|
 |
(GMT+08:00)
2006-04-12 18:02:38
|
 |
ຈີນໄດ້ກາຍເປັນປະເທດຫຸ້ມຫໍ່ໃຫຍ່ທີສາມຂອງໂລກ
cri
ຕາມຂ່າວສານຊິນຮວາ, ວັນທີ12ເມສາ, ຢູ່ປັກກິ່ງ, ທ່ານສືວ້ານເຜິງ ປະທານສະຫະພັນຫຸ້ມຫໍ່ຈີນເຜີຍໃຫ້ຮູ້ວ່າ, ຂະແໜງການຫຸ້ມຫໍ່ຂອງຈີນໄດ້ຈາກມູນຄ່າ10ຕື້ຢວນໃນຕົ້ນຊຸມປີ80ສະຕະວັດທີ່ແລ້ວຂະຫຍາຍມາເປັນ410ຕື້ຢວນໃນປີກາຍນີ້, ເຊິ່ງເປັນປະເທດຫຸ້ມຫໍ່ໃຫຍ່ທີສາມຂອງໂລກທີ່ຖັດຈາກອາເມລິກາແລະຍີ່ປຸ່ນ.
ໃນງານຖະແຫຼງຂ່າວຂອງກອງປະຊຸມຫຸ້ມຫໍ່ໂລກທີ່ຈັດຂຶ້ນໃນວັນທີ12ເມສາ, ທ່ານສືວ້ານເຜິງກ່າວວ່າ, ຕໍ່ໄປພາຍໜ້າ, ຈີນຈະອອກແຮງເພີ່ມຄວາມສາມາດປະດິດສ້າງໂດຍເປັນເຈົ້າຕົນເອງ, ຍົກລະດັບເຕັກນິກຫຸ້ມຫໍ່; ເລັ່ງລັດຊຸກຍູ້ການສັບຊ້ອນອົງປະກອບອຸດສາຫະກຳຫຸ້ມຫໍ່, ພະຍາຍາມບັນລຸເບົ້າແບບທຸລະກິດວິສາຫະກິດຫັນເປັນແບບອຸດສາຫະກຳທັນສະໄໝ; ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງເສດຖະກິດໝູນວຽນ, ອອກແຮງພັດທະນາອຸດສາຫະກຳຫຸ້ມຫໍ່ສີຂຽວ.
ກອງປະຊຸມຫຸ້ມຫໍ່ໂລກຈະຈັດຂຶ້ນຢູ່ປັກກິ່ງແຕ່ວັນທີ18ຫາວັນທີ20ເດືອນນີ້. ຫົວຂໍ້ຂອງກອງປະຊຸມແມ່ນວິທະຍາສາດເຕັກນິກ, ອະນຸລັກສິ່ງແວດລ້ອມ, ການຮ່ວມມືການພັດທະນາ. ບັດນັ້ນຈະມີບຸກຄົນຂະແໜງການຫຸ້ມຫໍ່700ກວ່າຄົນຂອງຈີນແລະ25ປະເທດມາຮ່ວມປະຊຸມ.
|
|
|