສີ​ແດງ.ຍ້ອນ​ວ່າ​ແສງ​​ໄດ້​ສ່ອງ​ສະທ້ອນ​ຄືນ​ໃນ​ຢອດ​ນ້ຳ,ສະ​ນັ້ນສະ​ເປັກ​ເຕີທີ່ຄົນ​​ເຮົາໄດ້​ເຫັນ​ນັ້ນ​ແມ່ນ​​ກົງ​ກັນຂ້າມ,​ແສງ​ສີ​​ແດ​ງຢູ່​​ເທິງ​ສຸດ,​ແລະ​​ແສງ​ສີ​ອື່ນໆ​ຢູ່​ທາງ​ລຸ່ມ.

ຢອດ​ນ້ຳ​ໃນ​ອາກາດນ້ອຍ​ໃຫຍ່​ປານ​ໃດ,​ໄດ້​ຕັດສິນຮຸງ​ກິນ​ນ້ຳ​ງາມ​ຂະໜາດ​ໃດ.ຢອດ​ນ້ຳ​ໃນ​ອາກາດ​ຍິ່ງ​​ໃຫຍ່,ຮຸງ​ກິນ​ນ້ຳ​ກໍ່​ຍິ່ງ​ງາມ.ຢອດ​ນ້ຳ​ຍິ່ງ​ນ້ອຍ,ສົມ​ມຸດ​ວ່າຢອດ​ນ້ຳໝອກ,ສີ​ຂອງຮຸງ​ກິນ​ນ້ຳ​ກໍ່​ຍິ່ງ​ຈືດ,ຈົນຈໍ່​ຕົວ​ເປັນ​ຮຸງ​ສີຂາວ.ພ້ອມ​ກັນ​ນັ້ນ,​ຢອດ​ນ້ຳ​ໃນ​ອາກາດ​ນ້ອຍ​ໃຫຍ່​ປານ​ໃດ​ຍັງ​ໄດ້​ຕັດສິນ​ຮຸງ​ກິນ​ນ້ຳກວ້າງ​ປານ​ໃດ.ຖ້າຢອດ​ນ້ຳ​​ໃນ​ອາກາດ​​ໃຫຍ່,ຮຸງ​ກິນ​ນ້ຳ​ກໍ່​ຈະແຄບ,​ກົງກັນ​ຂ້າມ,ຖ້າຢອດ​ນ້ຳ​ນ້ອຍ,ຮຸງ​ກິນ​ນ້ຳ​ກໍ່ຈະ​ກວ້າງກວ່າ.

ຕາມການ​ວັກ​ແທກ​,ລວງ​ກວ້າງ​ສະ​ເລ່ຍຂອງ​ຮຸງ​ກິນ​ນ້ຳ,​ແມ່ນ​ປະມານ5​ເທົ່າ​ ​ຂອງ​ເສັ້ນ​ຜ່າ​ກາງ​ຂອງ​ພະອາທິດ​ທີ່​ເບິ່ງ​ຈາກ​ໜ້າດິນ.

ໃນ​ທ້ອງຟ້າ​ບາງ​ເທື່ອ,ບໍ່ພ​ຽງ​ແຕ່​ມີ​ຮຸງ​ກິນ​ນ້ຳ​ສາຍ​ດຽວ​ເທົ່າ​ນັ້ນ,ອາດ​ຈະ​ປະກົດ​ມີ2​ສາຍ,3ສາຍ ຈົນ​ກະ​ທັ້ງ5​ສາຍ​ກໍ່​ມີ,​ແຕ່​ສະພາບ​ດັ່ງກ່າວ​ບໍ່ຫຼາຍປານ​ໃດ.ຖ້າ​ຄົນ​ເຮົາ​ເຮັດ​ໃຫ້,​​ແສງ​ແດດ​ສ່ອງລະອອງ​ນ້ຳພຸ,ກໍສາມາດ​ເຫັນຮຸງ​ກິນ​ນ້ຳ17​ສາຍ.ສາ​ເຫດ​ເກີດ​ມີຮຸງ​ກິນ​ນ້ຳຫຼາຍສາຍ​ກໍແມ່ນ​ຍ້ອນ ​ແສງ​​ແດດ​ສ່ອງ​ສະທ້ອນ​ຄືນ​ແລະ​ສ່ອງ​ຫັກ​ເຫ​ໃນ​ຢອດ​ນ້ຳ​ຄື​ກັນ.​ຕ່າງ​ແຕ່​ວ່າ​ເສັ້ນ​ທາງແສງ​ສັບສົນ​ກວ່າ.
​ເປັນ​ຫຍັງ ​ໃນ​ລະດູ​ຮ້ອນ,​ຈຶ່ງ​ມີຮຸງ​ກິນ​ນ້ຳ​,ແຕ່ໃນລະດູ​ໜາວພັດບໍ່ມີ?

