ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-11 13:44:31    
ຂົວ​ອາ​ກາດ​060410(ສຽງ)

cri

ທ່ານ​ຜູ້​ຟັງທີ່​ໂລ​ຄົບ,ຊົມ​ເຊີຍ​ທ່ານ​ຮັບ​ຟັງ"ລາຍການ​ຂົວ​ອາກາດ".ນາງ​ມາລີ.​ໄຟ​ດາ ຢູ່​ແຂວງ​ຫຼວງ​ພະ​ບາງ​ແມ່ນ​ຜູ້​ຟັງ​ລາຍການcriພວ​ກ​ເຮົາ​.ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ນາງໄດ້​ຝາກ​ຈົດໝາຍສະບັບພາສາ​ຈີນ​ໃຫ້​ພວກ​ເຮົາ ຈົດໝາຍຂຽນ​ວ່າ,"ຂອບ​​ໃຈ​ບັນ​ດາ​ທ່ານ​ສະໜັບ​ສະໜູນ​ລາວ,​ແລະ​ຂອບ​ໃຈ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນພະ​ແນ​ກພາສາ​ລາວ,​ເມື່ອ​ໄດ້​ຟັງ​ລາຍການ​ຂອງພວກ​ທ່ານ,​ແລ້ວຂ້ອຍຈິ່ງ​ຮູ້ຈັກ​ແລະ​ຮັກຫ​ອມ​ຈີນ,​ ​ໄດ້​​ໄປຮຽນ​ຢູ່​ຈີນ.ໃນ​ໄລຍະ​ຮຽນ​ຢູ່​ຈີນ,ຂ້ອຍ​ໄດ້ຊອບ​ຮູ້​ສະພາບ​ຂອງ​ຈີນຢ່າງ​ເລິກ​ເຊິ່ງກວ່າ​ເກົ່າ,ຈີນ​ມີ​ວັດທະນະທຳ​​ແລະ​ຮີດຄອງ​ປະ​ເພນີ​ຫຼາຍພັນ​ປີ,ຖ້າ​ມີ​ໂອກາດ ​ຂ້ອຍຢາກ​ໄປ​ປັກ​ກິ່ງ​ຢາມ​ບັນດາ​ທ່ານ,​ແລະ​ໄປ​ທ່ຽວກຳ​ແພງ​​ເມືອງ​ຈີນ."ພວກ​ເຮົາ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ນາງ​ມາລີ.​ໄຟ​ດາ​ມັກ​ຟັງ​ລາຍການ​ຂອງ​ພວກ​ເຮົາ,​ແລະ​ຍິນ​ດີ​ຕ້ອນ​ຮັບ​​ນາງມາ​ຢາມ​ຈີນ.​ແລະຫວັງ​ໃຫ້ນາງ​ຈະ​ໄດ້ນຳ​ໃຊ້​ຄວາມ​ຮູ້​ທີ່​ຮຽນຢູ່​ຈີນ​ນັ້ນ​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​ຂອງ​ຕົນໃນ​ອະນາຄົດ,​ແລະ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງປະ​ເທດ​ຊາດ​ຂອງ​ຕົນດີ​ກວ່າ​ເກົ່າ.

ໃນ​ຈົດ​ໝາຍ,ນາງ​ມາລີ.​ໄຟ​ດາ​ຍັງຂໍ​ເພັງ​ຈີນ​ເພັງ​ໜຶ່ງ​ ມອບ​ໃຫ້​ຍາດ​ພີ່ນ້ອງ​ແລະ​ເພື່ອ​ມມິດ​,​ເພັງ​ຊື່ວ່າ"​ເຮ້,ປ້າປ້າ,​ມ່າມ່າ",​​ແປ​ວ່າ"​ເຮ້,ຄຸນ​ພໍ່​ ຄຸນ​ແມ່",​ແລະ​ຍິນ​ດີ​ຕ້ອນຮັບ​ພວກ​ເຮົາ​ໄປ​ຫຼິ້ນບຸນ​ສົງການ​ຢູ່​ລາວ.ນະ​ທີ່​ນີ້,ພວກ​ເຮົາ​ຂອບ​ໃຈ​ຫຼາຍໆ.ອີກ​ສອງ​ສາມ​ມື້,ບຸນ​ສົງການ ​ປີ​ໃໝ່​ລາວ​ຈະ​ກໍ່​ຈະວຽນ​ມາ​ເຖິງ​ແລ້ວ,ພວກ​ເຮົາ​ຫວັງ​ໃຫ້​​ ເພື່ອນ​ມິດ​ຜູ້​ຟັງ​ທີ່​ຮັກ​ແພງ​ທັງ​ຫຼາຍ​ຈົ່ງ​ມ່ວນ​ຊື່ນ​ເບີກບານ,​ເພື່ອນ​ມິດ​ຜູ້​ຟັງ​ກໍ່​ຄື​ພໍ່​ແມ່​ຂອງ​ພວກ​ເຮົາ,ຖ້າ​ບໍ່​ມີ​ຄວາມ​ສະໜັບ​ສະ​ໜູ​ນຂອງ​ພວກ​ທ່ານ,ວຽກ​ງານຂອງ​ພວກ​ເຮົາ​ກໍ່​ຈະບໍ່​ມີຄວາມ​ໝາຍ,​ຂໍ​ມອບ​ເພງ"​ເຮ້, ​ພໍ່ ​ແມ່​" ​ໃຫ້​ແກ່​ນາງ​ມາລີ.​ໄຟ​ດາ,​ແລະບັນດາ​ເພື່ອນ​ມິດ​ຜູ້​ຟັງ​ທີ່​ພວມ​ຮັບຟັງ​ລາຍການ​ຂອງພວກ​ເຮົາ.