ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-13 10:49:11    
ຂະ​ແຫນງ​ການ​ທ່ອງ​ທ່ຽວ​ຂອງ​ຈີນ​ສືບ​ຕໍ່​ຮັກ​ສາ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ຂ້ອນ​ຂ້າງ​ໄວ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ​:​ໃນ​ສອງ​ເດືອນ​ຕົ້ນ​ປີ​ນີ້, ຜູ່​ເຂົ້າ​ມາ​ທ່ຽວ​ຈີນ​ໄດ້​ບັນ​ລຸ 18 ລ້ານ 7 ​ແສນ​ກວ່າ​ເທື່ອ​ຄົນ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ 4%,ລາຍ​ໄດ້​ທີ່​ເປັນ​ເງິນ​ຕາ​ຕ່າງ​ປະ​ເທດ​ຈາກ​ການ​ທ່ອງ​ທ່ຽວ​ສາ​ກົນ​ໄດ້​ບັນລຸ 4 ຕື້​ 400 ລ້ານ​ໂດ​ລາ​ສະ​ຫະ​ລັດ,​​ເພີ່ມ​ຂຶ້ນ​ຫລາຍ​ 5%.

ວັນ​ທີ 12 ​ເມສາ ຢູ່​ເມືອງ​ເສິງ​ຕູ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ, ຜູ່​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ກົມ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ແນະ​ນຳ​ວ່າ, ຂະ​ແຫນງ​ການ​ທ່ອງ​ທ່ຽວ​ພັດ​ທະ​ນາ​ຢ່າ​ງວ່ອງ​ໄວ​ນັ້ນ​ໄດ້​ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ການ​ລົງທຶນ​ສັງ​ລວມ​ຂອງ​ຈີນ​ໃຫ້​ດີ​ຂຶ້ນ,​ໄດ້​ເລັ່ງ​ລັດ​ບາດ​ກ້າວ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ຂອງ​ຈີນ,​ແລະ​ໄດ້​ຊັກ​ນຳ​ການ​ພັດ​ທະ​ນາ​ຂອງ​ອຸດ​ສາ​ຫະ​ກຳ​ທີ່​ກ່ຽວຂ້ອງ​ຕ່າງໆ.

ຕາມ​ແນະນຳ​ວ່າ, ປະຈຸ​ບັນ, ຂະ​ແຫນງ​ການ​ທ່ອງ​ທ່ຽວ​ຂອງ​ຈີນ​ໄດ້​ກາຍ​ເປັນ​ອຸດ​ສາ​ຫະ​ກຳ​ຈະ​ເລີ​ນ​ໃຫມ່​ທີ່​ມີ​ຊີ​ວິດ​ຊີວາ​ແລະ​ມີ​ກຳລັງ​ບົ່ມ​ຊ້ອນ​ຫລາຍ​ກວ່າ​ຫມູ່​ໃນ​ອຸດ​ສາ​ຫະ​ກຳ​ທີ​ສາມ​ຂອງ​ຈີນ,ຖາ​ນະ​ຂອງ​ຂະ​ແຫນງ​ການ​ທ່ອງ ທ່ຽວ​ໃນ​ເສດຖະກິດ​ແຫ່ງ​ຊາດ​ຈີນ​ກຳລັງ​ໄດ້​ຮັບ​ການ​ປັບປຸງ​ແລະ​ຍົກ​ສູງ​ຂຶ້ນ.