ນີ້​ກໍ່​​ແມ່ນຍ້ອນ​ວ່າ,​ໃນ​ລະດູ​ຮ້ອນ,ຝົນ​ຕົກ​​​ເປັນ​ທ່າ,ບໍ​ລິ​ເວນ​ຝົນຕົກ​ບໍ່​ກວ້າງ​ປານ​ໃດ,ບາງ​ເທື່ອ​ບໍລິ​ເວນ​ນີ້​ຝົນຕົກ​ຢູ່,​ແຕ່​ບ່ອນ​ອື່ນ​ພັດ​ແສງແດດ​ກ້າ.ບາງ​ເທື່ອ,ຫຼັງ​ຈາກ​ຝົນ​ເອື້ອນ​ແລ້ວ,​ໃນ​ທ້ອງຟ້າ​ຍັງ​ມີ​ຢອດ​ນ້ຳ​ນ້ອຍໆ​ຈຳນວນ​ຫຼາຍ​,​ໃນ​ເວລາ​ແສງ​ແດດ​ສ່ອງ​ຜ່ານ​ຢອດ​ນ້ຳ​ນ້ອຍໆ​ເຫຼົ່າ​ນີ້,ຫຼັງ​ຈາກສ່ອງ​ສະທ້ອນ​ຄືນ​ແລະ​ສ່ອງ​ຫັກ​ເຫ,​ຮຸງ​ກິນ​ນ້ຳສວຍ​ງາມ​ກໍ​ປະກົດ​ຕົວ​ຢູ່​ເທິງ​ທ້ອງຟ້າ​ແລ້ວ.

ແຕ່ໃນ​ລະດູ​ໜາວ,ອາກາດ​ໜາວ​​ແດ່,ທັງ​ແຫ້ງ​ອີກ​ດ້ວຍ,ຝົນ​ຕົກ​ບໍ່ຫຼາຍປານ​ໃດ​,ຝົນຕົກ​ຫ່າ​ກໍ​ໜ້ອຍ,ສະ​ນັ້ນ​,​ໃນ​ລະດູ​ໜາວ​​ເກືອບ​ບໍ່​ມີ​ຮຸງ​ກິນ​ນ້ຳ​ເກີດ​ຂຶ້ນ.​ພາຍ​ໃຕ້​ສະພາບ​ໜ້ອຍ​ທີ່​ສຸດ​ທີ່​ຢູ່​ເທິ​ງທ້ອງຟ້າມີ​ເງື່ອນ​ໄຂ​ໃຫ້ຮຸງ​ກິນ​ນ້ຳ​ຈໍ່​ຕົວ​ຂຶ້ນ,​ແຕ່​ກໍ່​ອາດ​ຈະ​ເປັນ​ໄປ​ໄດ້​ທີ່​ເກີດ​ມີ​ຮຸງ​ກິນ​ນ້ຳ.
ຢູ່​ຈີນ​ມີສຸພາສິດ​​ເວົ້າ​ວ່າ,"ຮຸງ​ຕາ​ເວັນ​ອອກ​ຟ້າແດດ,ຮຸງ​ຕາ​ເວັນ​ຕົກ​ຝົນຕົກ".ອີງ​ຕາມ​ທິດ​ຮຸງ​ກິນ​ນ້ຳ,ສາມາດ​ຄາດ​ຄະ​ເນ​ອາກາ​ດຢ່າງ​ລ່ວງ​ໜ້າ​​ໄດ້.ນີ້​ມີຫ​ຫຼັກ​ມູນ​ວິທະຍາສາດ​ຫຼື​ບໍ່?

