ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-11 16:42:18    
ຈະ​ກຳຈັດກິ່ນ​ຂິວ​ກິ່ນ​ເໝັນ​ໃນ​ເຮືອນ​ແນວ​ໃດ

cri


ທີ່​ນີ້, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ຊົ​ມ​ເຊີຍ​ທ່ານ​ຮັບ​ຟັງ​ລາຍການ​ສາລະ​ຄະດີ​ໜ້າ​ຮູ້. ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ພວກ​ເຮົາ, ກິ່ນ​ຂິວ​ກິ່ນ​ເໝັນ​ໃນ​ເຮືອນ​ຈະ​ສ້າງ​ຜົນ​ກະທົບ​ຕໍ່​ຊີວິດການ​ເປັນ​ຢູ່​ຂອງ​ພວກ​ເຮົາ, ກິ່ນ​ຢາສູບ, ກິ່ນ​ເໝັນ​ຂອງ​ສັດລ້ຽງ​ເພື່ອ​ຫຼິ້ນ, ກິ່ນ​ເໝັນ​ໃນ​ທໍ່​ລະບາຍ​ນ້ຳ​ໂສ​ໂຄກ​ຂອງຫ້ອງ​ນ້ຳ​ລ້ວນ​ແຕ່​ມີ​ຜົນ​ກະທົບ​ຕໍ່​ຄຸນ​ນະພາ​ບຊີວິດ​ຂອງ​ພວກ​ເຮົາ. ມີ​ບາງ​ເທື່ອ, ​ເປີດ​ປ່ອງຢ້ຽມ​ແລ້ວ​ກໍ່​ບໍ່​ໄດ້ຜົນ​ປານ​ໃດ. ທີ່​ຈິງ​ແລ້ວ, ພວກ​ເຮົາມີ​ຫຼາຍ​ວິທີ​ກຳຈັດກິ່ນ​ຂິວ​ກິ່ນ​​ເໝັນ​ດັ່ງກ່າວ​ໄດ້​ງ່າຍໆ.

ກິ່ນ​ຢາສູບ​ໃນ​ຫ້ອງ. ​ເອົາ​ຂີ້​ຊາ​ທີ່​ເຫຼືອ​ໄວ້​ນັ້ນ​ໄປ​ຕາກ​ໃຫ້​ແຫ້ງ, ປະ​ໄວ້​ຢູ່​ແຈຫ້ອງ, ກໍ​ສາມາດດູດ​ກິ່ນ​ຂິວ​ຂອງ​ຢາ​ສູບ; ຍັງ​ສາມາດ​ໃຊ້​ຜ້າ​ອ່ອນ​ຈຸ່ມ​ນ້ຳ​ສົ້ມ​ຈາງ, ວິດ​​ໃສ​ພື້ນ​ຫ້ອງຫຼາຍ​ຄັ້ງ, ກໍ​ມີ​ຜົນ​ດີ​ຕໍ່​ການ​ກຳຈັດ​ກິ່ນຂິວ​ຂອງ​ຢາ​ສູບ; ຖ້າ​ໃຊ້​​ເຄື່ອງສີດ​ນ້ຳ​ສົ້ມ, ຈະ​ມີ​ຜົນ​ດີກ​ວ່າ​.

