ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-13 12:49:56    
ເຄື່ອງ​ແປ​ພາ​ສາ​ສຳ​ລັບ​ຄົນ​ຫູ​ໜວກ​ປາກ​ກືກ​(ສຽງ)

cri Author: shuo

​​​​
​ທ່ານ​ເຂົ້າ​ໃຈ​ພາສາ​ມື​ຂອງ​ຄົນ​ຫູໜວກ​ປາກກືກ​ໄດ້​ຫຼືບໍ່?ຖ້າວ່າ​ທ່ານ​ພົບ​ກັບ​ຄົນ​ຫູໜວກ​ປາກ​ກືກຜູ້​ໜຶ່ງ​ຈະ​ລົມ​ກັບ​ລາວ​ເປັນ​ແນວ​​ໃດ?ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ສະ​ຖາ​ບັນ​ຄົ້ນຄວ້າ​ເຕັກ​ນິກຄອມ​ພິວ​ເຕີຂອງສະພາ ບັນດິດວິທະຍາສາດຈີນໄດ້ຄົ້ນຄວ້າຜະລິດ​ເຄື່ອງ​ອ່ານ​ພາສາ​ມື​ແລ້ວຫັນ​ເປັນ​ສຽງ​​ເວົ້າຊຸດ​ໜຶ່ງ​ຢ່າງ​ສຳ​ເລັດ​ຜົນ,ມັນ​ສາມາດ​ຊ່ອຍ​​ໃຫ້ຄົນ​ຫູ​ໜວກ​ປາກກືກ​ເວົ້າ​ໄດ້,​ກໍສາມາດ​ເຮັດ​ໃຫ້​ຄົນ​ຫູໜວກ​ປາກກືກຟັງ​ເຂົ້າ​ໃຈ​ຄຳເວົ້າຂອງ​ຄົນປົກກະຕິ​ໄດ້.

ທ່ານ​ຜູ້​ຟັງ,ທີ່​ຟັງ​ມານັ້ນ​ແມ່ນ​ການສົນ​​ທະ​ນາ​ລະຫວ່າງ​ນັກ​ຂ່າ​ວກັບ​ລູກ​ສາວ​ທີ່​ຫູໜວກ​ປາກ ກືກຜູ້​ໜຶງທີ່​ຊື່ວ່າ​ມາ​ຢານ.ນັກ​ຂ່າວ​ຖາມ​ສະບາຍດີ​ນຳນ້ອງມາ​ຢານ,​ແລ້ວຖາມລາວມັກ​ເຮັດ​ຫຍັງ​ໃນ​ຊີວິດ​ປະຈຳ​ວັນ,ນ້ອງມາ​ຢານ​ຕອບ​ວ່າ,ລາວ​ມັກ​ທ່ຽວ​ຕະຫຼາດ,ທ່ອງບ່ອນ​ທ່ອງ​ທ່ຽວ ແລະ​ອ່ານ​ປື້​ມກາ​ຕູນ.ທ່ານ​ອາດ​ຈະ​ຮູ້ສຶກ​​ແປກ​ປະຫຼາດ​ໃຈທີ່​ສຸດ,ຄົນ​ຫູໜວກ​ປາກກືກຈະ​ລົມ​ກັບ​ຄົນ​ປົກກະຕິ​ໄດ້​ແນວ​ໃດ?ບໍ່​ຕ້ອງ​ຮູ້ສຶກ​ແປກ​ປະຫຼາດ,ທັງ​ໝົດ​ເຫົ່ຼານີ້​ແມ່ນ​ບັນລຸ​ເປັນ​ຈິງ​ໄດ້​ໂດຍ​ຜ່ານ​​ເຄື່ອງ​ອ່ານ​ພາສາ​ມື​ແລ້ວຫັນເປັນ​ສຽງ​ເວົ້າ.ອຸປະກອນ​ທີ່​ອັດສະຈັນ​ດັ່ງກ່າວ​ແມ່ນ​ຄົ້ນຄວ້າ​ຜະລິດ​ໂດຍ​ສະ​ຖາ​ບັນ​ຄົ້ນຄວ້າ​ເຕັກນິກ​ຄອມ​ພິວ​ເຕີ​ຂອງ​ສະພາ​ບັນດິດວິ​ທະ ຍາ​ສາດ​ຈີນ.

