ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-13 10:54:22    
ຂົວ​ອາ​ກາດ​060412(ສຽງ)

cri

ນ້ອງ​ເຈ້ຍ​ຢ່າງ ຢູ່​ແຂວງຊຽງ​ຂວາງ ​ແມ່ນ​ຜູ້​ຟັງ​ລາຍການcriພວກ​ເຮົາ,ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ນ້ອງ​ໄດ້​ຝາກ​ຈົດໝາຍ​​ໃຫ້​ພວກ​ເຮົາ​ວ່າ,ນ້ອງ​ເປັນ​ຜູ້​ໜຶ່ງ​ທີ່​ມັກ​ຟັງ​ລາຍການ​ຂອງcriມາ​ເປັນ​ເວລາ​ດົນ​ນານ,ນ້ອງ​ສົນ​ໃຈ​ສິ່ງ​ຕ່າງໆ​ທີ່​ທັງ​ລາຍການ​ໄດ້​ອອກ​ອາກາດ,ລ້ວນ​ແຕ່​ມີ​ຜົນ​ປະ​ໂຫຍ​ດຢ່າງ​ຫຼວງ​ຫຼາຍ,ຖ້າ​ເປັນ​ໄປ​ໄດ້,ຢາກ​ຈະ​ຮູ້​ພາສາ​ຈີນ​ມື້ໜຶ່ງ​ໃນ​ອະນາຄົດ,​ເພາະ​ຈີນ​ມີ​ຄວາມ​ສຳຄັນ​ຫຼາຍ​ຕໍ່​ໂລກ​ໂດຍ​ສະ​ເພາະ​ໃນ​ທາງ​ດ້ານ​ເສດຖະກິດ,ການ​ຄ້າ​ແລະ​ອື່ນ​ໆ,ບໍ່​ວ່າ​ໃນ​ປະຈຸ​ບັນ​ກໍ່​ຄື​ໄລຍະ​ປະ​ຫວັດ​ສາດ.

ພວກ​ເຮົາຮູ້ສຶກ​ດີ​ໃຈ​ຫຼາຍ​ຕໍ່ນ້ອງ​ເຈ້ຍ​ຢ່າງ​ມັກ​ຟັງ​ລາຍການ​ຂອງ​ພວ​ກ​ເຮົາ,​ແລະ​ຫວັງ​ວ່າ​ລາຍການ​ຂອງ​ພວກ​ເຮົາ​ມີຜົນປະ​ໂຫຍດຕໍ່​ການ​ຮຽນ​ແລະ​ຊີວິດຂອງ​ນ້ອງ,ຈະ​ເປັນ​ສິ່ງຊ່ອຍ​ເຫຼືອນ້ອງ,​ແລະ​ຫວັງ​ໃຫ້​ນ້ອງ​ຈົ່ງ​ສະໜັບສະ​ໜູນລາຍ​ການ​ຂອງ​ພວກ​ເຮົາຄື​ແຕ່​ເກົ່າ​ເມືອ​ຫຼັງ.ນອກ​ນິ້,ນ້ອງ​ເຈ້ຍ​ຢ່າງ​ຍັງ​ຢາກ​ຂໍ​​ຟັງເພັງ​ຈີນ​ເພັງ​ໜຶ່ງ​ໃນ​ລາຍ​ການ​ພວກ​ເຮົາ,​​​ບໍ່​ມີ​ບັນຫາ,ພວກ​ເຮົາ​ກໍ່​ເລືອກ​ເອົາ​ເພັງ​ມ່ວນໆ​ເພັງ​ໜຶ່ງ​ມອບ​ໃຫ້​ນ້ອງ,​ເພັງ​ຊື່ວ່າ"​​ອູ່​ຕີງ" ​ແປ​ວ່າ"ຫຼັງຄາ​ເຮືອນ" ຂັບ​ຮ້ອງ​ໂດຍ​ທ່ານ​ໂຈ່​ວ​​ເຈ​ໂລ​ນ​ແລະ​ນາງ​ເວີ່ນ​ລານ,ຫວັງ​ວ່າ​ນ້ອງ​ຄົງ​ຈະ​ມັກ,​ພ້ອມ​ກັນ​ນັ້ນ,ກໍ່​ຫວັງ​ໃຫ້​ທ່ານ​ຜູ້​ຟັງ​ຕ່າງໆ​ທີ່​ພວມ​ຟັງ​ວິທະຍຸ​ພວກ​ເຮົາ​ຈົ່ງ​ມັກ​ຟັງເພັງ​ມ່ວນໆ​ເພັງ​ນີ້,​ເອົາລະ,ພວກ​ເຮົາ​ພ້ອມ​ກັນມາຟັງ​ເພັງ​ນີ້.