ກິ່ນ​ເໝັນ​ຢູ່​​ໃນ​ທໍ່​ລະບາຍ​ນ້ຳ​​ໂສ​ໂຄກ​ຂອງຫ້ອງ​ນ້ຳ. ກ່ອນ​ອື່ນ, ຕ້ອງ​ກວດ​ວ່າ​ທໍ່​ລະບາຍ​ນ້ຳ​ໂສ​ໂຄກ​ລຸ​ລ່ວງຫຼື​ບໍ່. ຖ້າ​ຖືກ​ຕັນ​ແລ້ວ, ກໍ​ຖອກ​ໂຊດາ​ທີ່​ພໍ​ດ້າມ​ພໍດີ​ເຂົ້າ​ທໍ່​ລະບາຍ​ນ້ຳ​​ໂສ​ໂຄກ, ​ເຮັດ​ແນວ​ນີ້​ຈະ​ລ້າງ​ຄາບ​ນ້ຳມັນ​ແລະ​ຂີ້ໝ້ຽງ​ໃນ​ທໍ່​ໄດ້​ດີ. ຖັດມາ, ຖ້າ​ທໍ່​ລະບາຍ​ນ້ຳ​​ໂສ​ໂຄກ​ລຸ​ລ່ວງ​ດີ, ​ແຕ່​ຍັງມີ​ກິ່ນ​ເໝັນ​ອອກ​ມາ, ກໍໃຊ້​ຫຼັກ​ໝູນ​ທີ່​ນ້ຳຕັນ​ກິ່ນ​ໄດ້, ​ເອົາ​ຖົງ​ຢາງ​ທີ່​​ໃສ່​ນ້ຳ, ມັດ​ປາກຖົງຢາງ, ອັດ​ຢູ່​ເທິງ​ປາກ​ທໍ່, ນີ້​ກໍສາມາດ​ອັດ​ກິ່ນ​ໝັນ​ໄດ້ດີ. ນອກ​ນັ້ນ, ດີ​ທີ່​ສຸດ​ແມ່ນ​ຮັກສາ​ໃຫ້​ປາກ​ທໍ່​ນັ້ນ​ມີ​ນ້ຳ​ສະອາດ, ​ເຮັດ​ແນວ​ນີ້​ຈະ​ປ້ອງ​ກັນ​ບໍ່​ໃຫ້​ກິ່ນ​ເໝັນ​ລະບາຍອອກ​ມາ.

ກິ່ນ​ຂິວ​ຂອງ​ສັດລ້ຽງ​ເພື່ອ​ຫຼິ້ນ. ​ດີ​ທີ່​ສຸດ​ຢ່າ​ໃຫ້​ແມວ​ແລະ​ໝາ​ເຂົ້າ​ຫ້ອງ​ນ້ຳ​ໃນ​ເຮືອນ, ຫຼື​​ເອົາຂີ້​ຊາຍ​​ໄວ້ຢູ່​ບ່ອນທີ່​ມີ​ລົມ​ລຸ​ລ່ວງ​ດີ​ເພື່ອ​ໃຫ້​ແມວ​ແລະ​ໝາ​ໄປຂີ້. ຢູ່​ໃຕ້​ກົ້ນ​​ແລະ​ຢູ່ລະຫວ່າງ​ຕີນ​ຂອງ​ແມວ​ແລະ​ໝານັ້ນ​ມີ​ເສັ້ນ​ລະບາຍ​ກິ່ນ, ສະ​ນັ້ນ, ບ່ອນ​ທີ່ມັນ​ໄປ​ຮອດ​ນັ້ນ​ຕ້ອງ​ເຫຼືອ​ກິ່ນ​ຂອງ​ມັນ, ນອກຈາກ​ອາບ​ນ້ຳ​ໃຫ້​ພວກ​ມັນ​ເປັນ​ປະຈຳ​ແລ້ວ, ຢ່າ​ໃຫ້​ພວກ​ມັນ​ໃສ່​ເກີບ, ​ໃຫ້​ແມວ​ແລະ​ໝາ​ເລຍ​ຕີນ​ຂອງ​ຕົນ​ເລື້ອຍໆ, ​​ເມື່ອ​ເປັນ​ແນວ​ນີ້, ກິ່ນ​ຂອງ​ມັນ​ຈະ​ຈາງ​ລົງ. ຖ້າຢູ່​ເທິງ​ຕັ່ງຊາ​ລົງ​ແລະ​ແປ້ນ​ປູ​ພື້ນ​ຍັງ​ມີ​ກິ່ນ, ​ໃຫ້ໄຕ້​ທຽນ​ຢູ່​ຫຼາຍ​ບ່ອນ​ໃນ​ເຮືອນ, ​ປະມານ20​ຫາ30​ນາທີ, ​ເພາະວ່າ​ຄວັນ​ສາມ​າດ​ແກ້​ກິ່ນ​ຂິວ​ໄດ້; ຫຼື​ວ່າ​​ເອົາ​ນ້ຳນົມຈານ​ໜຶ່ງ​ປະ​ໄວ້​ຢູ່​​ພື້ນ; ຍັງ​ສາມາດ​ສີດ​ຢາ​ແກ້​ກິນ​ຂິວ​ສະ​ເພາະ​​ໃສ່​ສັດລ້ຽງ​ເພື່ອ​ຫຼິ້ນ, ​ເພາະ​ມັນສາມາດ​ແຍກ​ທາດ​ກິ່ນ​ຂິວ​ເປັນ​ກາກ​ບອນ​ດີ​ອອກ​ສິດ​ແລະ​ນ້ຳ, ​ນີ້​ເປັນ​ວິທີ​ດັບກິ່ນ​ຂິວ​ຢ່າງ​ປອດ​ໄພ​ແລະ​ວ່ອງ​ໄວ.

ຖ້າ​ໃນ​ຕູ້​ແລະ​ລີ້ນຊັກມີ​ກິ່ນ​ບູດ​ແລ້ວ. ​ເອົາ​​ສະບູ​ໄວ້​ຢູ່​ໃນ​ຕູ້​ຫຼື​ລີ້​ຊັກ; ​ເອົາ​ຂີ້​ໃບຊາ​ທີ່​ຕາກ​ແຫ້ງ​ແລ້ວ​ໃສ່​ເຂົ້າ​​ຖົງ​ຜ້າ​ບັງ, ​ແລ້ວ​ໄວ້​ຢູ່​ແຈ​ຕູ້, ວິທີ​ນີ້ບໍ່ພ​ຽງ​ແຕ່​ດັບກິ່ນ​ບູດ​ໄດ້, ຍັງ​ມີ​ກິ່ນ​ຫອມ​ລະບາຍ​ອອກ​ເລື້ອຍໆ.

ກິ່ນ​ເໝັນ​ໃນ​ໂຖ​ດອກ​ໄມ້. ຖ້າ​ເອົາ​ນ້ຳ​ໝັກ​ເຊື້ອ​ມ​າ​ເປັນ​ຝຸ່ນ, ​ໃນ​​ໂຖດອກ​ໄມ້​ອາດ​ຈະ​ມີ​ກິ່ນ​ເໝັນ​ອອກ. ສາມາດ​ຕັດ​ເປືອກ​ໝາກກ້ຽງ​ເປັນ​ຕ່ອນ, ປົນ​ກັບນ້ຳຝຸ່ນ​ແລ້ວ​ຫົດ​ໃສ່​ໂຖ, ຈະດັບ​ກິ່ນ​ເໝັນ​ໄດ້​ໂລດ.

ກິ່ນກັບ​ອາຫານ​ໃນ​ເຮືອນຄົວ. ​ຖອກ​ນ້ຳ​ສົ້ມ​ໃສ່ໃນ​ໝໍ້, ​ແລ້ວ​ຕົ້ມນ້ຳ​ສົ້ມ​ຮ້ອນ​ຂຶ້ນ​ແລ້ວ​ມີ​ອາຍ​ນ້ຳ​ສົ້ມ​ເຫີ​ຍ​ອອກ, ຈະດັບກິ່ນ​ກັບອາຫານ​ໃນ​ເຮືອນຄົວ​​ໄດ້.