ນັກ​ຂ່າວ​ໄດ້​ເຫັນ​ວ່າ,ລະບົບ​ດັ່ງກ່າວ​ປະກອບ​ດ້ວຍ​ຄອມ​ພິວ​ເຕີ​ເຄື່ອງ​ໜຶ່ງ​ແລະ​ມີຖົງມື​ຄູ່​ໜຶ່ງ​ຕິດ​ກັບມັນ.ລະບົບ​ນີ້​ດ້ານ​ໜຶ່ງ​ສາມາດ​ຫັນພາສາ​ມື​ຂອງ​ນາງ​ມາ​ຢານ​ເປັນ​ສຽງ​ເວົ້າ,ອີກ​ດ້ານ​ໜຶ່ງ​ກໍ​ສາມາດ​​ແປ​ພາສາ​ຮ້ານ​ທີ່​ນັກ​ຂ່າວ​ເວົ້າ​ອອກເປັນ​ພາສາ​ມື.​ແຕ່ນາງ​ມາ​ຢານທຳ​ອອກ​ພາສາ​ມື​ຈົນຮອດ​​ເຄື່ອງນີ້​ອ່ານພາສາ​ມື​ຂອງ​ນາງເຂົ້າ​ໃຈ​ແລ້ວ​ຫັນ​ເປັນ​ສຽງ​ເວົ້າ,ຂະ​ບວນດັ່ງ ກ່າວ​ເສຍ​ແຕ່​ບໍ່​ເທົ່າ​ໃດ​ວິນາທີທໍ່​ນັ້ນ.​ໂດຍ​ອາ​ໄສ​ເຄື່ອງ​ນີ້,ນັກ​ຂ່າວ​ກັບ​ນາງ​ມາ​ຢານສາມາດ​ໂອ້​ລົມ​ກັນ​ຢ່າງ​ຂ້ອນ​ຂ້າງ​ສະ​ດວກ.

ທ່ານ​ດອກ​ເຕີ​ເຊິ​ນອີ້​ຊຽງ​ທີ່​ເຂົ້າຮ່ວມ​ການຄົ້ນຄວ້າ​ລາຍ​ນີ້​ບອກ​ນັກ​ຂ່າວ​ວ່າ,ຄວາມ​ລຶກລັບ​ຂອງ​ເຄື່ອງ​ອ່ານ​ພາສາ​ມື​ແມ່ນ​ຢູ່​ໃນ​ຖົງມື​ທີ່​ເບິ່ງ​ຊົງ​ຄື​ວ່າ​ທຳ​ມະ​ດາ​ທີ່​ສຸດຄູ່​ນີ້.ທັງ​ໆທີ່​ຄົນ​ຫູ ໜວກ​ປາກກືກ​​ໃສ່​ຖົງມື​ຄູ່​ນີ້​ແລ້ວ​ທຳອອກ​ພາສາ​ມື,ພາສາ​ມື​ກໍ​ຈະ​ຖືກ​ແປ​ເປັນ​ພາສາ​ຮ້ານ​ໄດ້. ຖົງ​ມື​ທີ່​ເບິ່ງ​ຊົງ​ຄື​ວ່າ​ທຳ​ມະ​ດາ​ຄູ່​ນີ້,​​ໄດ້​ຕິດ​ມີ​ເຄື່ອງ​ສົ່ງ​ສັນຍານອັນ​ກ້າວ​ໜ້າ18​ອັນ​ແລະ​ເຄື່ອງ​ຕິດຕາມບ່ອນ​ໄວ້1​ອັນ.​ເຄື່ອງ​ສົ່ງ​ສັນຍານ​ແລະ​ເຄື່ອງ​ຕິດຕາມບ່ອນ​ໄວ້ເຫຼົ່ານີ້​ສາມາດ​ຫັນ​ຮູບ​​ແລະ​ບ່ອນ​ໄວ້​ຂອງ​ມື​ເປັນຂໍ້​ມູນ​ທີ່​ຄອມ​ພິວ​ເຕີ​ຈຳ​ແນ​ກ​ໄດ້​ຕາມ​ຫຼັກ​ເກນ​ອັນ​ແນ່ນອນ. ຢ່າ​ຖື​ເບົາ​ເຄື່ອງ​ຊີກ​ສ່ວນ​ເຫຼົ່ານີ້,ກໍ​ແມ່ນ​ຍ້ອນ​ຄວາມ​ລະອຽດ​ແມ່ນ​ຢຳ​ຂອງ​​ເຄື່ອງ​ຊີກ​ສ່ວນ​ເຫຼົ່ານີ້,​ເຄື່ອງດັ່ງກ່າວ​ຈຶ່ງ​ສາມາດ​ອ່ານ​ພາ​ສາ​ມື​ເຂົ້າ​ໃຈ​ໄດ້5​ພັນ​ກວ່າ​ສັບ.ກໍ​ແມ່ນ​ຍ້ອນ​ຫຼັກ ມູນ​ດັ່ງກ່າວ,ຄອມ​ພິວ​ເຕີ​ຈຶ່ງ​ສາມາດ​ຟັງ​ເຂົ້າ​ໃຈຄວາມ​ໝາຍ​ຂອງ​ພາສາ​ມື​ຂອງ​ນາງ​ມາ​ຢານ,​ແລ້ວ​ຫັນ​ເປັນ​ສຽງ​ເວົ້າ.

ຄັນຊັ້ນ,ນາງ​ມາ​ຢານຟັງ​​ເຂົ້າ​ໃຈ​ຄຳ​ເວົ້າຂອງ​ນັກ​ຂ່າວ​ໄດ້​ແນວ​ໃດ?ທ່ານ​ດອກ​ເຕີ​ເຊິ​ນອີ້​ຊຽງ​ແນະນຳ​ວ່າ,ຂະ​ບວນວິວັດ​ນີ້​ເອີ້ນ​ເປັນຂະ​ບວນຫັນ​ພາສາ​ມື​ເປັນ​ສຽງ​ເວົ້າ,ງ່າຍ​ກວ່າ​ຂະ​ບວນ ການ​ອ່ານ​ພາສາ​ມື​ໜ້ອຍ​ໜຶ່ງ​ໂດຍ​ທຽບ​ຖານ.

"ປະຈຸ​ບັນ​ນີ້,​ໃນ​ຕະຫຼາດມີ​ຊອ​ຟ​ແວດ​ຈຳ​ແນ​ກສຽງ​ເວົ້າຈຳນວນ​ຫຼວງຫຼາຍ,ມັນ​ສາມາດ​ຫັນ​ສຽງ​ເວົ້າ​ເປັນ​ຕົວ​ໜັງສື​ທາງ​ລາຍ​ລັກ​ອັກສອນ​ໄດ້​ຢ່າງ​ງ່າຍດາຍທີ່​ສຸດ.​ເຄື່ອງ​ຫັນ​ພາສາ​ມື​​ເປັນ​ສຽງ​ເວົ້າຂອງ​ພວກ​ເຮົາ​ກໍ​ແມ່ນ​ໃຊ້​ກະບອກ​ສຽງ​ເກັບ​ເອົາ​ສຽງ​ເວົ້າຂອງ​ຄົນ,​ແລ້ວ​ຫັນ​ເປັນ​ຕົວ​ໜັງສື​ທາງ​ລາຍ​ລັກ​ອັກສອນ​ດ້ວຍ​ຊອ​ຟ​ແວດ​ຈຳ​ແນ​ກສຽງ​ເວົ້າ.​ພາຍນັ້ນມາ,ຄົນ​ອຸປະ​ໂຫຼກສາມ​ນິຕິຜູ້​ໜຶ່ງ​ທີ່ຢູ່​​ໃນ​ຄອມ​ພິວ​ເຕີ​ຈະ​ສະ​ແດງ​ຕົວ​ໜັງສື​ດັ່ງກ່າວ​ເປັນ​ພາສາ​ມື​ໃຫ້​ຄົນ​ຫູໜວກ​ເບິ່ງ."
ຜ່ານ​ການ​ທົດ​ລອງ​ແລະ​ຢັ່ງ​ແທກ,ອັດຕາ​ອ່ານ​ເຂົ້າ​ໃຈ​ໄດ້​ຂອງ​ຄົນ​ຫູໜວກ​ປາກກືກ​ຕໍ່​ພາສາ​ມື​ທີ່​ຄົນ​ອຸປະ​ໂຫຼກສະ​ແດງ​ອອກ​ນັ້ນ​ໄດ້​ບັນລຸ95%.ຖ້າ​ເປັນ​ແນວ​ນີ້,ຄວາມ​ໝາຍ​ທີ່​ຄົນ​ຫູ ໜວກປາກກືກ​ຢາກ​ສະ​ແດງ​ໃນ​ຊີວິດ​ປະຈຳ​ວັນ​ລ້ວນ​ແຕ່​ຫັນ​ເປັນ​ສຽງ​ເວົ້າ​ໃຫ້​ຄົນ​ປົກກະຕິ​ຟັງ​ໄດ້.ຕາມ​ຊາບ​ວ່າ,ປະຈຸ​ບັນ​ນີ້,ຢູ່​ຈີນ​ມີ​ຄົນ​ທີ່​ມີ​ອຸປະສັກ​ດ້ານ​ການ​ອອກສຽງ​ແລະ​ຍິນສຽງ​ປະມານ2​0ລ້ານ​ຄົນ,​ໃນ​ຊີວິດ​ປະຈຳ​ວັນ,ພວກ​ເຂົາ​ເຈົ້າພົບ​ພໍ້​ຄວາມ​ຫຍຸ້ງຍາກ​ຫຼາຍ,ຕົວຢ່າງ​ຄື,​ໃນ​ເວລາ​ພວກ​ເຂົາ​ເຈົ້າ​​ໄປຝາກ​ເງິນ​ຢູ່​ທະນາຄານ,ຫຼືວ່າ​ໄປ​ກວດ​ພະຍາດ​ຢູ່​ໂຮງໝໍ,ລ້ວນ​ແຕ່​ບໍ່​ສະດວກ​ທີ່​ສຸດ,ຢ່າງ​ບໍ່​ຕ້ອງ​ສົງ​ໄສ​ວ່າ,​ເຄື່ອງ​ອ່ານ​ພາສາ​ມື​ແລ້ວ​ຫັນ​ເປັນ​ສຽງ​ເວົ້າດັ່ງ ກ່າວ​ໄດ້​ສົ່ງ​ຂ່າວ​ດີ​ໃຫ້​ພວກ​ເຂົາ​ເຈົ້າ.

ອາຈານ​ຫຼີຂອງ​ໂຮງຮຽນ​ຄົນ​ຫູໜວກ​ທີ​ສາມ​ນະຄອນ​ປັກ​ກິ່ງ​ໄດ້​ໃຊ້​​ເຄື່ອງ​ຊຸດ​ນີ້​ແລ້ວ.ນາງ​ເວົ້າວ່າ,​ແຕ່​ກ່ອນ,ການ​ແລກປ່ຽນ​ຄວາມ​ຄິດລະຫວ່າງ​ນາງ​ກັບ​ນັກຮຽນ​ແມ່ນ​ອາ​ໄສ​ພາສາ​ມື, ນາງ​ໄດ້​ເສຍ​ເວລາ​ຫຼາຍ​ເພື່ອ​ຮຽນ​ຮູ້​ພາສາ​ມື.ຖ້າວ່າ​ຍາມ​ນັ້ນກໍ​ໄດ້ມີ​​ເຄື່ອງ​ອ່ານ​ພາສາ​ມື​ແລ້ວ​ຫັນ​ເປັນ​ສຽງ​ເວົ້າຊຸດ​ນີ້,ກໍ​ບໍ່​ຕ້ອງ​ເສຍ​ເວລາ​ຮຽນ​ພາສາ​ມື​ແລ້ວ.​ແຕ່​ວ່າ,ສິ່ງ​ທີ່​ພາ​ໃຫ້​ອາຈານ​ຫຼີຮູ້ສຶກບໍ່ພໍ​ໃຈ​ໜ້ອຍ​ໜຶ່ງ​ແມ່ນ,​ເຄື່ອງ​ນີ້ມີ​ສາຍ​ໄຟຟ້າ​ຫຼາຍ​ເກີນ​ໄປຕິດ​ກັບ​ຖົງມື​,ຊັ້ນການ​ຖື​​ໄປ​ມາກໍ​ບໍ່​ສະດວກປານ​ໃດ.
ນາງ​ທົງ​ເວີ່​ຍກໍ​ໄດ້​ເອົາ​ໃຈ​ໃສ່​ນຳ​ການຄົ້ນຄວ້າ​​ເຄື່ອງ​ແປ​ພາສາ​ມື​ດັ່ງກ່າວ​ໂດຍ​ຕະຫຼອດ, ນາງ​ຢາກ​ຊື້​ອຸປະກອນ​​ແນວ​ນີ້​ຊຸດ​ໜຶ່ງ​ໃຫ້​ລູກ​ສາວທີ່​ມີ​ອຸປະສັກ​ດ້ານ​ການຍິນສຽງ,​ແຕ່​ວ່າ​ລາ ຄາ​ທີ່​ແພງ​ຫຼາຍຂອງ​ລະບົບ​ນີ້​ໃຫ້​ນາງ​ທົງ​ເວີ່​ຍຊື້​ບໍ່​ໄດ້.

"ຂ້າພະ​ເຈົ້າຍິນ​ວ່າ,ຖ້າ​ຢາກ​ຊື້​ເຄື່ອງ​ຊຸດ​ນີ້​ຕ້ອງການ​ຫຼາຍໝື່ນ​ຢວນ,​ແພງ​ໂພດ,ພວກ​ເຮົາ​ຊື້​ບໍ່​ໄດ້."
ປະຈຸ​ບັນ​ນີ້,ນັກຄົ້ນຄວ້າ​ທັງຫຼາຍຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ເຕັກນິກ​ຄອມ​ພິວ​ເຕີ​ພວມ​ສຸມ​ກຳ ລັງ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນຫາ​ດັ່ງ​ກ່າວ.ນາງ​ວາງ​ລີ້​ຊຸ່ນທີ່​ເປັນ​ເພື່ອນ​ຮ່ວມ​ງານ​ຂອງ​ທ່ານ​ດອກ​ເຕີ​ເຊິ​ນບອກ​ນັກ​ຂ່າວ​ວ່າ,ຖົງມື​ແບບ​ນີ້​ມັກ​ເປ່​ເພ,​ແລະ​ລາຄາ​ແພງ​ທີ່​ສຸດ,ສະນັ້ນ,ດຽວ​ນີ້​ພວກ​ເຂົາ​ເຈົ້າພວມ​ກຽມ​ໃຊ້​ເຄື່ອງຖ່າຍຮູບ​ອັນ​ພິ​ເສດ​ມາ​ທົດ​ແທນ​ຖົງມື​ແບບ​ນີ້.​ແຕ່​ວ່າສັງ​ເກດ​ຈາກ​ລະດັບ​​ເຕັກນິກ​ໃນ​ສະ​ເພາະ​ໜ້າ​ນີ້,ອັດຕາອ່ານ​ເຂົ້າ​ໃຈ​ພາສາ​ມື​ຂອງ​ເຄື່ອງຖ່າຍ ຮູບຍັງ​ຕ່ຳ​ກວ່າ​ຖົງມື​ແບບ​ນີ້.ສະນັ້ນ,​ເຮັດ​ແນວ​ໃດ​ຈຶ່ງ​ຍົກ​ຄວາມ​ສາມາດ​ອ່ານ​ເຂົ້າ​ໃຈ​ພາສາ​ມືອງ​ເຄື່ອງ​ຖ່າຍຮູບ​ໃຫ້ສູງ​ຂຶ້ນ​ໄດ້,​ແມ່ນ​ຈຸດ​ໜັກ​​ໃນ​ວຽກ​ຕໍ່​ໄປ​ຂອງ​ພວກ​ເຂົາ​ເຈົ້າ.

​​ເຖິງ​ວ່າ​ປະຈຸ​ບັນ​ນີ້,​ເຄື່ອງ​ແປ​ພາສາ​ມື​ຍັງ​ມີ​ຂໍ້​ຕົກ​ບົກ​ຜ່ອງ​ບາງ​ຢ່າງ,​ແຕ່​ວ່າ,ມັນ​ໄດ້​ເຮັດ​ໃຫ້​ຄົນ​ຫູໜວກ​ປາກກືກ​ກັບ​ຄົນ​ປົກກະຕິ​ແລກປ່ຽນ​ຄວາມ​ຄິດກັນດ້ວຍ​ວິທີ​ທີ່​ຕົນ​ລື້ງ​ກັບ​ນັ້ນ​ໄດ້​,​ໄດ້​ສະ​ໜອງ​ພາ​ຫະ​ນະ​ອັນ​ໃໝ່​ໃຫ້​ຄົນ​ຫູໜວກ​ປາກ​ກືກ​ໄປ​​ເຂົ້າ​ຮ່ວມ​ຊີ​ວິດ​ສັງ​ຄົມ​ຢ່າງ​ສະ​ເໝີ​ພາບ.ນ້ອງ​ທຽນ​ເມີງ​ປີ​ນີ້​ອາ​ຍຸ​16​ປີ,​ແຕ່​ໃດ​ມານາງ​ໄດ້​ຮູ້​ສຶກ​ອຸກ​ອັ່ງ​ທີ່​ສຸດ​ຍ້ອນ​ຕົນ​ມີ​ອຸປະ​ສັກ​ດ້ານ​ການ​ຍິນ​ສຽງ.​ແຕ່​ວ່າ,​ປະ​ຈຸ​ບັນ​ນີ້,​​ເມື່ອ​ນາງ​ປະ​ເຊີນ​ໜ້າ​ກັບຜະລິດ​ຕະ​ພັນ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ອັນ​ໃໝ່​ດັ່ງ​ກ່າວ,ນາງ​ໄດ້​ເວົ້າ​ອອກ​ຄວາມ​ມ່ວນ​ໃນ​ໃຈ​ໃຫ້​ໝົດ​ທຸກ​ຄົນ​ທີ່​ຢູ່​ຂ້າງ​ຟັງ​ໃນ​ທັນ​ທີ.

"ນ້ອງ​ຊື່ວ່າ​ທຽນ​ເມີງ,ປີ​ນີ້​ອາຍຸ16​ປີ.​ນ້ອງ​ຄິດ​ບໍ່​ເຖິງ​ວ່າ​ ປະຈຸ​ບັນ​ນີ້​ ວິ​ທະຍາ​ສາດ​ເຕັກ​ນິກ​ໄດ້​ພັດ​ທະ​ນາ​ກ້າວ​ໜ້າ​ປານ​ນີ້,​ພາ​ສາ​ມື​ຂອງ​ຂ້ອຍ​ສາ​ມາດ​ຫັນ​ເປັນ​ສຽງ​ເວົ້າ,​ຖ້າ​ວ່າ​ເຈົ້າ​ບໍ່​ເຂົ້າ​ໃຈ​ພາ​ສາ​ມື​ກໍ​ຮັບ​ຮູ້​ຄວາມ​ໝາຍ​ຂອງ​ຂ້ອຍ​ໄດ້​ແລ້ວ."