ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-11 15:41:41    
ສະ​ຫະ​ພັນ​ວັດ​ທະ​ນະ​ທຳ​ອາ​ຊີ​ຈະ​ຕັ້ງ​ສຳ​ນັກ​ງານ​ໃຫຍ່​ຢູ່​ເມືອງ​ທຽນ​ສິນ​ຂອງ​ຈີນ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ຫວ່າງ​ແລ້ວ​ນີ້,ນັກ​ຂ່າວ​ໄດ້ຊາບ​ຈາກ​ເວທີ​ປາ​ໄສ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ແລະ​ການ​ຮ່ວມ​ມື​ພາກ​ພື້ນ​ອາ​ຊີ​ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ທຽນ​ສິນ​ຂອງ​ຈີນ​ວ່າ,​ສະ​ຫະ​ພັນ​ວັດ​ທະ​ນະ​ທຳ​ອາ​ຊີ​ຈະ​ຕັ້ງ​ສຳ​ນັກ​ງານ​ໃຫຍ່​ຢູ່​ເມືອງ​ທຽນ​ສິນ.

ສະຫະພັນ​ວັດທະນະທຳ​ອາຊີ​ແມ່ນອົງການ​ຈັດ​ຕັ້ງ​ວັດ​ທະ​ນະ​ທຳ​ຂອງ​16​ປະ​ເທດ​ແລະ​ເຂດ​ແຄ້ວນ​ອາ​ຊີ​ລິ​ເລີ່ມ​ສ້າງ​ຕັ້ງ​ຂຶ້ນ​ໃນ​ກອງ​ປະ​ຊຸມ​ການ​ຮ່ວມ​ມື​ວັດ​ທະ​ນະ​ທຳ​ອາ​ຊີ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ປີ2004,​ຈຸດ​ປະ​ສົງ​ຂອງ​ສະ​ຫະ​ພັນ​ດັ່ງ​ກ່າວ​ແມ່ນ​ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ອາ​ຊີ.

ຕາມ​ຊາບ​ວ່າ,ສະຫະພັນ​ວັດ​ທະນະ​ທຳ​ອາຊີ​ຈະ​ຊຸກຍູ້​ການ​ກໍ່ສ້າງ​ສວນ​ອຸດ​ສາ​ຫະ​ກຳ​ວັດ​ທະ​ນະ​ທຳ​ອາຊີ​ຢ່າງ​ເປັນ​ຈຸດ​ໜັກ,​ເຊິ່ງ​ລວມ​ທັງ​​ໂຄງ​ການ​ຕ່າງໆ ​ເຊັ່ນ​ທີ່​ໝັ້ນ​ຂອງ​ສຳ​ນັກ​ງານ​ໃຫຍ່​ສະ​ຫະ​ພັນ​ວັດ​ທະ​ນະ​ທຳ​ອາ​ຊີ ສູນ​ປະ​ຊຸມ​ແລະ​ວາງ​ສະ​ແດງ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ອາ​ຊີ​ເປັນ​ຕົ້ນ,​ເມື່ອ​ສ້າງ​ສຳ​ເລັດ​ແລ້ວ,ສວນ​ດັ່ງກ່າວ​ຈະ​ກາຍ​ເປັນ​ສູນ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ອາ​ຊີ​ແລະ​ແຫຼ່ງ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ຂອງ​ຈີນ,​ພ້ອມ​ກັນ​ນັ້ນ​ກໍ​ຈະ​ກາຍ​ເປັນ​ເມືອງ​ວັດ​ທະ​ນະ​ທຳ​ແຫ່ງ​ໃໝ່​ທີ່​ຊັກ​ນຳ​ການ​ພັດ​ທະ​ນາ​​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ.