|
 |
(GMT+08:00)
2006-04-12 11:16:42
|
 |
ເຕັກນິກປ້ອງກັນແລະປົວແປງການເຊື່ອມພິດນ້ຳຂອງຈີນໄດ້ຮັບການບຸກທະລຸ
cri
Author: sayvanny
ຕາມຂ່າວສານຊີນຮວາ: ວັນທີ 11 ເມສາ ຢູ່ປັກກິ່ງ ໂຄງການເຕັກນິກຄວບຄຸມແລະກິດຈະການປົວແປງການເຊື່ອມພິດນ້ຳ ເຊິ່ງເປັນໂຄງການຄົ້ນຄວ້າວິທະຍາ ສາດເຕັກນິກສຳຄັນລະດັບຊາດຂອງຈີນໄດ້ຜ່ານການກວດກາແລະຮັບຮອງຈາກຜູ່ຊ່ຽວຊານ,ນີ້ຫມາຍຄວາມວ່າຈີນໄດ້ມີເຕັກນິກສຳຄັນໃນການປ້ອງກັນແລະປົວແປງການເຊື່ອມພິດນ້ຳ.
ຕາມການແນະນຳ, ແຕ່ໂຄງການດັ່ງກ່າວເລີ່ມປະຕິບັດເມື່ອປີ 2002 ເປັນຕົ້ນມາ, ໄດ້ດຳເນີນການຄົ້ນຄວ້າເຕັກນິກແລະໃຫ້ແບບຢ່າງປະຍຸກຢ່າງເປັນລະບົບໃນຫລາຍຫົວຂໍ້,ແລະໄດ້ຮັບການບຸກທະລຸສຳຄັນຕ່າງໆໃນດ້ານເຕັກນິກ.ໃນດ້ານປົວແປງຄຸນນະພາບສິ່ງແວດລ້ອມນ້ຳຂອງຕົວເມືອງໃຫ້ດີຂຶ້ນ, ໄດ້ມີເຕັກນິກປົວແປງຄຸນນະພາບສິ່ງແວດລ້ອມນ້ຳໃນຕົວເມືອງໃຫ້ດີຂຶ້ນແລະແຜນການຄຸ້ມຄອງທີ່ສອດຄ່ອງກັບຈຸດພິເສດຂອງຕົວເມືອງທີ່ຕ່າງກັນ;ໃນດ້ານຮັກສາຄວາມປອດໄພຂອງນ້ຳກິນນັ້ນ, ໄດ້ຈໍ່ຕົວເປັນລະບົບເຕັກນິກຮັບະກັນຄວາມປອດໄພຂອງນ້ຳດຶ່ມໃນຕົວເມືອງໃນເບື້ອງຕົ້ນແລ້ວ.
|
|
|