​ຕໍ່ສະພາບ​ການ​ດັ່ງກ່າວ, ຖ້າ​ໃຊ້​ວິທີ​ເຄມີ​ຕ່າງໆ​ດັບກິ່ນ​ເໝັນ​ມົນ, ຜະລິດ​ຕະພັນ​ດັບ​ກິ່ນ​ໃນ​ຫ້ອງ​ມີ​ປະສິດທິ​ຜົນ​ສູງ, ​ແຕ່​ຄວນຢູ່​ໃຕ້​ການ​ຊີ້​ນຳ​ຂອງວິຊາ​ການ​. ຖ້າ​ໃຊ້​ວິທີ​ພື້ນ​ເມືອງ​ຕ່າງໆ​ເຊັ່ນ: ​ຈູດ​ທູບ​ຫອມ, ສີດ​ຢາ​ຫອມ​ຫຼື​ສີດ​ນ້ຳ​ຫອມ​ເປັນ​ຕົ້ນ​ພຽງ​ແຕ່​ດັບກິ່ນ​ຂິວ​ໃນ​ເຮືອນຊົ່ວຄາວ​ເທົ່າ​ນັ້ນ, ມີ​ຄວາມ​ຮູ້ສຶກ​ດີກ​ວ່າ​ເກົ່າຊົ່ວຄາວ​ເທົ່າ​ນັ້ນ, ທີ່​ຈິງ​ແລ້ວ, ຢາກ​ດິບ​ກິ່ນ​ດັ່ງກ່າວບໍ່​ມີ​ປະສິດທິ​ຜົນ​ຫຼາຍ​ປານ​ໃດ, ບາງ​ທີ່​ຍັງ​ລະບາຍ​ທາດ​ຜິດ, ມີ​ຜົນ​ຮ້າຍ​ຕໍ່​ສຸຂະພາບ, ສະ​ນັ້ນ​ຕ້ອງ​ລະວັງ.

ຂ່າວ​ສຸຂະພາບ​ປະຈຳ​ອາທິດ: ຜູ້​ເຖົ້າ​ຜູ້​ແກ່​ຄວນ​ນອນ​ແບບ​ໃດ?

ວາດ​ນອນ​ມີ​ແຕ່4​ວາດ​ຄື: ນອນ​ຫງາຍ, ນອນ​ສະ​ແຄງ​ເບື້ອງ​ຊ້າຍ, ນອນສະ​ແຄງ​ເບື້ອງ​ຂວາ​ແລະ​ນອນ​ຂວ້ຳ​ເປັນ​ຕົ້ນ.

​ເມື່ອ​ນອນ​ຫງາຍ​, ຮ່າງຄີງ​​ຕິດ​ກັບຕຽງນອນ​ຫຼາຍ​ກວ່າ​ໝູ່, ສະ​ນັ້ນ​ຈະ​ບໍ່​ເມື່ອຍ​​ປານ​ໃດ, ທັງ​ມີ​ຜົນ​ດີ​ໃຫ້​ເລືອດ​ໃນ​ສະໝອງ​ແລະ​ຕີນ​ມື​ແລ່ນ​ໄດ້​ດີ. ​ແຕ່​ມີ​ຜູ້​ເຖົ້າ​ບາງ​ຄົນ, ​ໂດຍ​ສະ​ເພາະ​ແມ່ນ​ຜູ້​ເຖົ້າ​ທີ່​ອ່າວ​ຕຸ້ຍ​ແດ່, ​ເມື່ອ​ນອນ​ຫງາຍຈະ​ໂກນ​ໄດ້​ງ່າຍ, ບາງ​ເທື່ອ​ສຽງ​ໂກນກໍ​ດັງ​ແຮງ​ຫຼາຍ, ນີ້ບໍ່ພ​ຽງ​ແຕ່​ຈະ​ລົບກວນ​ຄົນ​ອື່ນ​ເທົ່າ​ນັ້ນ, ບາງ​ທີ່​ຈະ​ມີ​ຜົນ​ກະທົບ​ຕໍ່​ການຖ່າຍ​ເທ​ອາກາດ​ຢູ່​ໃນ​ປອດ​ແລ້ວ​ເກີດ​ມີ​ອາການ​ຂາດ​ອັອກຊີ​ແຊນ​ແລະ​ເລືອດ.

