ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-13 14:44:24    
ທ່ານ​ລຽນ​ຈ້ານ​ພ້ອມ​ດ້ວຍ​ຄະ​ນະ​ເດີນ​ທາງ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ຝັ່ງ​ຊ່ອງ​ແຄບ​ທີ່​ປັກ​ກິ່ງ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ເຊົ້າ​ວັນ​ທີ 13 ​ເມສາ, ທ່ານ​ລຽນ​ຈ້ານ ປະທານ​ກິ​ຕິ​ມະ​ສັກ​ຂອງ​ພັກ​ກົກມິນ​ຕັງຈີນ​​ໄດ້​ນຳພາ​ບຸກຄົນ​ຝ່າຍ​ໄຕ້​ຫວັນ​ເດີນ​ທາງ​ຈາກ​​ນະຄອນ​ໄຕ​ເປ, ຜ່ານ​ຮົງ​ກົງ, ມາ​ປັກ​ກິ່ງ​ເພື່ອ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ສອງ​ຝັ່ງ​ຊ່ອງ​ແຄບ.

ສື່​ມວນ​ຊົນ​ໄຕ້​ຫວັນ​ແຈ້ງ​ຂ່າວ​ວ່າ, ຢູ່​ເດີ່ນຍົນ, ທ່ານ​ລຽນ​ຈ້ານ​ໄດ້​ກ່າວ​ຄຳ​ປາ​ໄສ​ໂດຍ​ຫຍໍ້​ກ່ອນ​ຂຶ້ນ​ຍົນ. ທ່ານ​ເວົ້າ​ວ່າ, ​ເສດຖະກິດ​ໄຕ້​ຫວັນ​ໄດ້​ຕະລູດ​ລົງ​ຢ່າງ​ຫຼວງ​ຫຼາຍ​ໃນ​ຫຼາຍ​ປີ​ທີ່​ຜ່ານມາ, ທ່ານ​ຫວັງ​ໃຫ້​ຜ່ານ​ຈາກຄວາມ​ພະຍາຍາມ​ພ້ອມ​ກັນ, ຊອກ​ຫາ​"​ທາງ​ອອກ​ເສັ້ນ​ໜຶ່ງ, ທາງ​ດຳລົງ​ຊີວິດ​ເສັ້ນ​ໜຶ່ງ​" ໃຫ້​ໄຕ້​ຫວັນ, ​ເພື່ອ​ເຮັດ​ໃຫ້​ເສດຖະກິດ​ໄຕ້​ຫວັນ​ຈະ​ເລີນ​ຮຸ່ງ​ເຮືອງ​ຂຶ້ນ​ອີກ.

​ເທື່ອ​ນີ້, ທ່ານ​ລຽນ​ຈ້ານ​ຈະ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ການ​ຄ້າ​ສອງ​ຝັ່ງຊ່ອງ​ແຄບ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ແຕ່​ວັນ​ທີ 14 ​ຫາ​ວັນ​ທີ 15 ​ເມສາ, ​ແລະ​ຈະ​ກ່າວ​ປາຖະ​ກະຖາ. ​ໃນ​ໄລຍະ​ຈັດ​ເວທີ​ປາ​ໄສ​, ທ່ານ​ຫູຈີນ​ທາວ​ເລຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ຈະ​ພົບ​ປະ​ທ່ານ​ລຽນ​ຈ້ານ​ອີກ.