|
 |
(GMT+08:00)
2006-04-11 13:57:48
|
 |
ຈີນອາເມລິກາເລື່ມຮ່ວມມືຄຸ້ມຄອງສິ່ງເສດເຫຼືອທີ່ອັນຕະລາຍແລະເປັນທາດກ້ອນຢ່າງເປັນທາງການ
cri
Author: min
ຕາມຂ່າວສານຊິນຮວາ: ວັນທີ 10 ເມສາ, ຈີນອາເມລິກາໄດ້ເຊັນເອກະສານກ່ຽວກັບການຮ່ວມມືຄຸ້ມຄອງສິ່ງເສດເຫຼືອທີ່ອັນຕະລາຍແລະເປັນທາດກ້ອນ, ທັງນີ້ໝາຍຄວາມວ່າການຮ່ວມມືອະນຸລັກສິ່ງແວດລ້ອມໃນຂົງເຂດດັ່ງກ່າວລະຫວ່າງ ຈີນກັບອາເມລິກາໄດ້ເລີ່ມຕົ້ນຢ່າງເປັນທາງການ.
ຕາມເອກະສານທີ່ກ່ຽວຂ້ອງ, ຕໍ່ໄປພາຍໜ້າ, ຈີນແລະອາເມລິກາຈະດຳເນີນການແລກປ່ຽນແລະການຮ່ວມມືກັນດ້ວຍຮູບການຕ່າງໆ, ເຊັ່ນ: ໂອນຫຼືແລກປ່ຽນຂ່າວກອງວິທະຍາສາດເຕັກນິກໃນຂົງເຂດອະນຸລັກສິ່ງແວດລ້ອມ, ຈັດກອງປະຊຸມວິຊາການແລະປະຕິບັດໂຄງການຮ່ວມມືແບບຢ່າງເປັນຕົ້ນ.
ເອກະສານຊີ້ອອກວ່າ, ຈີນອາເມລິກາຈະພະຍາຍາມວາງກົດບັນຍັດສິ່ງແວດລ້ອມຢູ່ຈີນກ່ຽວກັບການສ້າງແລະເພີ່ມທະວີການຄຸ້ມຄອງສິ່ງເສດເຫຼືອທີ່ອັນ ຕະ ລາຍແລະເປັນທາດກ້ອນ, ຄື: ສິ່ງເສດເຫຼືອຂອງການປິ່ນປົວພະຍາດ, ສິ່ງເສດເຫຼືອເອເລັກໂຕຼນິກ, ຢາງລົດທີ່ປະຖິ້ມແລະສິ່ງໂສໂຄກທີ່ກຳເນີດຈາກການຊຳລະນ້ຳໂສໂຄກທີ່ໃຊ້ໃນດ້ານອຸດສາກະກຳແລະພົນລະເຮືອນ, ພ້ອມທັງຊອກຫາມາດຕະການໃຊ້ຕົວຈິງເພື່ອຮັບປະກັນການປະຕິບັດກົດບັນຍັດທີ່ກ່ຽວຂ້ອງຢ່າງບັງເກີດຜົນ.
|
|
|