​ເມື່ອນອນສະ​ແຄງ​ເບື້ອງຂວາ, ຍ້ອນ​ວ່າ​ທາງ​ອອກ​ຂອງ​ກະ​ເພາະ​ຢູ່​ທາງ​ລຸ່ມ, ສະ​ນັ້ນ​ມີ​ຜົນ​ດີ​ຊ່ອຍ​ໃຫ້​ອາຫານ​ໃນ​ກະ​ເພາະ​ລະບາຍ​ອອກ, ​ແຕ່​ນອນ​ສະ​ແຄງ​ເບື້ອງຂວາ​ອາດ​ຈະ​ເຮັດ​ໃຫ້​ຮ່າງຄີງ​ເບື້ອງ​ຂວາ​ຖືກ​ໜີບ, ສະກັດ​ກັ້ນ​ເລືອດ​ໄຫຼ​ຄືນ​​ຂາ​ແລະ​ມື​​ເບື້ອງ​ຂວາ​ຮູ້ສຶກ​ມຶນ​ບໍ່​ສະບາຍ.

ນອນ​ສະ​ແຄງ​ເບື້ອງ​ຊາຍ, ບໍ່ພຽງ​ແຕ່​ເຮັດ​ໃຫ້​ຮ່າງຄີງ​ເບື້ອງ​ຊ້າຍ​ຖືກ​ໜີບ​, ​ແລະ​ເຮັດ​ໃຫ້​ການ​ລະລາຍ​ອາຫານ​ໃນ​ກະ​ເພາະ​ຊ້າ​ລົງ​ເທົ່າ​ນັ້ນ, ຍັງ​ເຮັດ​ໃຫ້​​ໝາກ​ຫົວ​ໃຈ​ຖືກບີບ​ແຮງ​ທີ່​ສຸດ, ບໍ່​ມີ​ຜົນ​ດີ​ຕໍ່​ການ​​​ໄຫຼ​ວຽນ​ຂອງ​ເລືອດ​​ເຂົ້າ​ຫົວ​ໃຈ, ສ່ວນ​ນອນ​ຂວ້ຳ​ອາດ​ເຣັດ​ໃຫ້ຫາ​ຍ​ໃຈ​ຍາກ, ​ແລະ​ກະທົບ​ຕໍ່​ການ​ໄຫຼ​ວຽນ​ຂອງ​ເລືອດ​ຢູ່​​ໃບ​ໜ້າ, ​ເຮັດ​ໃຫ້​ຜິວໜັງ​ບົນໃບ​ໜ້າ​​ແກ່​ງ່າຍ.ສະ​ນັ້ນ, ບັນດາຜູ້​ເຖົ້າ​ຜູ້​ແກ່​ບໍ່​ຄວນ​ນອນ​ສະ​ແຄງ​ເບື້ອງຊ້າຍ​ແລະ​ນອນ​ຂວ້ຳ, ດີ​ທີ່​ສຸດ​ແມ່ນ​ນອນ​ຫງາຍ​ແລະ​ນອນ​ສະ​ແຄງ​ເບື້ອງຂວາ, ສ່ວນ​ຜູ້​ເຖົ້າ​ທີ່​ນອນ​ໂກນ​​ແລະ​ກະ​ເພາະ​ອັກ​ເສບ, ລະລາຍອາຫານ​ບໍ່​ດີ​ແລະ​ກະ​ເພາະ​ຢ່ອນ​ນັ້ນ​ດີ​ທີ່​ສຸດ​ຄວນ​ນອນສະ​ແຄງ​ເບື້ອງຂວາ.