|
![](/images/spacer.gif) |
(GMT+08:00)
2006-04-13 16:50:26
|
![](/images/shim.gif) |
ຄະນະຜູ້ແທນເຂດກວາງຊີສິ້ນສຸດການຢ້ຽມຢາມສີ່ປະເທດແລ້ວກັບຄືນຮອດນານນິງ
cri
ຕາມໜັງສືພິມກວາງຊີຢື້ປ້າວ, ວັນທີ12ເມສາ, ຄະນະຜູ້ແທນເຂດກວາງຊີເຊິ່ງນຳໂດຍທ່ານລູ້ປິ່ນ ປະທານເຂດກວາງຊີເຜົ່າຈ້ວງປົກຄອງຕົນເອງຈີນໄດ້ສິ້ນສຸດການຢ້ຽມຢາມສີ່ປະເທດອາຊຽນຄືຟີລິນປິນ, ບຼູໄນ, ສິງກະໂປແລະມຽນມາຢ່າງໄດ້ຮັບຜົນເຕັມເມັດເຕັມໜ່ວຍແລ້ວກັບຄືນຮອດນານນິງ.
ແຕ່ວັນທີ28ມີນາຮອດວັນທີ11ເມສາ, ທ່ານລູ້ປິ່ນໄດ້ນຳພາຄະນະຜູ້ແທນອົງການປົກຄອງແລະເສດຖະກິດການຄ້າເຂດກວາງຊີແຍກອອກພົບປະຜູ້ນຳສີ່ປະເທດ, ຜູ້ນຳຊັ້ນສູງທະນາຄານພັດທະນາອາຊີ, ຜູ້ຮັບຜິດຊອບສະພາການຄ້າສຳຄັນເປັນຕົ້ນ; ໄດ້ຈັດງານວາງຂາຍສິນຄ້າກວາງຊີຢູ່ຟີລິບປິນແລະສິງກະໂປ, ໄດ້ຈັດງານສັງສັນຮ່ວມມືການລົງທຶນຢູ່ຟີລິບປິນ, ບຼູໄນ, ສິງກະໂປແລະມຽນມາ; ຈັດງານສົນທະນາກ່ຽວກັບງານເອັກສໂປຈີນອາຊຽນ, ຂໍຄວາມເຫັນແລະຂໍ້ສະເໜີນຳນັກທຸລະກິດທີ່ຮ່ວມງານກ່ຽວກັບການເຮັດແນວໃດຈະຈັດງານເອັກສໂປໃຫ້ດີກວ່າເກົ່າເປັນຕົ້ນ.
ການຢ້ຽມຢາມຂອງຄະນະຜູ້ແທນເຂດກວາງຊີເທື່ອນີ້ໄດ້ເພີ່ມທະວີມິດຕະພາບທີ່ມີມູນເຊື້ອກັບ4ປະເທດອາຊຽນ, ລົງເລິກການຮ່ວມມືດ້ານເສດຖະກິດການຄ້າແລະຊຸກຍູ້ການແລກປ່ຽນວັດທະນະທຳກັບປະເທດອາຊຽນ.
|
|
|