ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-11 15:19:00    
ລັດ​ຖະ​ບານ​ປົກ​ຄອງ​ຕົນ​ເອງ​ຂອງ​ປາ​ເລັສ​ຕີນ​ຮຽກ​ຮ້ອງ​ໃຫ້​ສະຫະ​ພາບ​ເອີ​ລົບ​ຖອນ​ຄືນ​ການ​ຕົກ​ລົງ​ທີ່​ຢຸດຕິ​ການ​ຊ່ອຍ​ເຫຼືອ​ປາ​ເລັສ​ຕີນ​ຊົ່ວ​ຄາວ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 10 ​ເມສາ,ລັດຖະບານ​ປົກຄອງ​ຕົນ​ເອງຂອງ​ປາ​ເລັສຕີນ​ທີ່​ນຳ​ໂດຍອົງການ​ຮາ​ມັດສ໌​ໄດ້ອອກ​ຖະ​ແຫຼງການ,ຮຽກຮ້ອງ​ໃຫ້​ສະຫະພາບ​ເອີ​ລົບ​ຖອນຄືນ​ການ​ຕົກລົງ​ທີ່​ຢຸດຕິ​ໃຫ້ການ​ຊ່ອຍ​ເຫຼືອ​ໂດຍ​ກົງ​ແກ່​ລັດຖະບານ​ປາ​ເລັສຕີນ​ຊົ່ວຄາວ.

ຖະ​ແຫຼ​ງການ​ຂຽນ​ວ່າ,ການ​ຕົກລົງ​​ດັ່ງ​ກ່າວ​ຂອງ​ສະຫະ​ພາບ​ເອີ​ລົບ​ເປັນການລົງ​ໂທດປະຊາຊົນ​ປາ​ເລັສ​ຕີນ​ທີ່​ທຳ​ການ​ເລືອກ​ເອົາ​ຢ່າງ​ມີ​ປະຊາ​ທິປະ​ໄຕ,ກໍ່​ບໍ່​ມີ​ຜົນ​ດີຕໍ່ຄວາມ​ປອດ​ໄພ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.

ມື້​ດຽວ​ກັນ,ຢູ່​ກາຊາ,ທ່ານ​ອານ ຈາ​ຮາ ລັດຖະມົນຕີ​ການ​ຕ່າງປະ​ເທດ​ປາ​ເລັສຕີນ ຜູ້ນຳ​ອົງການ​ຮາ​ມັດສ໌​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ວ່າ,ປະຊາຊົນ​ປາ​ເລັສຕີນ​ບໍ່ຫ່ອນ​ຈະ​ອ່ອນ​ຂໍ່ຕໍ່ກຳລັງ​ໜີບພາຍ​ນອກ​ແລະ​ການ​ຕົວະ​ຍົວະ​ທາງ​ການ​ເມືອງ.

ມື້​ດຽວ​ກັນ,ຊາວ​ປາ​ເລັສຕີນ​ປະມານ 4000 ຄົນ​ເຊິ່ງຕົ້ນຕໍແມ່ນ​ສະມາຊິກ​ອົງການ​ຮາ​ມັດສ໌​ໄດ້ແຫ່​ຂະ​ບວນຢູ່​ໜ້າ​ສຳນັກງານ​ອົງການ​ສະຫະ​ປະຊາ​ຊາດຢູ່ແຖບ​ກາຊາ,ປະ​ທ້ວງສະຫະພາບ​ເອີ​ລົບ​ແລະ​ອາ​ເມ​ລິ​ກາ​ຢຸດຕິ​​ການຊ່ອຍ​ເຫຼືອ​ໂດຍ​ກົງ​ຕໍ່ປາ​ເລັສຕີນ.