ຖ້າຮຸງ​ຢູ່​ທິດຕາ​ເວັນ​ອອກ,ກໍສະ​ແດງ​ໃຫ້​ເຫັນ​ວ່າ​​ໃນອາ​ກາດ​ໜາ​ທິດຕາ​ເວັນ​ອອກ​ມີ​ຝົນ.​ ຕາມ​ທຳ​ມະ​ດາ​ ອາກາດ​ໜາ​ຈະ​ເຄື່ອນຍ້າຍຈາກ​ທິດ​ຕາ​ເວັນ​ຕົກ​ໄປ​ສູ່ທິດຕາ​ເວັນ​ອອກຢ່າງ​ມີ​ກົດ​ເກນ,ນ້ຳ​ຝົນຢູ່​ທິດຕາ​ເວັນ​ອອກ​ນັບ​ມື້​ນັບຍ້າຍຄ້ອນ​ໄປໃປສູ່​ທິດຕາ​ເວັນ​ອອກ,ຄືຫ່າງ​ຈາກ​ພວກ​ເຮົານັບ​ມື​ນັບໄກ.ຖ້າ​ຮຸງ​ຢູ່​ທິດຕາ​ເວັນ​ຕົກ,ກໍສະ​ແດງ​ໃຫ້​ເຫັນ​ວ່າ​ອາກາດ​ໜາ​ທິດ​ຕາ​ເວັນ​ຕົກ​ມີ​ຝົນ,ຄຽງ​ຄູ່​ກັບ​ອາກາດ​ໜາ​​ເຄື່ອນ​ຍ້າຍ​ມາ,ນ້ຳ​ຝົນ​ກໍ່​ມັກ​ຕົກ​ຢູ່​​ເຂດພວ​ກ​ເຮົາ​.ສະ​ນັ້ນ,​ໃນ​ເວລາ​ຮຸງ​ກິນ​ນ້ຳ​​ເກີດ​ຂຶ້ນຢູ່​ທິດຕາ​ເວັນ​ອອກ,ບ່ອນ​ໃກ້​ທິດຕາ​ເວັນ​ຕົກ​ບໍ່ຫ່ອນ​ຈະ​ມີ​ຝົນຕົກ,​ແຕ່​​ໃນ​ເວລາ​ຮຸງ​ກິນ​ນ້ຳ​​ເກີດ​ຂຶ້ນຢູ່​ທິດຕາ​ເວັນ​ຕົກ,ທີ່​ບ່ອນ​​ໃກ້​ທິດຕາ​ເວັນ​ອອກ​ກໍ່​ມີ​ຄວາມ​ອາດເປັນ​ໄປ​ໄດ້​ຫຼາຍ​ທີ່​ຈະ​ມີຝົກຕົກ.

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,​ຮຸງ​ກິນ​ນ້ຳ​ທີ່​ທ່ານ​ຈື່​ຈຳ​ເລິກ​ເຊິ​ງກວ່າ​ໝູ່​ແລະ​ເປັນຕາ​ສະອອນ​ກວ່າ​ໝູ່ອາດ​ຈະ​ລ້ວນ​ແຕ່​ເກີດ​ໃນ​ຕອນ​ຫົວຄ່ຳ​ຫຼັງ​ຈາກ​ຝົນ​ເອື້ອນ,ສວນ​ສົດ​ງົດ​ງາມ,ເປັນ​ຮູບ​ມົນ,​​ແຂວນ​ຢູ່​ເທິງ​ທ້ອງຟ້າ,ຈາກ​ໜ່ວຍ​ຂ້າມ​ໄປ​ສູ່​ພູ​ໜ່ວຍນັ້ນ.​ເມື່ອ​ທ່ານ​ໄດ້​ຟັງ​ລາຍ​ການ​ພວກ​ເຮົາ​ແລ້ວ,ທ່ານ​ກໍ່​ຄົງ​ຈະ​ອະທິ​ບາຍປະກົດ​ການ​ຮຸງ​ກິນ​ນ້ຳ​​​​​ໄດ້​ແລວ​​ເນາະ.​ເອົາລະ,ລາຍ​ການ"​ເພື່ອນ​ມິດ​ຜູ້​ຟັງ​"ມື້​ນີ້ຂໍສ້​ຽງສຸດ​ລົງພ​ຽງທໍ່​ນີ້,ຊົມ​ເຊີຍ​ທ່ານ​ຝາກ​ຈົດໝາຍ​ໄປ​ຂໍ​ຟັງ​ເພັງ​ແລະສະ​ເໜີ​ຄຳ​ຖາມ​ທີ່​ທ່ານ​ສົນ​​ໃຈນຳ,ທ້າຍ​ສຸດ​ນີ້,ພວກ​ເຮົາ​ຈົ່ງ​ມາຟັງ​ເພັງ​"ຢູ​ໂຮ້​ເຕີ​ສາຍ​ໂຮງ",​ແປ​ວ່າ"ຮຸງ​ກິນ​ນ້ຳຫຼັງຝົນ​ເອື້ອນ"​,​​ໃນ​ທ່າມກາງ​ສຽງ​ເພງ​ມ່ວນໆ​ລາຍການ​ພາກ​ນີ້,ກໍ​ຈະ​ສິ້ນ​ສຸດ​ລົງ,ພົບ​ກັນ​ໃໝ່​ໃນ​ວັນ​ສຸກ​ໜ້າ.ສະ​ບາຍດີ.